|
![](/images/spacer.gif) |
(GMT+08:00)
2005-10-11 10:11:26
|
ຫົວໜ້າລັດຖະບານຫວຽດນາມກັບກຳປູເຈຍຈັດການພົບປະເຈລະຈາ
cri
ຕາມຂ່າວສານຊິນຮວາ: ວັນທີ 10 ຕຸລາ ທ່ານພານວັນຄາຍ ນາຍົກລັດຖະມົນຕີຫວຽດນາມກັບທ່ານຣຸນເຊັນ ນາຍົກລັດຖະມົນຕີກຳປູເຈຍທີ່ໄປຢ້ຽມຢາມໄດ້ພົບປະເຈລະຈາຢູ່ຮ່ານ້ອຍ.
ຕາມຂ່າວແຈ້ງວ່າ, ຫົວໜ້າລັດຖະບານຫວຽດນາມແລະກຳປູເຈຍໄດ້ແລກປ່ຽນຄວາມເຫັນຢ່າງກວ້າງຂວາງກ່ຽວກັບບັນຫາພາກພື້ນແລະສາກົນທີ່ສອງຝ່າຍສົນໃຈນຳກັນ,ກ່າວເນັ້ນວ່າຈະຊຸກຍູ້ການແລກປ່ຽນລະຫວ່າງສອງປະເທດໂດຍອີງຕາມສັນຍາຂອບອາຊຽນແລະກົນໄກຮ່ວມມືອະນຸພາກພື້ນ, ແລະເພີ່ມທະວີການຮ່ວມມືໃນຂົງເຂດການຄ້າການລົງທືນ, ກະສິກຳແລະອຸດສາຫະກຳ, ພະລັງງານ, ຄົມມະນາຄົມ, ສື່ສານ, ການທ່ອງທ່ຽວແລະອື່ນໆ.
ສອງຝ່າຍຕົກລົງຈະສ້າງສະພາບແວດລ້ອມທີ່ຈະເລີນຮຸ່ງເຮືອງ ສັນຕິພາບແລະມີສະຖຽນລະພາບຍາວນານໃຫ້ແຂວງທີ່ຢູ່ຊາຍແດນລະຫວ່າງສອງປະເທດໂດຍອີງຕາມສັນຍາທີ່ຕົກລົງກັນໃນເມື່ອກ່ອນ.
|
|
|