ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-11 17:18:38    
ຈີນ​ຈະ​ຍິງ​ສົ່ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ​"ເສີນ​ໂຈ່​ວ"​ເລກ​6​ຂຶ້ນ​ສູ່​ອະ​ວະ​ກາດ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ11​ຕຸລາ,ຢູ່​ທີ່​ປັກ​ກິ່ງ,ຜູ້​ຮັບຜິດ​ຊອບ​ຂອງ​ກອງ​ບັນຊາ​ໂຄງ​ການ​ຍານ​ອະ​ວະ​ກາດ​ບັນທຸກ​ຄົນ​ຂອງ​ຈີນ​ປະກາດ​ວ່າ,​ແຕ່​ວັນ​ທີ12​ຮອດ​ວັນ​ທີ15​ຕຸລາ,ຈີນ​ຈະ​ເລືອກ​ໂອ​ກາດ​ຍິງ​ສົ່ງ​ຍານ​ອະ​ວະ​ກາດ​ບັນທຸກ​ຄົນ​"ເສິນ​ໂຈ່​ວ"​ເລກ6ຂຶ້ນ​ສູ່​ອະວະກາດ.

ຜູ້​ຮັບຜິດຊອບ​ຜູ້​ນີ້​ເວົ້າ​ວ່າ:ນັກ​ບິນ​ອະວະກາດ​ສອງ​ຄົນ​ຈະ​ຂີ່ຍານ​ອະ​ວະ​ກາດ"​ເສິນ​ໂຈ່​ວ"​ເລກ6​,ປະຕິບັດ​ໜ້າ​ທີ່ການບິນ​ອະວະກາດ​ຫຼາຍ​ມື້.ຕາມ​ແຜນ​ການ,​ຍານ​ອະ​ວະ​ກາດ​ຈະ​ຖືກ​ຍິງ​ສົ່ງ​ຂຶ້ນ​ສູ່​ອະ​ວະກາດ​ຢູ່​ສູ​ນຍິງສົ່ງ​ດາວ​ທຽມ​ຈິ​ວສວນ​ຈີນ,​ພາຍ​ຫຼັງ​ສຳ​ເລັດ​ໜ້າ​ທີ່​ທີ່​ກຳນົດ​ໄວ້​ລ່ວງ​ໜ້າ​ແລ້ວ,ຍານ​ອະວະກາດ​ຈະ​ກັບ​ຄືນສູ່​ສະຖານ​ທີ່​ລົງ​ຈອດ​ຕົ້ນ​ຕໍ​ທີ່​ຢູ່​​ພາກ​ກາງ​ຂອງ​ເຂດ​ມົງ​ໂກ​ໃນ​ຈີນ.

ຜູ້​ຮັບ​ຜິດ​ຊອບ​ຜູ້​ນີ້​ຍັງ​ເຜີຍ​ໃຫ້​ຮູ້​ວ່າ,ປັດຈຸບັນ,ວຽກ​ງານ​ກະກຽມ​ທຸກ​ລາຍ​ກ່ອນ​ຍິງ​ສົ່ງ​ຍານ​ອະ​ວະ​ກາດ​ໄດ້​ຄືບ​ໄປ​ໜ້າ​ຢ່າງ​ສະ​ດວກ.