ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-12 18:22:20    
ຈີນ​ຍິງ​ສົ່ງ​ຍານ​ອະວະ​ກາດ​ບັນທຸ​ກຄົນ​ລຳ​ທີ2​ຢ່າງ​ສຳ​ເລັດ​ຜົນ

cri

ຕາ​ມຂ່າວcri:ຕອນ​ເຊົ້າວັນ​ທີ12 ຕຸລາ,ຍານ​ອະວະກາດ"​ເສີນ​ໂຈ​ວ"​ເລກ6 ທີ່​ບັນທຸກ​ນັກ​ບິນ​ອະວະກາດ​ສອງ​ຄົນ​ທີ່​ຈີນ​ຄົ້ານຄວ້າ​ຜະລິດ​ເອົາ​ເອງ​ຖືກ​ຍິງ​ສົ່ງ​ຂຶ້ນ​ສູ່​ອະວະກາດຢ່າງ​ສຳ​​ເລັດ​ຜົນ.ນີ້​ແມ່ນ​ຈີນ​ຍິງ​ສົ່ງ​ຍານ​ອະວະກາດບັນ​ທຸກ​ຄົນ​ອີກ​ເທື່ອ​ຫນຶ່ງ​ຫລັງ​ຈາກ​ເທື່ອ​ທຳ​ອິດ​ເມື່ອ​ສອງ​ປີກ່ອນ.

ຍານ​ອະວະກາດ"​ເສີນ​ໂຈ​ວ"​ເລກ6​ແມ່ນ​ຖືກ​ຍິງ​ສົ່ງ​ຂຶ້ນ​ສູ່​ອະວະກາດ​ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ຈິ​ວສວນ​ທີ່​ຕັ້ງ​ຢູ່ພາກ​ຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ​ຈີນ.ລູກ​ສອນ​​ໄຟ​ຍານ​ສົ່ງ"ສາງ​ເຈິ່ງ"​ເລກ2Fທີ່​ຈີນ​ຄົ້ນ​ຄວ້າ​ຜະລິດ​ເອົາ​ເອງນັ້ນ​ໄດ້​ປະຕິບັດ​ຫນ້າ​ທີ່​ຍິງ​ສົ່ງ.ຜູ້ນຳ​ຂອງ​ຈີນ​ຄື​ທ່ານ​ຮູ​ເຈິ​ນທ່າວ  ປະທານ​ປະ​ເທດ​ຈີນ​ແລະ​ທ່ານ​ເວິນ​​ເຈຍ​ໂປ​ວ ນາຍົກລັດຖະມົນຕີຈີນ​ເປັນ​ຕົ້ນ,​ໄດ້​ເບິ່ງ​ສະພາບ​ຍິງ​ສົ່ງຢູ່​ສູນຄວບ​ຄຸມ​ການບິ​ນອະວະກາດປັກ​ກິ່ງ​ແລະ​ສູນ​ຍິງ​ສົ່ງ​ດາວ​ທຽມ​ຈິ​ວສວນ​,​ແລະ​ອວຍພອນການ​ຍິງ​ສົ່ງ​ ​ຂອງ​ຍານ​ອະວະກາດ"​ເສີນ​ໂຈ​ວ"​ເລກ6​ໄດ້​ສຳ​ເລັດ​ຜົນ.

ຕາມ​​ແຜນການ,ທ່ານ​ເຟຈຸ່ນ​ລົງ ທ່ານ​ເນຍ​ໄຫ​ເຊີ້ງ ນັກ​ບີ​ນອະວະກາດ​ສອງ​ຄົນ​ນີ້​ຈະ​ປະຕິບັດ​ຫນ້າ​ທີ່ການ​ບິນ​ອະວະກາດ​ຫລາຍ​ມື້,​ແລະ​ຈະ​​ແກ້ຊຸດ​ອະວະກາດ,ຈາກ​ຫ້ອງ​ກັບ​ຄືນ​ເຂົ້າ​ໄປ​ໃນ​ຫ້ອງ​ໂຄຈອນ​ດຳ​ເນີນ​ການ​ເຄື່ອນ​ໄຫວ,ນອກ​ນີ້,ພວກທ່ານຍັງ​ຈະ​ສຳ​ເລັດ​ຫນ້າ​ທີ່​ທົດ​ລອງ​ວິທະຍາສາດ​ອະວະກາດ.ຫລັງ​ຈາກ​ສຳ​ເລັດ​ຫນ້າ​ທີ່ການ​ບິນ​ອະວະກາດ​ທີ່​ກຳນົດ​ໄວ້​ແລ້ວ,ຍານ​ອະວະກາດ​ຈະ​ກັບ​ຄືນ​ສູ່​ເດີ່ນ​ຈອດ​ຕົ້ນຕໍ​ທີ່ຢູ່​ພາກ​ກາງ​ເຂດມົງ​ໂກ​ປົກຄອງ​ຕົນ​ເອງ​ທີ່ຢູ່ພາກ​​ເຫນຶອຂອງ​ຈີນ.
ກ່ຽວ​ກັບ​ເນື້ອ​ໃນ​ລາຍ​ລະອຽດ ​ເຊີນ​ຟັງ​ລາຍການ​ບົດ​ແຈ້ງຂ່າວ​ສະພາບ​ຂອງ​ຈີນ​ຫລັງພາກ​ຂ່າວ.