ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-11 11:28:15    
ຜູ້​ແທນ​ຈີນ​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຝ່າຍ​ຈີນ​ໃນ​ບັນຫາ​ຫຼຸດ​ກຳ​ລັງ​ລົບ​ນີວ​ເຄຼຍ​ແລະ​ການ​ປ້ອງ​ກັນ​ບໍ່​​ໃຫ້​ແຜ່​ຜາຍ​ນີວ​ເຄຼຍ​ຢູ່​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ

cri
ຕາມ​ຂ່າວCRI,ວັນ​ທີ10ຕຸລາ,​ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ຫຼຸດ​ກຳ​ລັງ​ລົບ​ນີວ​ເຄຼຍ​ແລະ​ການ​ປ້ອງ​ກັນ​ບໍ່​​ໃຫ້ແຜ່ຜາຍນີວ​ເຄຼຍ​ໃນ​ຄະນະ​ກຳ​ມະ​ການ​ທີ​ໜຶ່ງ​ຂອງ​ສະ​ມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ສະ​ໄໝ​ທີ60,ທ່ານ​ຈ່າງ​ອຽນ ຫົວໜ້າ​ກົມ​ຄວບ​ຄຸມ​ກຳ​ລັງ​ລົບ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ຊີ້​ອອກ​ວ່າ,ການ​ປ້ອງ​ກັນ​ບໍ່​​ໃຫ້ແຜ່ຜາຍ​ນີວ​ເຄຼຍ​ແມ່ນ​ໜ້າ​ທີ່​ຕົວ​ຈິງ​ແລະ​ຮີບ​ດ່ວນ​ລາຍ​ໜຶ່ງ​ທີ່​ປະ​ຊາ​ຄົມ​ໂລກ​ປະ​ເຊີນ​ໃນ​ສະ​ເພາະ​ໜ້າ​ນີ້,ຕ້ອງ​ພິ​ຈາ​ລະ​ນາ​ທັງ​ກົກ​ທັງ​ຮາກ,​ປົວ​ແປງ​ຢ່າງ​ສັງ​ລວມ.

ທ່ານ​ຈ່າງ​ອຽນ​ກ່າວ​ວ່າ,ບັນດາ​ປະ​ເທດ​ຄວນ​ເຄົາລົບ​ຜົນ​ປະ​ໂຫຍ​ດດ້ານ​ຄວາມ​ປອດ​ໄພ​ຂອງ​ກັນ,​ບັນ​ລຸ​ຄວາມ​ປອດ​ໄພ​ຮ່ວມ​ໂດຍ​ຢູ່​ບົນ​ພື້ນຖານ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ສະ​ເໝີ​ພາບ​ແລະ​ຮ່ວມ​ມື​ກັນ,ກຳຈັດ​ປັດ​​ໄຈ​ທີ່​ພາ​ໃຫ້​ມີ​ການ​ແຜ່​ຜາຍນີວ​ເຄຼຍ.​ພ້ອມ​ກັນ​ນັ້ນ,​ຄວນ​ຢູ່​ໃນ​ຂອບ​ກົດໝາຍ​ລະຫວ່າງ​ຊາດ​ທີ່​ມີ​ຢູ່ໃນ​ປັດຈຸບັນ,​ໃຊ້​ພາຫະ​ນາ​ການ​ເມືອງ​ແລະ​ການ​ຕ່າງ​ປະ​ເທດ​ມາແກ້​ໄຂ​ບັນຫາ​ແຜ່​ຜາຍນີວ​ເຄຼຍ.​ການ​ປ້ອງ​ກັນ​ບໍ່​ໃຫ້​ແຜ່​ຜາຍ​ນີວ​ເຄຼຍ​ບໍ່​ຄວນ​ກະ​ທົບ​ເຖິງ​ການ​ນຳ​ໃຊ້​ນີວ​ເຄຼຍ​ໂດຍ​ສັນ​ຕິ​ຂອງ​ວິ​ທະ​ຍາ​ສາດ​ເຕັກ​ນິກ.

ທ່ານ​ຈ່າງ​ອຽນ​ຍັງ​ກ່າວ​ເນັ້ນ​ວ່າ,ມາດ​ຕະການ​ໃດໆ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ກົນ​ໄກ​ປ້ອງ​ກັນການ​ແຜ່ຜາຍ​ນີວ​ເຄຼຍສາກົນ,ລ້ວນ​ແຕ່​ຕ້ອງ​​ເຄົາລົບ​ຫຼັກ​ການ​ຫຼາຍ​ຝ່າຍ.