ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-14 16:25:52    
ງານ​ກິລາ​ທົ່ວ​ປະ​ເທດ​ຈີນ​ຄັ້ງ​ທີ 10 ​ໄຂ​ຂຶ້ນ​ຢູ່​ນານ​ກິ່ງ

cri Author: li
ງານ​ກິລາ​ທົ່ວ​ປະ​ເທດ​ຈີນ​ຄັ້ງທີ 10 ​ໄດ້​ໄຂ​ຂຶ້ນຢູ່​ນານ​ກິ່ງ ​ເທສະ​ບານ​ແຂວງ​ຈຽງ​ຊູ່​ຂອງ​ຈີນ​ໃນ​ຕອນ​ຄ່ຳ​ວັນ​ທີ 12 ຕຸລາ. ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ແລະ​ທ່ານ​ລອກ​ເກີ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ​ງານ.

ງານ​ກິລາ​ທົ່ວ​ປະ​ເທດຈີນ 4 ປີ​ຈັດ​ຂຶ້ນເທື່ອ​ໜຶ່ງ,​ແມ່ນ​ງານ​ກິລາ​ສັງ​ລວມ ​ທີ່​ມີ​ຂະໜາດ​​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ,ພ້ອມ​ກັນນັ້ນ,ກໍ​ແມ່ນ​ປ່ອງຢ້ຽມ​ທີ່​ສະ​ແດງ​ໃຫ້​ເຫັນ​ກຳລັງ​ສັງ​ລວມ​ແຫ່ງ​ຊາດຂອງ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ,ກິລາ​ຫັດກາຍ​ທົ່ວ​ປວງ​ຊົນ​ໄດ້​ຂະຫຍາຍ​ຕົວ​ອອກ. ຕອນ​ຄ່ຳ​ວັນ​ທີ 12 ຕຸລາ ຢູ່​ສູນ​ກິລາ​ໂອ​ລິ​ມປິກ​ນານ​ກິ່ງ​​ແຂວງ​ຈ່ຽງຊູ່ ພາກ​ຕາ​ເວັນ​ອອກຂອງ​ຈີນທີ່​ສາມາດ​ບັນຈຸ​ຜູ້​ຊົມ​ໄດ້ 6 ໝື່ນ​ກວ່າ​ຄົນ,​ແສງ​ໄຟ​ຮຸ່ງ​ເຮືອງ,​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງທີ 10 ​ໄດ້​ຈັດ​ຂຶ້ນຢູ່​ແຫ່ງ​ນີ້​ຢ່າງ​ຄຶກຄື້ນ. ​ໃນ​ພິທີ​ໄຂ​ງານ,ທ່ານ​ລິວ​ເພີງ ຫົວໜ້າ​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ:

"ງານ​ກິລາ​ທົ່ວ​ປະ​ເທດ​ຄັ້ງນີ້​ແມ່ນ​ໄຂ​ຂຶ້ນຢູ່​ໃຕ້​ສະພາບທີ່​ປະ​ເທດ​ພວກ​ເຮົາ​ສ້າງສາ​ສັງຄົມ​ເຫຼືອຢູ່​ເຫຼືອກິນ​ຢ່າງ​ຮອບດ້ານ​ແລະ​ສ້າງສາ​ສັງຄົມ​ສັງຄົມ​ນິຍົມ​ທີ່​ກົມກຽວ​ກັນ. ອວຍພອນ​ຢ່າງ​ຈິງ​ໃຈ​ໃຫ້​ນັກ​ກິລາ​ທຸກ​ຖ້ວນ​ໜ້າ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ກິລາ​ປະຊາ​ຊາດ​ຈີນ,ສະ​ແດງ​ລັກສະນະ​ອັນ​ດີ​ເລີດ​ແລະ​ລະດັບ​ອັນ​ສູງ​ເດັ່ນ,ອວຍພອນ​ໃຫ້​ງານ​ກິລາ​ຈົ່ງ​ສຳ​ເລັດ​ຜົນ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ,​ແລະ​ກາຍ​ເປັນ​ງານ​ກິລາ​ອັນ​ມະ​ໂຫລານ​ແລະ​ວັນບຸນ​ຂອງ​ປະຊາຊົນ."

ພາລະກິດ​ກິລາ​ແຂ່ງຂັນ​ແລະ​ຫັດກາຍ​ບໍລິຫານ​ທົ່ວ​ປວງ​ຊົນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດຖະບານ​ຈີນ​ໂດຍ​ຕະຫຼອດ. ​ໃນ​ພິທີ​ໄຂ​ງານ​ກິລາ​ໂອ​ລິມປິກ​ທົ່ວ​ປະ​ເທດ​ຄັ້ງທີ 10,​ໃນ​ເວລາ​ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ປະກາດ​​ໄຂງານ​ກິລາ​ຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ຄັ້ງທີ 10 ນັ້ນ,ທົ່ວ​ສະໜາມ​ໄດ້​ເກີດ​ມີ​ສຽງ​ຕົບມື​ແລະ​ສຽງ​ໄຊ​ໂຍ​ໂຮ​ຮ້ອງດັງ​ຂຶ້ນ​ຢ່າງ​ຟົດ​ຟຶ້ນ.

"ຂ້າພະ​ເຈົ້າຂໍປະກາດ​ໄຂງານ​ກິລາ​ຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນຄັ້ງທີ 10 ​ນະ​ດຽວ​ນີ້."

ງານ​ກິລາ​ທົ່ວ​ປະ​ເທດ​ຄັ້ງທີ 10 ຈະ​ໄຂ​ 12 ມື້,ລວ​ມ​ມີ​ການ​ແຂ່ງຂັນ 32 ລາຍການ​ໃຫຍ່,ມີ​ນັກ​ກິລາ​ເກືອບ​ໝື່ນ​ຄົນ​ທີ່​ມາ​ຈາກ 31 ​ແຂວງ,​ເຂດ​ປົກຄອງ​ຕົນ​ເອງ​ແລະ​ກຳ​ແພງ​ນະຄອນ​ຂອງ​ແຜ່ນດິນ​ໃຫຍ່​ພ້ອມ​ດ້ວຍ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​,ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ​ແລະ​ສະມາຄົມ​ກິລາ​ຂະ​ແໜງ​ການ​ຂອງ​ຈີນ​ເຂົ້າຮ່ວມ​ການ​ແຂ່ງຂັນ,ຈຳນວນ​ຄົນ​ທີ່​ເຂົ້າຮ່ວມ​ການ​ແຂ່ງຂັນ​ແລະ​ລາຍການ​ກິລາ​ລ້ວນ​ແຕ່ຫຼາຍ​ກວ່າ​ງານ​ກິລາ​ທົ່ວ​ປະ​ເທດ​ທຸກ​ຄັ້ງທີ​ຜ່ານ​ມາ. ຍ້ອນ​ວ່າ​ງານ​ກິລາ​ທົ່ວ​ປະ​ເທດ​ມີ​ຂະໜາດ​ໃຫຍ່,​ລະດັບ​ສູງ,​ສະນັ້ນ ຈຶ່ງ​ໄດ້​ດຶງ​ດູດ​ເອົາ​ບຸກຄົນ​ສຳຄັນ​ບໍ່​ໜ້ອຍ​ໃນ​ວົງ​ການ​ກິລາ​ສາກົນ​ມາ​ຊົມ​. ​ເຈົ້າໜ້າທີ່​ສຳຄັນ​ຂອງ​ຄະນະ​ກຳມະການ​​ໂອ​ລິມປິກ​ສາກົນ​ເຊັ່ນ​ທ່ານ​ລັອກ​ເກີ ປະທານ​ຄະນະ​ກຳມະການ​ໂອ​ລິມປິກ​ສາກົນ​ແລະ​ທ່ານ​ເວີບຼູ​ແກນ ປະທານ​ຄະນະ​ກຳມະການ​ປະສານ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ທ່ານ​ອື່ນໆ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ​ງານ,​ແລະ​ຈະ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ໄລຍະ​ຈັດ​ງານ​ກິລາທົ່ວ​ປະ​ເທດ​ຄັ້ງທີ 10 ຂອງ​ຈີນ.

​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ປີ 2004,ຄະນະ​ຜູ້​ແທນ​ກິລາ​ຈີນ​ຊິງ​ໄດ້​ຫຼຽນຄຳ 32 ຫຼຽນ,​ເປັນ​ທີ​ສອງ​ໃນ​ການ​ລຽງ​ຈຳນວນ​ຫຼຽນຄຳ. ​ຫຼັງຈາກ​ນັ້ນ,ງານ​ກິລາ​ໂອ​ລິມປິກ​​ໄດ້​ເຂົ້າສູ່"​ເວລາ​ປັກ​ກິ່ງ". ​ໃນ​ຖານ​ເປັນ​ຜູ້​ສະໜັບ​ສະໜູນ​ແລະ​ຜູ້​ເຂົ້າຮ່ວມ​ກິລາ​ໂອ​ລິມປິກ​ຢ່າງ​ຕັ້ງໜ້າ,​ຈີນ​ໄດ້​ເປັນ​ຕົວ​ສະ​ແດງ​ທີ່​ນັບ​ມື້​ນັບ​ສຳຄັນ​​ເທິງ​ເວທີ​ກິລາ​ໂລກ. ​ໃນ​ຖານ​ເປັນ​ງານ​ກິລາ​ສັງ​ລວມທີ່​ສຳຄັນ​ກວ່າ​ໝູ່​ພາຍ​ໃນ​ປະ​ເທດ​ຈີນ,​ງານ​ກິລາ​ທົ່ວ​ປະ​ເທດ​​ເປັນບ່ອນ​ລອງ​ລິດ​ກິລາ​ແຂ່ງ​ແຂນ​ພາຍ​ໃນ​ປະ​ເທດ​ທີ່​ມີ​ລະ​ດັບ​ສູງ​ສຸດ,​ທັງ​ແມ່ນຮ່ວງ​ສຳຄັນທີ່​ຂາດ​​ເຂີນບໍ່​ໄດ້​ຂອງ​ກິລາ​ຈີນ​ໃນ​ການ​ກຽມ​ເພື່ອ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິມປິກ.​ ງານ​ກິລາ​ເທື່ອ​ນີ້​ແມ່ນ​ງານ​ກິລາ​ທົ່ວ​ປະ​ເທດ​ຄັ້ງສຸດ​ທ້າຍ​ກ່ອນ​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ​ປີ 2008,​ດັ່ງນັ້ນ,ມັນ​ກໍ​ແມ່ນຈີນ​ຈັດການ​​ເຝິກຊ້ອມ​​ເທື່ອ​ໜຶ່ງ​ຕໍ່​ລາຍການ​ແຂ່ງຂັນ​ຕ່າງໆ​ເພື່ອ​ຕ້ອນຮັບ​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ​ປີ 2008.

ຫົວ​ຂໍ້​ຂອງ​ງານ​ກິລາ​ທົ່ວ​ປະ​ເທດຄັ້ງທີ 10 ​ແມ່ນ"ງານກິລາ​ມະ​ໂຫາ​ລານ,ວັນບຸນ​ຂອງ​ປະຊາຊົນ",​ໃນ​ໄລຍະ​ຈັດ​ງານ​ກິລາ,ຜູ້​ຊົມ​ຊອບ​ກິລາ​ທັງຫຼາຍ​ຂອງ​ຈີນ​ບໍ່​ພຽງ​ແຕ່​ໄດ້ຊົມ​ການ​ແຂ່ງຂັນ​ກິລາ​ທີ່​ມີ​ລະດັບ​ໂລກ​ເຊັ່ນ​ແບດມິນ​ຕັນ​ແລະ​ປິ່ງ​ປ່ອງ​ເປັນຕົ້ນ; ຫາກ​ຍັງ​ສາມາດ​ເຂົ້າຮ່ວມ​ການ​ຫັດກາຍ​ຕ່າງໆ​ຂອງ​ມວນ​ຊົນ​ທີ່​ຄະນະ​ຈັດຕັ້ງງານ​ກິລາ​ທົ່ວ​ປະ​ເທດ​ຈັດ​ຂຶ້ນ,ສຳຜັດ​ສະ​ເໜຂອງ​ກິລາ.