|
 |
(GMT+08:00)
2005-10-12 21:17:56
|
 |
ຍານອະວະກາດເຊິນໂຈ່ວເລກ6ໄດ້ປ່ຽນໂຄຈອນຢ່າງສຳເລັດຜົນ
cri
Author: zhangshuo
ຕາມຂ່າວCRI:16ໂມງຕອນບ່າຍວັນທີ12ຕຸລາ,ຍານອະວະກາດເຊິນໂຈ່ວເລກ6ໄດ້ປ່ຽນໂຄຈອນຢ່າງສຳເລັດຜົນ,ໂຄຈອນໝູນເດີນໄດ້ປ່ຽນຈາກໂຄຈອນມົນຮູບໄຂ່ເປັນໂຄຈອນຮູບມົນຢ່າງສະດວກ.ປະມານ17ໂມງ30ນາທີ,ນັກບິນອະວະກາດຂອງເຊິນໂຈ່ວເລກ6ໄດ້ຈາກຫ້ອງກັບຄືນເຂົ້າຫ້ອງໂຄຈອນເລີ່ມເຮັດວຽກ,ທັງນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ, ການບິນອະວະກາດບັນທຸກຄົນຂອງຈີນໄດ້ພັດທະນາຈາກການບິນທີ່ມີລັກສະນະທົດລອງຂອງເຊິນໂຈ່ວເລກ5,ໄປຮອດການທົດລອງການບິນອະວະກາດທີ່ຄົນເຂົ້າຮ່ວມຢ່າງແທ້ຈິງ.
ນັບມາຮອດປະຈຸບັນນີ້,ສຸກຂະພາບຂອງນັກບິນອະວະກາດດີຫຼາຍ,ໄດ້ເຮັດວຽກເປັນປົກກະຕິ.
ຕາມແນະນຳວ່າ,ນີ້ແມ່ນເທື່ອທຳອິດທີ່ນັກບິນອະວະກາດເຂົ້າສູ່ຫ້ອງໂຄຈອນທົດລອງວິທະຍາສາດຢູ່ອະວະກາດແຕ່ຈີນປະຕິບັດໂຄງການການບິນອະວະກາດບັນທຸກຄົນເປັນຕົ້ນມາ.
ໃນຫຼາຍມື້ຂ້າງໜ້ານີ້,ນັກບິນອະວະກາດຂອງເຊິນໂຈ່ວເລກ6ຍັງຈະທົດລອງວິທະຍາສາດຢູ່ອະວະກາດຫຼາຍລາຍໃນຫ້ອງກັບຄືນແລະຫ້ອງໂຄຈອນ,ເພື່ອສ້າງພື້ນຖານເຕັກນິກອັນສຳຄັນໃຫ້ການບິນອະວະກາດບັນທຸກຄົນຂອງຈີນປະຕິບັດໜ້າທີ່ໃນຕໍ່ໄປພາຍໜ້າ.
|
|
|