ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-12 21:10:21    
ນັກ​ບິນ​ອະ​ວະ​ກາດ​ເຊິ​ນ​ໂຈ່​ວ​ເລກ​6​ຈະ​​ເຂົ້າ​ຫ້ອງ​ໂຄ​ຈອນ

cri Author: zhangshuo
ຕາມ​ຂ່າວCRI:​ເພື່ອ​ປະຕິບັດ​ໜ້າ​ທີ່​ຍິງ​ສົ່ງ​ຍານ​ອະວະກາດ​ເຊິ​ນ​ໂຈ່​ວ​ເລກ6,ຈີນ​ໄດ້​ດັດ​ແປງ​ເຕັກນິກ​ສຳຄັນ17​ລາຍ​ຕໍ່ລູກ​ສອນ​ໄຟ​ຍານ​ສົ່ງຊາງ​ເຈິ່ງເລກ2F​​,​ອັນ​ໄດ້​ຍົກ​ສູງ​ຄວາມ​ປອດ​ໄພ​ແລະ​ຄວາມໝັ້ນ​ໃຈແຫ່ງ​ການ​ຍິງ​ສົ່ງ​ຍານ​ອະວະກາດ​ເຊິ​ນ​ໂຈ່​ວ​ເລກ6ຕື່ມ​ອີກ.

ຕາມ​ແຜນການ,​ໃນ​ໄລຍະ​ຍານ​ອະວະກາດ​ບັນທຸ​ກຄົນ​ເຊິ​ນ​ໂຈ່​ວ​ເລກ6ບິນ​ຢູ່​ອະວະກາດ, ນັກ​ອະວະກາດ​ຈະ​ຈາກ​ຫ້ອງ​ກັບ​ຄືນ​ກ້າວ​ເຂົ້າຫ້ອງ​ໂຄຈອນ.ນັກ​ບິນ​ອະວະກາດ​ສອງ​ຄົນ ​ເຊັ່ນທ່ານ​ເຟີ້​ຍຈຸ້ນລົງ​ແລະ​ທ່ານ​​ເ​ນ້ຍໄຫ​ເຊິ້ງຈະ​ປະຕິບັດ​ໜ້າ​ທີ່​ການບິນ​ຫຼາຍມື້,​ປົດ​ຊຸດ​ການ​ບິນ​ອະວະກາດ​ແລ້ວ​ຈາກ​ຫ້ອງ​ກັບ​ຄື​ນ​ກ້າວ​ເຂົ້າຫ້ອງ​ໂຄຈອນ,​ແລ້ວ​ຜັດປ່ຽນ​ກັນ​ເຮັດ​ວຽກ​ແລະ​ພັກຜ່ອນ​ຢູ່​ໃນ​ຫ້ອງ​ໂຄຈອນ.​ເຄື່ອງວັດ​ແທກ​​ແລະອຸປະກອນ​ຕ່າງໆ​ໃນ​ຫ້ອງ​ໂຄ​ຈອນ​ທີ່​​ໃຊ້​ມາອຸ່ນ​ອາຫານ​ ​ເກັບ​ມ້ຽນ​ສິ່ງ​​ເສດ​​ເຫຼືອ​ແລະອຸດຈາລະ ປັດສາວະ​ເປັນຕົ້ນກໍ​ຈະ​​ເລີ່​ມ​ເຮັດ​ວຽກຢ່າງຮອບດ້ານ.ນອກ​ນີ້,ນັກ​ບິນ​ອະວະກາດ​ສອງ​ຄົນ​ຍັງ​ຈະ​ສຳ​ເລັດ​ໜ້າ​ທີ່​​ທົດ​ລອງວິທະ​ຍາສາດ​ຢູ່ອະວະກາດ.ພາຍຫຼັງຍານ​ອະວະກາດ​ສຳ​ເລັດ​ໜ້າ​ທີ່​ການບິນ​ທີ່​ກຳນົດ​ໄວ້​ແລ້ວ,​ຈະ​ກັບ​ຄືນສູ່​ໜ້າດິນທີ່​ຢູ່​ເຂດ​ພາກ​ກາງ​ເຂດ​ມົງ​ໂກ​ໃນປົກ​ຄອງ​ຕົນ​ເອງ​ທາງ​ພາກ​ເໜືອ​ຂອງ​ຈີນ.