ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-14 21:05:45    
ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ ຝ່າຍ​ຈີນ​ບໍ່ຫ່ອນ​ຈະ​ເຊັນ​ສັນ​ຍາ​ໃດໆ​ທີ່​ທຳ​ລາຍ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ຈີນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 14 ຕຸລາ ​ໃນ​ເວລາ​ຕີ​ລາຄາ​ການ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ສິ່ງ​ປັ່ນ​ທໍລະ​ຫວ່າງ​ຈີນອາ​ເມລິກາ​ຮອບ 6,ກະຊວງ​ການ​ຄ້າຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ບໍ່ຫ່ອນຈະ​ເຊັນ​ສັນຍາ​ໃດໆ​ທີ່​ທຳລາຍ​ສິດແລະຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ຈີນ​ແລະ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະນາ​ຢ່າງ​ປອດ​ໄສ​ຂອງ​ອຸດສາ​ຫະກຳ​ສິ່ງ​ປັ່ນ​ທໍ​​ຈີນ.

ການ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ສິ່ງ​ປັ່ນ​ທໍຈີນອາເມລິກາຮອບ 6 ທີ່​ຈັດ​ເປັນ​ເວ​ລາ​ສອງ​ມື້​ໄດ້​ອັດ​ລົງ​ຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ 13 ຕຸລາ.ຍ້ອນ​ທັງ​ສອງ​ຝ່າຍ​ມີ​ຄວາມ​ເຫັນ​ຂັດ​ກັນ​ໃນ​ບັນຫາຕົ້ນຕໍ,ການ​ຫາລື​ກັນ​ບໍ່​ໄດ້​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນຍາ​ກັນ.

ກະຊວງ​ການ​ຄ້າ​ຈີນ​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ແວບ​ໄຊ​ຝ່າຍ​ທາງ​ການ​ຂອງ​ຕົນ​ໂດຍ​ກ່າວ​ວ່າ,ຈີນ​ກັບ​ອາ​ເມ​ລິ​ກາ​ໄດ້​ຫາລື​ກັນ​ຫຼາຍ​ຄັ້ງກ່ຽວ​ກັບ​ບັນຫາ​ສິ່ງ​ປັ່ນ​ທໍ,ຈຸດປະສົງກໍ​ແມ່ນສະ​ແຫວ​ງຫາ​ວິທີ​​ອັນເໝາະ​ສົມ​ແກ້​ໄຂ​ບັນຫາ​ສິ່ງ​ປັ່ນ​ທໍ​ລະຫວ່າງຈີນ​ອາ​ເມ​ລິ​ກາ,ສ້າງ​ສະພາບ​ແວດ​ລ້ອມ​ທີ່​ໝັ້ນທ່ຽງ​ໃຫ້​ແກ່​ການ​ຄ້າ​ສິ່ງ​ປັ່ນ​ທໍ.​ແຕ່​ຝ່າຍ​ຈີນບໍ່ຫ່ອນຈະ​ເຊັນ​ສັນຍາ​ໃດໆ​ທີ່​ທຳລາຍ​ສິດ​​ແລະ​ຜົນປະ​ໂຫຍ​ດຂອງ​ຝ່າຍ​ຈີນ​ແລະ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ພັດທະນາຢ່າງ​ປອດ​ໄສຂອງ​ອຸດສາຫະກຳ​ສິ່ງ​ປັ່ນ​ທໍ​ຈີນ​.