ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-12 21:17:21    
ສະຫນາມ​ຍິງຍານ​ອະວະກາດ​ບັນທຸ​ກຄົນ​ຂອງ​ຈີນ​ໄດ້​ກາຍ​ເປັນ​ສະຫນາມຍິງສົ່ງໜຶ່ງ​ກ້າວຫນ້າກວ່າ​ໝູ່​​ໃນໂລກ 

cri

ຕາມ​ຂ່າວCRI, ພາຍຫຼັງ​ຈີນ​ຍິງ​ສົ່ງ​ຍານ​ອະວະກາດ​ບັນທຸກ​ຄົນ​ເສິນ​ໂຈ​ວ​ເລກ6​ຢ່າງ​ສຳ​ເລັດ​ຜົນ​ໃນ​ວັນ​ທີ12​ຕຸລາ​ແລ້ວ, ທ່ານ​ຈ່າງ​ອີ້ລິນ  ຜູ້​ບັນຊາ​ການ​ສູງສຸດຂອງ​ລະ​ບົບ​ສະຫນາມຍິງ​ສົ່ງ​ຍານອະວະກາດ​ບັນທຸກ​ຄົນຂອງ​ຈີນ​ກ່າວ​ວ່າ, ສະຫນາມ​ສົ່ງ​ຍານອະວະກາດ​ບັນທຸ​ກຄົນ​ຂອງ​ຈີນ​ໄດ້​ກາຍ​ເປັນສະຫນາມຍິງສົ່ກວ່າ​ໝູ່​​ໃນ​ໂລກ​ແລ້ວ

ທ່ານຈ່າງ​ອີ້ລິນ​​ແມ່ນ​ໃຫ້​ທັດສະນະ​ດັ່ງ​ກ່າວ​ໃນ​ເວລາ​ໃຫ້​ສຳພາດຕໍ່ນັກ​ຂ່າວ​ວິທະຍຸCRI ​ຢູ່​ສູນ​ຍິງ​ສົ່ງ​ດາ​ວທຽມ​ຈິ​ວສວນ.ທ່ານ​ກ່າວ​ວ່າ, ສູນ​ຍິງ​ສົ່ງ​ດາວ​ທຽມ​ຈິ​ວສວນ​ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກສ​ຽງ​ເໜືອ​ຂອງ​ຈີນ​ແມ່ນ​ສະຫນາມຍິງ​ສົ່ງ​ຍານອະວະກາດ​ບັນທຸກ​ຄົນ​ພຽງ​ແຫ່ງ​ດຽວ​ຂອງ​ຈີນ.​ເມື່ອໄດ້​ຖອດ​ຖອນ​ເອົາບົດຮຽນທີ່​ສຳ​ເລັດ​ຜົນ​ແລະບົດຮຽນທາງລົບ​ຂອງສະຫນາມຍິງ​ສົ່ງ​ຍານອະວະກາດ​ຂອງ​ໂລກ​ແລ້ວ, ສະຫນາມຍິງ​ສົ່ງຈິວສວນ​ໄດ້​ເຮັດ​ໃຫ້​ວຽກ​ງານ​ທີ່ສັບສົນ​ຂອງສະຫນາມ​ຍິງ​ສົ່ງ​ງ່າຍເຂົ້າ​ຮອດ​ລະດັບ​ຕ່ຳທີ່​ສຸດ.