ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-04 18:13:49    
ລັດ​ຖະ​ມົນ​ຕີ​ກະ​ຊວງ​ວັດ​ທະ​ນະ​ທຳ​ຈີນ​ສະ​ເໜີ​​ໃຫ້​ເພີ່​ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຕື່ມ​ອີກ

cri Author: zhangshuo

ຕາມ​ຂ່າວCRI:ວັນ​ທີ3​ກັນຍາ,ທ່ານ​ຊຸ່ນ​ເຈຍ​ເຈີ້​ງ ລັດຖະມົນຕີ​ກະຊວງ​ວັດທະນະທຳ​ຂອງ​ຈີນ​​ໃຫ້ກ່າວປາ​ຖະກະຖາ​ຢູ່​ວໍ​ຊິງ​ຕັນ,ສະ​ເໜີ​​ໃຫ້ເພີ່​ມທະວີ​ການ​ແລກປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຕື່ມ​ອີກ.


​ໃນ​ເວລາ​ກ່າວ​ປາຖະກະຖາ,ທ່ານ​ຊຸ່ນ​ເຈຍ​ເຈີ້​ງ​ໄດ້​ບັນ​ລະ​ຍາຍ​ຈຸດ​ພິ​ເສດ​ຂອງ​ວັດທະນະທຳ​ຈີນ.ທ່ານ​ເວົ້າວ່າ,ຈີນ​ຍຶດໝັ້ນພັດ​ທະນະ​ທັດ​ວິທະຍາ​ທີ່​ຖື​ມະນຸດ​ເປັນຫຼັກ,ລິ​ເລີ່​ມສົ່ງ​ເສີມ​ນ້ຳ​ໃຈວັດທະນະ​ທຳ​ມະນຸດ​ທີ່​ຖື​ຄວາມຖືກຕ້ອງ​ປອງ​ດອງ​ກັນ​ເປັນສິ່ງລ້ຳຄ່າ,ນີ້​​ແມ່ນການ​ເລືອກ​ເຟ້ນຍຸດທ​ະສາດ​ຂອງ​ວັດທະນະທຳ​ຈີນ​ໃນ​ສະ​ໄໝປະຈຸ​ບັນ.

ທ່ານ​ຊຸ່ນ​ເຈຍ​​ເຈີ້​ງຊີ້​ອອກ​ວ່າ,ລັດຖະບານ​ຈີນ​ສ້າງຕັ້ງສັງຄົມ​ທີ່​ມີ​ຄວາມກົມກຽວກັນ​ຢູ່​ພາຍ​ໃນ​ປະ​ເທດ,​ຕໍ່​ຕ່າງປະ​ເທດກໍຍ່ອມຈະ​ປະຕິບັດ​ນະ​ໂຍບາຍ​ກາ​ນຕ່າງປະ​ເທດ​ສັນຕິ​ພາບທີ່​ຕັ້ງຕົວເປັນ​ເອກະລາດ​​ແລະ​ເປັນ​ເຈົ້າຕົນ​ເອງ,ຫວັງ​ໃຫ້​​ປະ​ເທດ​ຕ່າງໆຢູ່​ຮ່ວມ​ກັນ​ດ້ວຍ​ໄມຕີ​ຈິດ​.

ທ່ານ​ຊຸ່ນ​ເຈຍ​ເຈີ້​ງ​ເຫັນ​ວ່າ,ທັງ​ສອງ​ປະ​ເທດ​ຈີນ​ອາ​ເມ​ລິ​ກາ​ມີ​ເບື້ອງ​ຫຼັງປະຫວັດສາດ​ທີ່​ຕ່າງ​ກັນ​ຢ່າງ​ຮອບດ້ານ,ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍດ້ານ​ວັດທະນະທຳ.ທ່ານ​ສະ​ເໜີ​ໃຫ້​ປະຊາ ຊົນ​ທັງ​ສອງຊາດ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ຕື່ມ​ອີກ,ຜ່ານ​ຈາກການ​ຕິດ​ຕໍ່​ພົວພັນກັນ​ຊອກ​ຫາ ຄວາມ​ສວຍ​ງາມ​ຂອງ​ສິ່ງ​ທີ່​ຄື​ກັນ.