ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-11 19:24:21    
ການ​ຢ້ຽມ​ຢາມ​ສປປ​ເກົາ​ຫຼີ​ຂອງ​ຮອງ​ນາ​ຍົກ​ຈີນ​ສຳ​ເລັດ​ຜົນ​ທີ່​ສຸດ

cri Author: zhangshuo
ຕາມ​ຂ່າວCRI:ວັນ​ທີ11​ຕຸລາ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ,ທ່ານ​ຂົງຊວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ທ່ານ​ນາງ​ອູ​ອີ ຮອງ​ນາຍົກ​ລັດຖະມົນຕີ​ຈີນ​ໄດ້​ສຳ​ເລັດການ​ຢ້ຽມຢາມ​ສປປ​ເກົາຫຼີ​ໃນ​ຕອນ​ເຊົ້າວັນ​ທີ11​ຕຸ​ບາ,ການ​ຢ້ຽມຢາມ​ເທື່ອ​ນີ້​ສຳ​ເລັດ​ຜົນ​ທີ່​ສຸດ,ຜູ້ນຳ​ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ຈິງ​ໃຈ​ກ່ຽວ​ກັບ​ການ​ພົວພັນ​ສອງ​ຕໍ່​ສອງ​ແລະ​ບັນຫາ​ທີ່​ສົນ​ໃຈ​ນຳ​ກັນ,​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ກວ້າງຂວາງ.

ທ່ານ​ຂົງຊວນ​ເວົ້າວ່າ,ນອກ​ຈາກ​ບັນຫາ​ຕ່າງໆ ​ເຊັ່ນການ​ໄປມາຫາສູ່​ກັນ​ດ້ານ​ການ​ເມືອງ​ແລະ​ການ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ຜູ້ນຳ​ຊັ້ນສູງສອງ​ປະ​ເທດ,ທ່ານ​ນາງ​ອູ​ອີ​ຍັງ​ໄດ້​ແລ​ກປ່ຽນ​ຄວາມ​ເຫັນ​ກັບ​ຝ່າຍ​ສປປ​ເກົາຫຼີກ່ຽວ​ກັບ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກເປັນ​ຈຸດໜັກ.