ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-04 21:15:33    
ຄະ​ນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ​ປາ​ເລັສຕິນ​ຜ່ານ​ຮັບ​ຮອງ​ຍັດ​ຕິ​ບໍ່​ໄວ້​ວາງ​ໃຈ​ຕໍ່​ລັດ​ຖະ​ບານ

cri
ຕາມ​ຂ່າວສານ​ຊີ​ນຮວາ, ວັນ​ທີ3​ຕຸລາ, ຄະ​ນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ​ປາ​ເລັສຕິນ​ໄດ້​ຈັດ​ກອງ​ປະ​ຊຸມ​ວິ​ສາ​ມັນ​ຢູ່​ລາມາລາ​ແລະ​ກາ​ຊາ​ພ້ອມ​ກັນ, ປຶກ​ສາ​ຫາ​ລື​ແລະ​ຜ່ານ​ຮັບ​ຮອງ​ຍັດ​ຕິ​ບໍ່​ໄວ້​ວາງ​ໃຈ​ຕໍ່​ລັດ​ຖະ​ບານ​ປາ​ເລັສຕິນ​ປົກ​ຄອງ​ຕົນ​ເອງ​ທີ່​ທ່ານ​ຄູ​ໄລ​ເປັນ​ຫົວ​ໜ້າ, ພ້ອມ​ກັນ​ນັ້ນ​ກໍ່​ຮຽກ​ຮ້ອງ​ໃຫ້​ທ່ານ​ອັບ​ບາສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ຈັດ​ຕັ້ງ​ລັດ​ຖະ​ບານ​ຊຸດ​ໃໝ່​ໃນ​ສອງ​ອາ​ທິດ​ຂ້າງ​ໜ້າ​ນີ້.

ຕາມ​ໄດ້​ຊາບ, ວັນ​ທີ3​ຕຸລາ, ຄະ​ນະ​ກຳມ​ທິ​ການ​ນິຕິ​ບັນ​ຍັດ​ໄດ້​ຜ່ານ​ຮັບ​ຮອງ​ຍັດ​ຕິ​ບໍ່​ໄວ້​ວາງ​ໃຈ​ຕໍ່​ລັດ​ຖະ​ບານ​ຄູ​ໄລ​ດ້ວຍ​43​ບັດ​ເຫັນ​ດີ, 5ບັດ​ຄັດ​ຄ້ານ, ​ແລະ​5ບັດ​ສະຫຼະ​ສິດ. ພ້ອມ​ກັນ​ນັ້ນ, ຄະ​ນະ​ກຳມະ​ການ​ນິຕິ​ບັນຍັດ​ຍັງຮຽກ​ຮ້ອງ​ໃຫ້​ທ່ານ​ອັບ​ບາສຈັດ​ຕັ້ງ​ລັດຖະ​ບານ​ຂ້າມ​ຜ່ານ​ຊຸດ​ໃໝ່​ໃນ​ສອງ​ອາ​ທິດ​ຂ້າງ​ໜ້າ​ນີ້​, ປັບ​ປຸງ​ສະຖາ​ນະ​ການ​ວຸ້ນວາຍ​ຢູ່​ແຖບ​ກາ​ຊາ​ໃນ​ສະ​ເພາະ​ໜ້າ​ນີ້,​ແລະ​ເຮັດ​ວຽກ​ກະກຽມ​ຈັດ​ການ​ເລືອກ​ຕັ້ງ​ຄະນະ​ກຳມະ​ການ​ນິຕິ​ບັນ​ຍັດ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ25​ມັງ​ກອນ​ປີ2006.