
ຕາມຂ່າວCRI,ຕອນຄ່ຳວັນທີ1ຕຸລາ,ງານວັດທະນະທຳຈີນທີ່ຈີນແລະອາເມລິກາຮ່ວມກັນຈັດຂຶ້ນເປັນເທື່ອທຳອິດນັ້ນໄດ້ເປີດສາກຢູ່ສູນສະແດງສິລະປະເກນນິດີ ວໍຊິງຕັນ ນະຄອນຫຼວງອາເມລິກາ.

ຕອນຄ່ຳວັນທີ1ຕຸລາ,ໃນພິທີໄຂງານ,ທ່ານຊຸນເຈຍເຈີ້ງ ລັດຖະມົນຕີກະຊວງວັດທະນະທຳຈີນແລະທ່ານສະວອນສແມນ ປະທານຄະນະກຳມະການສູນສະແດງສິລະປະເກນນີດີໄດ້ຕັດແຖບຜ້າ
ໃນງານລ້ຽງ ຄ່ຳຂອງພິທີໄຂງານ,ທ່ານຊຸນເຈຍເຈິ້ງ ລັດຖະມົນຕີກະຊວງວັດທະນະທຳຈີນກ່າວວ່າ,ງານວັດທະນະທຳຈີນ,ທີ່ຈິງແລ້ວແມ່ນຄົນຈີນຖືສິລະປະເປັນພາຫະນະ,ເຜີຍແຜ່ວັດທະນະທຳຕໍ່ໂລກ,ໃຫ້ຊາວໂລກເຂົ້າໃຈວັດທະນະທຳຈີນ.ຈີນແລະອາເມລິກາແມ່ນສອງປະເທດທີ່ສຳຄັນກວ່າໝູ່ໃນໂລກ,ສອງປະເທດເກາະແຂນກັນ,ມັນມີຄວາມໝາຍສຳຄັນທີ່ສຸດຕໍ່ສອງປະເທດກໍຄືຕໍ່ໂລກ.
ທ່ານສະວອນສແມນ ປະທານຄະນະກຳມະການສູນສະແດງສິລະປະເກນນີດີກ່າວວ່າ,ງານວັດທະນະທຳຈີນບໍ່ພຽງແຕ່ແມ່ນການແລກປ່ຽນໃໝ່ສຸດລະຫວ່າງສິລະປິນຈີນອາເມລິກາເທົ່ານັ້ນ,ຫາກຍັງແມ່ນເຫດການສຳຄັນໃນປະຫວັດການແລກປ່ຽນດ້ານສິລະປະລະຫວ່າງຈີນອາເມລິກາ.
1 2 3 4
|