ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-13 18:04:03    
ຝ່າຍ​ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ປະ​ທານ​ສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ​ໄຕ້​ຫວັນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ອາ​ເປັກ

cri Author: zhangshuo
ຕາມ​ຂ່າວສານ​ຊິນຮວາ:ວັນ​ທີ13​ຕຸລາ,​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ,ທ່ານ​ຂົງຊວນ ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ,ຝ່າຍ​ຈີນ​ເດັດດ່ຽວ​ຄັດຄ້ານ​ທ່ານ​ເຊິ​ນສຸຍ​ປຽນ ຜູ້ນຳ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ຕົກລົງ​ໃຫ້​ປະທານສະພານິຕິບັນຍັດ​ໄຕ້​ຫວັນ​ຕາງໜ້າ​ເພິ່ນ​ໄປ​ເຂົ້າຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຜູ້​ນຳ​ອົງການ​ອາ​ເປັກ.

ທ່ານ​ຂົງ​ຊວນ​​ເວົ້າວ່າ,ບົດ​ບັນທຶກ​ຊ່ອຍ​ຈຳ​ຄວາມ​ເຫັນໃຈ​ກັນທີ່​ກ່ຽວຂ້ອງ​ຂອງ​ອົງ ການ​ອາ​ເປັກມີ​ການ​ກຳນົດ​ຢ່າງ​ຈະ​ແຈ້ງ​ຕໍ່​ລະດັບ​ຂອງ​ຜູ້​ແທນ​​ໄຕ້​​ເປ​ຂອງ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ອົງການ​ອາ​ເປັກ,​ນີ້​ກໍ​ແມ່ນໄຕ້​​ເປ​ຂອງ​ຈີນ​ພຽງ​ແຕ່​ສົ່ງ​ລັດຖະມົນຕີ​ທີ່​ຄຸ້ມ​ຄອງ​ວຽກ​ງານ​​ເສດ​ຖະ​ກິດ​ທີ່​ພົວພັນ​ກັບ​ອົງການ​ອາ​ເປັກ​ມາ​​ເຂົ້າຮ່ວມ​ກອງ​ປະ​ຊຸມ​ໄດ້,​ບົນ​ພື້ນ​ຖານ​ດັ່ງ​ກ່າວ​ອົງ​ການ​ອາ​ເປັກ​ໄດ້​ຈໍ່​ຕົວ​ຂຶ້ນ​ເປັນ​ຮີດ​ກ່ຽວ​ກັບ​ບັນຫາ​ຜູ້​​ເຂົ້າຮ່ວມກອງ​ປະຊຸມ​ຂອງ​ໄຕ້​ຫວັນ​.​ການຊຳລະ​ບັນຫາ​ທີ່​ກ່ຽວຂ້ອງ​ໂດຍ​ອີງ​ຕາມ​ການ​ກຳນົດ​ແລະ​ຮີດ​ເຫຼົ່ານີ້​ຢ່າງ​ເຄັ່ງ​ຂັດ,​ແມ່ນ​ພື້ນ​ຖານ​ການ​ເມືອງ​ທີ່​ໄຕ້​ຫວັນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວຂອງ​ອົງການ​ອາ​ເປັກ, ທັງແມ່ນ​ປະຖົມ​ປັດ​ໄຈ​ອັນ​ຈຳ​ເປັນ​ທີ່​​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ອົງການ​ອາ​ເປັກສາ​ມາດ​ດຳ​ເນີນ​ໄປ​ຢ່າງ​ສະດວກ.