ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-10 21:43:00    
​​ປະ​ເທດ​ຊາດ​ຂ້າ​ຂໍ​ອວຍ​ພອນ​ເຈົ້າ​ຊົ່ວ​ກາ​ລະ​ນານ​(ສຽງ)​​

cri Author: zhangshuo



ທີ່ນີ້​ວິທະຍຸ​ສາກົນ​ແຫ່​ງປະ​ເທດ​ຈີນ,ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​​ເຄົາລົບ,ມື້​ນີ້​ແມ່ນ​ວັນ​ທີ2​ຕຸລາ, ຍິນ​ດີ​ຕ້ອນຮັບ​ທ່ານ​ຮັບ​ຟັງ​ລາຍ​ການ​ສະ​ຫຼອງ​ວັນ​ຊາດ​ຈີນ"ຂ້າ​ຂໍ​ອວຍ​ພອນ​ປະ​ເທດ​ຊາດ​ຊົ່ວ​ກາ​ລະ​ນານ"​ພາກ​ປາຍ​​ເຊິ່ງ​ຕໍ່​ຈາກ​ລາຍ​ການ​ຢ່ອນ​ອາ​ລົມ​​ໃນ​ວັນ​ເສົາ,​ຂ້າ​ພະ​ເຈົ້າ​ແມ່ນ​ສົມ ບູນ.ມື້​ວານ​ນີ້​ແມ່ນ​ວັນ​ເກີດ ຄົບ​ຮອບ56​ປີ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ,ມື້​ນີ້, ພວກ​ເຮົາ​ໄດ້​ຈັດ​ເອົາ​ເພງ​ອີກ​ປະ​ມວນ​ໜຶ່ງ​ທີ່​ສັນ​ລະ​ເສີນ​ປະ​ເທດ​ຊາດ​ມາ​ສູ່​ທ່ານ​ຟັງ,​ປະ​ຊາ​ຊົນ​ຈີນ​ໄດ້​ໃຊ້​ສຽງ​ເພງ​ມາ​ສະ​ແດງ​ຄວາມ​ຮັກ​ຄວາມ​ອວຍ​ພອນ​ແລະ​ຄວາມ​ສັນ​ລະ​ເສີນ​ຕໍ່​ປະ​ເທດ​ຊາດຂ​ອງ​ຕົນ.

​ເພງ "ຮັກປະຊາ​ຊາດ​ຈີນ​ພວກ​ເຮົາ" ​ແມ່ນ​ເພງ​ທີ່​​ແຕ່ງ​ໂດຍ​ທ່ານ​ຊຽວຢູ​ແລະ​ທ່ານ​ຊູ​ເພີ້ຍ​ຕົ່ງ ນັກ​ແຕ່ງ​ເນື້ອ​ຮ້ອງ​ແລະ​ທຳນອງ​ເພງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​.​ເນື້ອ​ເພງອັນ​ເຕັມ​ໄປ​ດ້ວຍ​ຄວາມ ກະ​ຕື​ລື​ລົ້ນ​ຂອງ​ທ່ານ​ຊຽວ​ຢູ​ແລະ​ພາ​ສາ​ດົນ​ຕີ​ທຳ​ນອງ​ຊົນ​ຊາດ​ທີ່​ປ່ຽມ​ລົ້ນ​ໄປ​ດ້ວຍ​ຄວາມ​ຮູ້ ສຶກ​ແຫ່ງ​ຍຸກ​ສະ​ໄໝ​ຂອງ​ທ່ານ​ຊູ​ເພີ້ຍ​ຕົ່ງ,​ໄດ້​ສ່ອງ​ແສງ​ອາ​ລົມ​ອັນ​ມ່ວນ​ຊື່ນ​ຟົດ​ຟື້ນ​ຂອງ​ປະ​ຊາ ຊົນ​ຈີນ​ບັນດາ​ຊົນ​ເຜົ່າ​ຢ່າງ​ມີ​ຊີວິດ​ຊີວາ,​​ແລະ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ອັນ​ແຮງ​ກ້າ​ຂອງ​56​ຊົນ​ເຜົ່າ​ຂອງ​ຈີນ.​ເຊີນ​ຟັງ​ເພງ"ຮັກ​ປະ​ຊາ​ຊາດ​ຈີນ​ຂອງ​ພວກ​ເຮົາ"ທີ່​ຂັບ​ຮ້ອງ​ໂດຍ​​ນາງ​ຊົ້ງ​ຈູ​ອີ່​ງ.​ໃນ​ເພງ​ມີ​ເນື້ອ​ຮ້ອງ​ວ່າ: "ດວງ​ດາວ​56​ດວງ, ດອກ​ໄມ້​56​ດອກ,ອ້າຍ​ເອື້ອຍ​ນ້ອງ​56​ຊົນ​ເຜົ່າ​​ແມ່ນ​ຄອບ​ຄົວ​ດຽວ​ກັນ.​56​ພາ​ສາ​ຂອງ​56​ຊົນ​ເຜົ່າ​ໂຮມ​ເປັນຄວາມ​ດຽວ​ກັນ,ນັ້ນກໍ​ຄື​ຮັກປະ ຊາ​ຊາດ​ຈີນ​ຂອງ​ພວກ​ເຮົາ."ທີ່​ທ່ານ​ຟັງ​ມານັ້ນ​ແມ່ນ​ເພງ"ຮັກປະຊາ​ຊາດ​ຈີນຂອງ​ພວກ​ເຮົາ"ທີ່​ຂັບ​ຮ້ອງ​ໂດຍນາງ​ຊົ້ງຈູອີ່​ງ.

​"​​ເລື​ອດຄື​ກັນ​ ​ເຊື້ອ​ດຽວກັນ,ຄວາມທຸກ​ຍາກທີ່​ເຄີຍ​ຜ່ານ​ມາຝັງ​ໃນໃຈ​​ພວກ​ເຮົາ,​ໃນ​ອະນາ ຄົດພວກ​ເຮົາ​ຍັງ​ມີ​ຄວາມຟັດ​​ໄຝ່,ພວກ​ເຮົາ​ພ້ອມ​ກັນ​ບຸກ​ເບີກ.​ເກາະ​ແຂນ​ກັນ,ບໍ່​ຈຳ​ແນ​ກ​ເຈົ້າ ຫຼື​ຂ້ອຍ,​​ເງີຍ​ໜ້າ​ກ້າວ​ເດີນ,​ ໃຫ້​​ທົ່ວ​ໂລກ​ຮູ້​ວ່າ​ພວກ​ເຮົາ​ລ້ວນ​ແຕ່​​ແມ່ນ​ຄົນ​ຈີນ."​ເພງ "ຄົນ​ຈີນ"​ແຕ່ງ​ເນື້ອ​ຮ້ອງ​​ໂດຍ​ທ່ານ​ຫຼີ​ອ່ານ​ຊິ່ວ​ແລະ​ແຕ່ງ​ທຳ​ນອງ​ໂດຍ​ທ່ານ​ເຊິ​ນ​ຢ້າວ​ຊ່ວນ​​ເມື່ອ ໃນ​ປີ1997,​ເພງ​ນີ້​ແມ່ນ​ນັກ​ດົນຕີ​ຮົງ​ກົງ​​ແຕ່ງພິ​ເສດ​ເພື່ອ​ສະ​ແດງ​ຄວາມ​ຕື່ນ​ເຕັ້ນ​ແລະ​ຄວາມ​ພາກ​ພູມ​ໃຈຂອງ​ຄົນ​ທັງ​ຫຼາຍ​ໃນ​ເວລາ​ຮົງ​ກົງ​ກັບ​ຄືນ​ສູ່ປະ​ເທດ​ຊາດ.​ເນື້ອ​ເພງ​ໄດ້​ສະ​ແດງ​ຈິດ​ໃຈ​ອັນ​ອົງ​ອາດ​ສະ​ຫງ່າ​ຂອງ​ຊາວ​ຈີນ​ໃນ​ທົ່ວ​ໂລກທີ່​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ ​ເກາະ​ແຂນ​ກັນ​ບຸກ​ເບີກ​ອະ​ນາ​ຄົດ.​ຕໍ່​ໄປ​ເຊີນ​ຟັງ​​ເພ​ງ"ຄົນ​ຈີນ"ທີ່​ຂັບ​ຮ້ອງ​ໂດຍ​ທ່ານ​ລິວ​ເຕີ​ຮວາ ນັກ​ຮ້ອງ​ທັງ​ເປັນ​ນັກ​ສະ​ແດງ​ຮູບ​ເງົາ​ແລະ​ເລື່ອງ​​ໂທ​ລະ​ພາບ​ທີ່​ມີ​ຊື່​ສຽງ​ຂອງ​ຮົງ​ກົງ.

​ເພື່ອນ​ຜູ້​ຟັງ,ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ "ມາຕຸ​ພູມ,​ມານ​ດາ​ຜູ້ເມດ​ຕາ".​​​​​​ເພງ​ນີ້​ແຕ່ງ​ເມື່ອ​ປີ 1981,​ແຕ່ງ​ເນື້ອ​ຮ້ອງ​ໂດຍ​ທ່ານ​ຈ່າງ​ຮົງ​ຊີ່​ ແຕ່ງ​ທຳນອງໂດຍ​ທ່ານ​ລູ້​ໄຈ້​ອີ້.​ເພງ​ນີ້​ສະ​ແດງ ຄວາມ​ຮັກ​ອັນ​ແທ້​ຈິງ​ຂອງລູກ​ຫຼານ​ປະ​ຊາ​ຊາດ​ຈີນທີ່​ມີ​ຕໍ່​ປະ​ເທດ​ຊາດ ດ້ວຍ​ທຳນອງ​ທີ່​​ເຕັມ​ໄປ​ດ້ວຍ​ອາ​ລົມ​ຈິດ​ຈິງ​ໃຈ​ເລິກ​ເຊິ່ງ​ແລະ​ລະ​ອຽດ​ແລະ​ຈິງ​ໃຈ.​ໃນ​ເພງ​ນີ້​ໄດ້​ຮອງ​ວ່າ:"​ໃຜ​ບໍ່​ຮັກ​ແມ່​ຂອງ​ຕົນດ້ວຍ​ດວງ​ໃຈຂອງ​ຜູ້​ເປັນ​ລູກ​ຫຼານ,​ໃຜ​ບໍ່​ຮັກ​ແມ່​ຂອງ​ຕົນ​ດ້ວຍ​ໄວ​ຄະ​ນອງ​ທີ່​ສວຍ​ງາມ.​ປະ​ເທດ​ຊາດ​ທີ່​​ແສນ​ຮັກ,​ແມ່​ຜູ້​ເມດ​ຕາ,​ຄວາມ​ຮັກ​ຂອງ​ລູກ​ຟົດ​ຟື້ນ​ເໝືອນ​ດັ່ງ​ແມ່ ນ້ຳ​ຢາງ​ເຊ​ແມ່​ນ້ຳ​ເຫຼືອງ​ທີ່​ໄຫຼ​ຜາດໆ,​ຄວາມ​ກະ​ຕັນ​ຍູ​ຂອງ​ລູກ​ລ້ຳ​ເລິກ​ເໝືອນ​ດັ່ງ​ທ້ອງ​ຟ້າ​​ສີ​ຄາມ​ແລະ​ນ້ຳ​ທະ​ເລ​ທີ່​ກວ້າງ​​ໃຫຍ່." ຕໍ່​ໄປ,​ເຊີນ​ຟັງ​ເພງ "ມາດ​ຕຸ​ພູມ,​ມານ​ຕາ​ຜູ້​ເມດ​ຕາ".ທີ່​ທ່ານ​ຟັງ​ມາ​ນັ້ນ​ແມ່ນ​ເພງ "ມາ​ຕຸ​ພູມ ມານ​ດາ​ຜູ້​ເມດ​ຕາ" ຂັບ​ຮ້ອງ​ໂດຍ​ທ່ານ​ລິວ​ເວີຍ​ເວີຍ.

​ເພງ "ມາ​ຕຸ​ພູມ,​ຂ້າ​ຂໍ​ອວຍ​ພອນ​ເ​ຈົ້າ​ຊົ່ວ​ກາ​ລະ​ນານ",​ແມ່ນ​​ເພງ​ທີ່​ແຕ່ງ​​ສະ​ເພາະ​ໃນ​ໂອ​ກາດ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ​​ປະ​ເທດ​ຈີນ​ຄົບ​ຮອບ​50ປີ,​ເນື້ອ​ເພງ​ນີ້​ທຳ​ມະ​ຊາດ​ງ່າຍ​ດາຍ, ທຳ​ນອງ​ເພງ​ຫຼ່ຽນ​ໄຫຼ​ລະ​ບາຍ​ອາ​ລົມ,​ເຕັມ​​ໄປ​ດ້ວຍ​ຄວາມ​ອວຍ​ພອນ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ຕໍ່ ປະ​ເທດ​ຊາດ. ຕໍ່​ໄປ​ເຊີນ​​ຟັງ​ນາງ​​ເມີງ​ເກີ ​ນັກ​ຮ້ອງ​ຊາວ​ໜຸ່ມ​ຂັບ​ຮ້ອງ​ເພງ​ນີ້.​ເນື້ອ​ເພງ​ຂຽນ​ວ່າ,ເຈົ້າ​ແມ່ນ​ທໍ​ລະ​ນີ​,ຂ້າ​ແມ່ນ​ດອກ​ໄມ້​ຂອງ​​ເຈົ້າ,​ເບັ່ງ​ບານ​ຢ່າງ​ຜາ​ສຸກ​ໃນ​ອ້ອມ​​ແຂນ​ຂອງ​ເຈົ້າ,​ອວຍ​ພອນ​ເຈົ້າ,​ອວຍ​ພອນ​​ແກ່​ເຈົ້າ​ຊົ່ວ​ກາ​ລະ​ນານ,​ມາ​ຕຸ​ພູມ​ທີ່​ແສນ​ຮັກ​ຂອງ​ຂ້າ.​ທີ່​ທ່ານ​ຟັງ​ມາ​ນັ້ນ​ແມ່ນ​ເພງ "ອວຍ​ພອນ​ເຈົ້າ​ຊົ່ວ​ກາລະ​ນານ".

ມ້ວນ​ທ້າຍ​ລາຍການ​ມື້​ນີ້, ​ເຊີນ​ຟັງ​ເພງ "ຂ້າ​ໃຊ້​ສຽງ​ເພງ​ກອດ​ຊົມ​ປະ​ເທດ​ຊາດ",ຂັບ​ຮ້ອງ​ໂດຍ​ນາງ​ວາງ​ຈີ້​ງ, ​ແຕ່ງ​ໂດຍ​ທ່ານ​ຈາງ​ຊ່ຽນອີ.ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ "ຂ້າ​ໃຊ້​ສຽງ​ເພງ​ກອດ​ຊົມ​ປະ​ເທດ​ຊາດ". ​ເນື້ອ​ເພງ​ຂຽນ​ວ່າ, ຂ້າ​ໃຊ້​ສຽງ​ເພ​ງກອດ​ຊົມ​ເຈົ້າ ປະ​ເທດ​ຊາດ, ຂ້າ​ຈະ​ກອດຊົມ​ຄວັນ​​ໄຟ​ທຸກ​ຫຼັງ​ເຮືອນ, ​ເມກ​ຂາວທຸກ​ປອນ. ດອກ​​ໄມ້​ນ້ອຍທຸກ​ດອກ, ​​ແສງໄຟ​ເຮືອ​ຫາ​ປາ​ທຸກ​ຈຸດ.​ຂ້າ​ຈະ​ຂໍ​ມອບເພງ​ໜຶ່ງ​​ແດ່​ເຈົ້າ.​ສຽງ​ເພງ​ຂອງ​ຂ້າ​ດັງ​ກ້ອງ​ທົ່ວ​ທ້ອງ​ຟ້າ​ມະ​ຫາ​ສະ​ໝຸດ, ຊາບ​ຊຶ້ງ​ເຂົ້າ​ໃນ​ດວງ​ໃຈ​ຂອງ​ມວນ​ຊົນ,​ຄວາມ​ຮັກ​ທີ່​ບໍ່​ມີ​ວັນ​ຈາງ​ຫາຍ, ສຽງ​ເພງ​ທີ່ບໍ່​ມີ​ບ່ອນ​ສຸດ​ສ້ຽງ,​ຂ້າ​ໃຊ້​ສຽງ​ເພງ​ມາ​ກອດ​ຊົມປະ​ເທດ​ຊາດ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,​ໃນ​ທ່າມກາງສຽງ​ເພງ​ທີ່​ປ່ຽມ​ລົ້ນ​ໄປ​ດ້ວຍ​ນ້ຳ​ໃຈ​ອັນ​ເລີກ​ເຊິ່ງ,​ລາຍ ການ​ນັດ​ພົບ​ໃນ​ວັນ​ອາທິດ​​ເທື່ອ​ນີ້​ກໍ​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້, ຂອບ​ໃຈ​ທ່ານ​ທີ່​ໄດ້​ຮັບ​ຟັງ​,​ສະ​ບາຍ​ດີ.