ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-13 18:51:44    
ກອງ​ປະ​ຊຸມ​ຄັ້ງ​ທີ​ສອງ​ຂອງ​ໜ່ວຍ​ຜູ້​ຊົງ​ຄຸນ​ວຸດ​ທິ​ຈີນ​-​ອາ​ຊຽນ​ອັດ​ລົງ​ຢູ່​ມາ​ເລ​ເຊຍ

cri Author: zhangshuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ13​ຕຸ​ລາ,ກອງ​ປະຊຸມ​ຄັ້ງທີ​ສອງ​ຂອງ​ໜ່ວຍ​ຜູ້​ຊົງ​ຄຸນ​ວຸດ​ທິຈີນ -ອາ​ຊຽນ​ໄດ້​ອັດ​ລົງ​ຢູ່​ກົວ​ລາ​ລຳ​ບົວ ນະຄອນຫຼວງມາ​ເລ​ເຊຍ.ທ່ານຊຽນຊີ​ເຊິ​ນ ອະ​ດີດ​ຮອງ​ນາ​ຍົກ​ລັດຖະມົນຕີຈີນ ຜູ້​ຊົງ​ຄຸນ​ວຸດ​ທິ​ຝ່າຍ​ຈີນ​ແລະ​ຜູ້ຊົງ​ຄຸນ​ວຸດ​ທິ10​ປະ​ເທດ​ອາ​ຊຽນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ.

ກອງ​ປະຊຸມ​​ຈັດ​ເປັນ​ເວລາ​ສອງ​ມື້​ໄດ້​ຫວນ​ຄືນ​ແລະ​ສະຫຼຸບປະຫວັດ​ການ​ແລະ​ບົດຮຽນ​​ແຫ່ງ​ການຂະຫຍາຍ​ການ​ພົວພັນ​ຈີນ-ອາຊຽນ,​ໄດ້ວາງ​​ຂໍ້​ສະ​ເໜີ​​ນະ​​ໂຍບາຍ​ທີ່​ກ່ຽວ​ກັບ​ທິດ​ພັດທະ​ນາ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃນ15ປີ​ຂ້າງ​ໜ້າ.ກອງ​ປະຊຸມ​ໄດ້​ຫາລື​ຜ່ານ​ບົດ​ລາຍ​ງານ​ໜ່ວຍ​ຜູ້​ຊົງ​ຄຸນ​ວຸດ​ທິຈີນ-ອາ​ຊຽນ.ກອ​ງປະຊຸມ​ຍັງ​ໄດ້​ຕົກລົງ​ນຳ​ເອົາ​ບົດ​ລາຍ​ງານ​ສະ​ບັບ​ນີ້​ໃຫ້​ກອງ​ປະຊຸມ​ຜູ້ນຳ​ຈີນ-ອາ​ຊຽນຄັ້ງທີ9​ທີ່​ຈະ​ຈັດຂຶ້ນ​ຢູ່​ມາ​​ເລ​ເຊຍ​ໃນ​ເດືອນ​ທັນວາ​ປີ​ນີ້.