ຍານອະວະກາດເຊິນໂຈ່ວເລກ6ໝູນເດີນປົກກະຕິ,ສຸຂະພາບຂອງນັກບິນອະວະກາດແຂງແຮງດີ
cri
 ນັກບິນອະວະກາດເຮັດວຽກຢູ່ຍານອະວະກາດ ຕາມຂ່າວCRI:ວັນທີ14ຕຸລາ,ຍານອະວະກາດເຊິນໂຈ່ວເລກ6ໄດ້ໂຄຈອນຢູ່ອະວະກາດສາມມື້ແລ້ວ.ປະຈຸບັນນີ້,ຍານອະວະກາດໝູນເດີນປົກກະຕິ,ສຸຂະພາບຂອງນັກບິນອະວະກາດສອງຄົນແຂງແຮງດີ.
 ນັກບິນອະວະກາດເຮັດວຽກຢູ່ຍານອະວະກາດ ເວລາ5ໂມງ56ນາທີຕອນເຊົ້າມື້ນີ້,ຍານອະວະກາດເຊິນໂຈ່ວເລກ6ໄດ້ຄວບຄຸມຕາມໂຄ ຈອນຄັ້ງທຳອິດພາຍຫຼັງປ່ຽນໂຄຈອນແລ້ວ,ໄດ້ຍົກລະດັບຍານອະວະກາດສູງຂຶ້ນ800ແມັດ,ບິນຢູ່ໂຄຈອນຮູບມົນທີ່ໄກຈາກໜ້າດິນຂອງໜ່ວຍໂລກ343ກິໂລແມັດ,ຄວາມສູງດັ່ງກ່າວມີຜົນດີຕໍ່ການທົດລອງວິທະຍາສາດ,ກໍມີຜົນດີທີ່ສຸດຕໍ່ຍານອະວະກາດເຊິນໂຈ່ວເລກ6ທີ່ຈະລົງຈອດຢູ່ບ່ອນທີ່ກຳນົດໄວ້ກ່ອນຢ່າງແມ່ຢຳ.
1 2 3
|
|