ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-12 21:04:14    
ຈີນ​ຈະ​ສືບຕໍ່ສົ່ງ​ເສີມ​ວິ​ສາ​ຫະກິດ​ຈີນ​ເພີ່ມ​ທະວີ​ການ​ຮ່ວມ​ມືກັບຕ່າງປະ​ເທດ​ໃນ​ຂົງ​ເຂດ​ເຕັກນິກ​​ສູງໃຫມ່

cri

ຕາມ​ຂ່າວcri:ວັນ​ທີ12 ຕຸລາ,ທ່ານ​​ເຈິ​ນ​ເພ​ຢຽນ ຮອງ​ນາຍົກລັດຖະມົນຕີນຈີນກ່າວ​ຢູ່​ເຊິ່​ນ​ເຈີ້​ນວ່າ,ຈີນ​ຈະ​ສືບຕໍ່ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ຈີນເພີ່ມ​ທະວີ​ການ​ຮ່ວມ​ມື​​ກັບຕ່າງປະ​ເທດ​ໃນ​ຂົງ​ເຂດ​ເຕັກນິກ​ສູງໃຫມ່.

 ທ່ານ​ເຈິ​ນ​ເພ​ຢຽນ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວໃນ​ເວລາ​ພົບ​ຜູ້ນຳ​ການ​ເມືອງ​ທີ່​ເຂົ້າ​ຮ່ວມ​ງານ​ແລກປ່ຽນ​ຜົນ​​ໄດ້ເຕັກນິກ​ຊັ້ນ​ສູງ​ໃຫມ່​ສາກົນ​ຈີນ​ຄັ້ງ​ທີ7​ໃນ​ມື້​ດຽວ​ກັນ,.ທ່ານ​ກ່າວ​ວ່າ,​ໃນ5​ປີ​ຂ້າງ​ຫນ້າ​ນີ້,ຈີນ​ຈະ​ຍຶດຫມັ້ນ​ນະ​ໂຍບາຍພື້ນ​ຖານ​​ແຫ່ງ​ຊາດ​ທີ່​ໄຂ​ປະຕູ​ສູ່​ພາຍ​ນອກ,​ເລັ່ງລັດ​ປ່ຽນ​ແປງ​ແບບ​ວິທີ​ເພີ່ມ​ເຮັດ​ການ​ຄ້າກັບຕ່າງປະ​ເທດ,ສຶບຕໍ່​ນຳ​ໃຊ້​ທຶນ​ຕ່າງປະ​ເທດ​ຢ່າງ​ຕັ້ງຫນ້າ​ແລະບັງ​ເກີດ​ຜົນ,ປະຕິບັດ​ຍຸ​ທະ​ສາດ​ໄຂ​ປະຕູ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົ​ນປະ​ໂຫຍ​ດ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດພ້ອມ​ກັນ,ຊຸກ​ຍູ້​ເສດຖະກິດ​​ແບບ​ໄຂ​ປະຕູ​​ໃຫ້​ບັນລຸ​ລະດັບ​ໃຫມ່.