ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-13 20:59:07    
ຝ່າຍ​ຈີນ​ຫວັງ​ໃຫ້​ອີຣານຟື້ນ​ຟູ​ການ​ເຈລະຈາ​ກັບ​ສະຫະພາບ​ເອີ​ລົບ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ໂດຍ​ໄວ

cri

ຕາມ​ຂ່າວcri:ວັນ​ທີ13 ຕຸລາ,​ໃນ​ເວລາ​ພົບ​ປະ​ທ່ານ​ໂນ​ເຈ ​ໂມ​ທາ​ຄີ ລັດຖະມົນຕີ​ການຕ່າງປະ​ເທດ​ອີຣານ,ທ່ານ​ເຈິ​ນຊິ້ງ​ຮົງ ຮອງປະທານ​ປະ​ເທດຈີນກ່າວ​ວ່າ,ຝ່າຍ​ຈີນ​ເຈດ​ຈຳນົງ​ໃຫ້ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍອີຣານ​ໃນ​ຂອບ​ວົງ​ອົງການ​ພະລັງ​ປະລະມາ​ນູສາກົນ,​ໂດຍ​ຜ່ານຈາກ​ພາຫະນະ​ການ​ຕ່າງປະ​ເທດ,ຕາມ​ຮູບ​​ແບບສົນທະນາ​ແລະ​ຫາລື​ກັນ,ຫວັງ​​ໃຫ້​ຝ່າຍ​ອີຣານ​ເປັນ​ເຈົ້າການ​ແກ້​​ໄຂສະພາບ​ແຂງ​ກະດ້າງ​ໃນ​ປະ​ຈຸ​ບັນ​ຢ່າງ​ຕັ້ງຫນ້າ,​ຟື້ນ​ຟູ​ການ​ເຈລະຈາ​ກັບ​ສະຫະພາບ​ເອີ​ລົບ​​ໂດຍ​ໄວ.

ມື້ດຽວ​ກັນ,​ໃນ​ງານ​ຖະ​ແຫລ​ງຂ່າວ​ທີ່​ຈັດ​ຢູ່​ປັກ​ກິ່ງ​,ທ່ານ​ຂົງຊວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ,ຝ່າຍ​ຈີນ​ຫວັງ​ໃຫ້​ອີຣານກັບສະ​ຫະພາບ​ເອີ​ລົບ​ພ້ອມ​ທັງ​ຝ່າຍ​ອື່ນ​ກ່ຽວຂ້ອງຈົ່ງ​ມີ​ຄວາມ​ອົດທົນ,​ແລະ​ໄຫວ​ພິບ, ແກ້​ໄຂ​ສະພາບ​ແຂງ​ກະດ້າງດ້ວຍ​ມາດ​ຕະການ​ຕົວຈິງ​​,ຟື້ນ​ຟູ​ການ​ສົນທະນາ,ການ​ຫາລື​ແລະ​ການ​ເຈລະຈາ​ໂດຍ​ໄວ.