ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-03 20:44:07    
ຜູ້​ນຳ​ປາ​ເລັສຕິນ​ກັບ​ອີສຣາ​ແອນ​ເຫັນ​ດີ​ພົບ​ປະ​ເຈ​ລະ​ຈາ​ກັນ​ໂດຍ​ໄວ

cri
ຕາມ​ຂ່າວcri, ວັນ​ທີ2ຕຸລາ, ຫ້ອງ​ການ​ນາຍົກ​ລັດຖະ​ມົນ​ຕີ​ອີສຣາ​ແອນ​ອອກ​ຖະ​ແຫຼງ​ການ​ວ່າ, ມື້​ດຽວ​ກັນ, ທ່ານ​ອັບ​ບາສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ໄດ້​ໂທ​ລະ​ສັບ​ລົມ​ກັບ​ທ່ານ​ຊາ​ລອນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີສຣາ​ແອນ, ສອງ​ທ່ານ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ແລະ​ພ້ອມ​ກັນ​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ​ມີ​ຄວາມ ຄືບ​ໜ້າ, ຜູ້​ນຳສອງ​ຝ່າຍ​ຍັງ​ເຫັນ​ດີ​ຈັດ​ການ​ພົບ​ປະ​ເຈ​ລະ​ຈາກັນ​ໂດຍ​ໄວ, ປຶກ​ສາຫາ​ລື​ບັນ​ຫາ​​ຕ່າງໆ.

ວັນ​ທີ​2ຕຸລາ, ຕຳ​ຫຼວດ​ປາ​ເລັສຕິນ​ກັບ​ສະມາ​ຊິກ​ຂອງ​ອົງ​ການ​ຄາ​ຊາມ​ບຼີກາດສທີ່​ສັງ​ກັດ​ອົງ​ການ​ຮາ​ມາສ​ເກີດ​ການ​ປະ​ທະ​ກັນ, ພາ​ໃຫ້​ຕຳຫຼວດ​2​ຄົນ​ເສຍ​ຊີວິດ,​ຫຼາຍ​ສິບ​ຄົນ​ບາດ​ເຈັບ.

ປັດຈຸບັນ, ເຈົ້າ​ໜ້າ​ທີ່​ປາ​ເລັສຕິນ​ພວມ​ປຶກ​ສາ​ຫາ​ລື​ກັນ​ກັບ​ອົງ​ການ​ຮາ​ມາສ​ແລະ​ຜູ້ນ​ແທນ​ຝ່າຍ​ອື່ນໆ,​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ສະ​ຖາ​ນະ​ການ​ຊຸດ​ຮ້າຍ​ລົງ​ອີກ.