|
 |
(GMT+08:00)
2005-10-12 18:50:20
|
 |
ປະຊາຄົມໂລກສົນໃຈນຳຈີນຍິງສົ່ງຍານອະວະກາດບັນທຸກຄົນເຊິນໂຈ່ວເລກ6
cri
Author: zhangshuo
ຕາມຂ່າວCRI:ວັນທີ12ຕຸລາ,ໃນເວລາຍານອະວະກາດເຊິນໂຈ່ວເລກ6ຂອງຈີນເຊິ່ງເປັນຍານອະວະກາດບັນທຸກຄົນລຳທີສອງທີ່ບັນທຸກນັກບິນອະວະກາດ2ຄົນຍິງຂຶ້ນສູ່ອະວະກາດ,ປະຊາຄົມໂລກໄດ້ສະແດງຄວາມເອົາໃຈໃສ່ຫຼາຍທີ່ສຸດ.
ໃນເວລາຕ້ອນຮັບການເຂົ້າສຳພາດຂອງນັກຂ່າວCRI,ທ່ານນາງຊີວວີ ກາລາລີ ເຈົ້າໜ້າທີ່ສູນຄົ້ນຄວ້າອະວະກາດແຫ່ງຊາດຝຣັ່ງເວົ້າວ່າ,ການຍິງສົ່ງຍານອະວະກາດບັນທຸກຄົນເຊິນໂຈ່ວເລກ6ເປັນຂີດໝາຍສະແດງໃຫ້ເຫັນວ່າແຜນການການບິນອະວະກາດຂອງຈີນໄດ້ສຳເລັດຜົນ,ກໍແມ່ນຕົວຢ່າງອັນໜຶ່ງຢັ້ງຢືນໃຫ້ເຫັນວ່າຈີນໄດ້ກຳເຕັກນິກການບິນອະວະກາດບັນທຸກຄົນແລ້ວ.
ທ່ານມາກ ເຄີກ ສະມາຊິກສະພາຕ່ຳ ຜູ້ລິເລີ່ມໜ່ວຍງານອາເມລິກາຈີນຂອງສະພາຕ່ຳອາເມລິກາຕາງໜ້າໜ່ວຍງານອາເມລິກາຈີນສະພາຕ່ຳອາເມລິກາສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຈີນຍິງສົ່ງຍານອະວະກາດບັນທຸກຄົນເຊິນໂຈ່ວເລກ6ຢ່າງສຳເລັດຜົນ.
ຂ່າວສານອາເປຂອງອາເມລິກາເຫັນວ່າ,ໂທລະພາບແຫ່ງຊາດຈີນໄດ້ຖ່າຍທາດສົດສະພາບການຍິງສົ່ງ,ທັງນີ້ເປັນປະກົດການແຫ່ງຄວາມໝັ້ນໃຈ.
ຂ່າວສານອາແອັຟເປຂອງຝຣັ່ງກ່າວວ່າ,ຈີນຍິງສົ່ງຍານອະວະກາດບັນທຸກຄົນເທື່ອທີສອງ,ມັນສະແດງໃຫ້ເຫັວ່າພາລະກິດການບິນອະວະກາດຂອງຈີນໄດ້ຄ່ອຍໆສຸກງອມແລ້ວ.
ນອກນັ້ນ,ຂ່າວສານລອຍເຕີຂອງອັງກິດ ຂ່າວສານອານຊາຂອງອີຕາລີ ຂ່າວສານເດເປອາຂອງເຢຍລະມັນ ຂ່າວສານກີໂອໂຕຂອງຍີ່ປຸ່ນແລະສື່ມວນຊົນຂອງສ.ເກົາຫຼີກໍໄດ້ແຈ້ງຂ່າວອັນລະອຽດກ່ຽວກັບຈີນສົ່ງຍານອະວະກາດບັນທຸກຄົນເຊິນໂຈ່ວເລກ6.
|
|
|