ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-10 10:55:30    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແນະ​ນຳ​ສະ​ພາບ​ທີ່​ຈີນ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່​ປະ​ເທດ​ອາ​ຊີ​ໃຕ້​ທີ່​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ, ວັນ​ທີ9​ຕຸລາ​ຢູ່​ປັກ​ກິ່ງ, ທ່ານ​ຂົງຊວນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ແນະ​ນຳ​ສະ​ພາບ​ທີ່​ຈີນ​ສະ​ໜອງ​ຄວາມ​ອຸດ​ໜູນ​ໃຫ້​ແກ່​ປະ​ເທດ​ອາຊີ​ໃຕ້​ທີ່​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ

ທ່ານ​ຂົງຊວນ​ກ່າວ​ວ່າ, ພາຍ​ຫຼັງ​ເກີດໄພ​ແຜ່ນ​ດິນ​ໄຫວ​ແລ້ວ, ຜູ້​ນຳ​ຈີນ​ຄື​ທ່ານ​ຫູ​ຈີນ​ທາວ ປະ​ທານ​ປະ​ເທດ​ຈີນ​ເປັນ​ຕົ້ນ​ໄດ້​ສົ່ງ​ໂທລະ​ເລກ​ຖາມ​ຂ່າວ​ໄປ​ຍັງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ.ຈີນ​ຍັງ​ຕົກ​ລົງ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ່ວນ​ທີ່​ມີ​ຍອດ​ມູນ​ຄ່າ6​ລ້ານ2​ແສນ​ໂດ​ລາ​ໃຫ້​ແກ່​ປາ​ກິ​ສະ​ຖານ. ນອກ​ນີ້, ຈີນ​ໄດ້ກອງ​ກອບ​ກູ້ສາ​ກົນ​49​ຄົນ​ນຳ​ເອົາ​ວັດຖຸ​ຊ່ວຍ​ເຫຼືອ​ງວດ​ທຳອິດ​ໄປ​ປາ​ກິ​ສະ​ຖານ​ແລ້ວ, ເພື່ອ​ຊ່ວຍ​ຝ່າຍ​ປາ​ກິ​ສະຖານ​ເຮັດ​ວຽກ​ຊອກ​ຄົ້ນ​​ແລະກອບກູ້​.

ທ່ານ​ຂົງຊວນ​ກ່າວ​ວ່າ, ຕາມ​ໄດ້​ຊາບ, ຄົນ​ຈີນ​ທີ່ຢູ່​ປາ​ກິ​ສະຖານ​ມີຜູ້​ໜຶ່ງ​ເສຍ​ຊີ​ວິດ, 4ຄົນ​ບາດ​ເຈັບ, ສະ​ຖານ​ທູດ​ຈີນ​ປະຈຳ​ປາ​ກິ​ສະ​ຖານ​ພວມ​ພະ ຍາ​ຍາມ​ສຸດ​ຂີດ​ສະ​ແຫວງ​ຫາ​ການ​ຊ່ວຍ​ເຫຼືອ​ຂອງ​ລັດຖະ​ບານ​ປາ​ກິ​ສະຖານ ​ເຮັດ​ວຽກ​ກອບ​ກູ້​ປິ່ນ​ປົວ​ແລະ​ແກ້​ໄຂ​ບັນ​ຫາ​ຄ້າງ​ຫຼັງ​ທີ່​ກ່ຽວ​ຂ້ອງ​ໃຫ້​ດີ.