ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-13 18:39:05    
ສະພາ​ຂ້າມ​ຜ່ານ​ອີ​ຣັກ​ອະ​ນຸ​ມັດ​ສັນ​ຍາ​ທີ່​ຝ່າຍ​ຕ່າງໆ​ເຊັນ​ກັນ​ກ່ຽວ​ກັບ​ບັນ​ຫາ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ

cri Author: zhangshuo
ຕາມ​ຂ່າວCRI:ວັນ​ທີ12​ຕຸລາ,ສະພາ​ຂ້າມ​ຜ່ານ​ອີຣັກ​ໄດ້​ອະນຸມັດ​ສັນຍາ​ທີ່​ຜູ້ນຳ​ຝ່າຍການ​ເມືອງ​ຕ່າງໆ​ເຊັນ​ກັນ​ກ່ຽວ​ກັບ​ບັນຫາ​ດັດ​ແກ້​ລັດຖະທຳ​ມະນູນ.​ໃນ​ມື້​ດຽວ​ກັນ, ທ່ານຕາລາ​ບາ​ນີ ປະ​ທາ​ນາ​ທິບໍດີ​ອີຣັກ​ກ່າວ​ວ່າ,ລັດຖະທຳ​ມະນູນສະບັບ​ດັດ​ແກ້​ຈະ​ໄດ້​ຮັບ​ການ​ສະ​ໜັບສະ​ໜູນ​ຕໍ່​ລັດຖະທຳ​ມະນູນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງສ່ວນ​ຫຼາຍອັນ​ໄພສານ.

​ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຮ່ວມ​ກັນຈັດ​ຂຶ້ນກັບ​ຜູ້ນຳ​ນິ​ກາຍ​ຊີ​ອິດ​ແລະ​ພັກ​ເຄິດ,ທ່ານ​ຕາລາ​ບາ​ນີ​ເວົ້າວ່າ,ລັດຖະບານ​ຂ້າມ​ຜ່ານ​​ໄດ້​ຕອບ​ສະໜອງ​ຄຳ​ຮ້ອງ​ຂໍ​ແລະ​ຄຳ​ສະ​ເໜີ​ທັງໝົດ​ຂອງ​ບັນດາ​ຝ່າຍ,ປະຊາຊົນ​ນິ​ກາຍ​ຊຸນ​ນິດ​ບໍ່​ຄວນ​ຂວ້ຳ​ບາດ​ການ​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ອີກ​ແລ້ວ.

​ໃນ​ມື້​ດຽວ​ກັນ,ທ່ານ​ແມັກ​ເລ​ລານ ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ​ກ່າວ​ວ່າ,ອາ​ເມ​ລິ​ກາສະ​ແດງ​ຄ​ວາ​ມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.ທ່ານ​ກ່າວ​ວ່າ,ທັງ​ນີ້​ມີ​ຜົນ​ດີ​ຕໍ່​ປະຊາຊົນ​ນິ​ກາຍຊຸນ​ນິດ​ເຂົ້າ ຮ່ວມ​ຂະ​ບວນ​ວິ​ວັດ​ການ​ເມືອງ​ຂອງ​ອີ​ຣັກ.​