ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-12 21:24:34    
ງານ​ກິ​ລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ​10​ໄຂ​ຂຶ້ນ​ຢູ່​ທີ່​ນານ​ກິ່ງ

cri Author: zhangshuo
ຕາມ​ຂ່າວCRI:ຕອນ​ຄ່ຳວັນ​ທີ12​ຕຸລາ,ງານ​ກິລາ​ແຫ່ງ​ຊາດ​ຈີນ​ຄັ້ງທີ10​ໄດ້​​ເປີດສາກ​ຢູ່​ສູນ​ກິ ລາ​ໂອ​ລິ​ມປິກ​ເມືອງ​ນານ​ກິ່ງ​ແຂວງ​ຈ່ຽງຊູ່​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ.ທ່ານ​ຫູ​ຈິນທ່າວ ປະ ທານ​ປະ​ເທດ​ຈີນ​ໄດ້​ເຂົ້າຮ່ວມ​ພິທີ​​ໄຂງານແລະ​ປະກາດ​ງານ​ກິລາ​ແຫ່ງ​ຊາດ​ຈີນ​ຄັ້ງທີ10​ໄຂ ຂຶ້ນ.

ງານ​ກິລາ​ແຫ່ງ​ຊາດ​ຈີນ​ທີ່​ບາ​ສີ່​ປີ​ຈັດ​ຂຶ້ນຄັ້ງໜຶ່ງ​ແມ່ນ​ງານ​ກິລາ​ສັງ​ລວມ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ.ງານ​ກິລາ​ແຫ່ງ​ຊາດ​ຈີນ​ຄັ້ງທີ10​ລວມມີ​ລາຍການ​ແຂ່ງຂັນ32​ລາຍ,​ເຊິ່ງ​ໄດ້​ລວມທັງ​ລາຍການ​ໃຫຍ່​ທັງ​ໝົດ​ໃນການ​ແຂ່ງຂັນ​ງານ​ກິລາ​ໂອ​ລິ​ມປິກ,ນັກ​ກິລາ9900ກວ່າ​ຄົນ​ຂອງ31​ແຂວງ ​ເຂດ​ປົກຄອງ​ຕົນ​ເອງ ກຳ​ແພງ​ນະຄອນ ​ເຂດ​ພິ​ເສດ​ຮົງ​ກົງ​ມາ​ກາວ​ແລະ​ສະມາຄົມ​ກິລາຂະ​ແໜງ​ການ​ຕ່າງໆ​ຈະ​ເຂົ້າຮ່ວມ​ການ​ແຂ່ງຂັນ,ຈຳນວນ​ຜູ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ແລະ​ຂະໜາດ​ການ​ແຂ່ງຂັນ​ລ້ວນ​ແຕ່​​ໃຫຍ່​ກວ່າ​ທຸກ​ຄັ້ງ​ໃນ​ປະ​ຫວັດ​ສາດ.ການ​ແຂ່ງ​ຂັນທັງ​ໝົດ​ຈະ​ສິ້ນສຸດ​ລົງ​ໃນ​ວັນ​ທີ23​ຕຸລາ.

ງານ​ກິລາ​ແຫ່ງ​ຊາດ​ຈີນ​ຄັ້ງທີ10​ແມ່ນ​ການ​ຊ້ອມ​ກວມ​ລວມ​ເພື່ອ​ຕ້ອນຮັບ​ງານ​ກິລາ​ໂອ​ລິ​ມ ປິກ​ປັກ​ກິ່ງ​ປີ2008.ທ່ານ​ໂລ​ເກີ ປະທານ​ຄະນະ​ກຳມະການ​ງານ​ກິລາ​ໂອ​ລິ​ມປິກ​ສາ ກົນ​ແລະ​ທ່ານ​ເວ​ຍບຼູ​ເກນ ປະທານ​ຄະນະ​ກຳມະການ​ປະສານ​ງານ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເປັນຕົ້ນ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ​ງານ​ຕາມຄຳ​ເຊື້ອ​ເຊີນ.