ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-16 18:30:35    
ກາ​ນາ​ດາ​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ການ​ບິນ​ອະ​ວະ​ກາດ​ກັບ​ຈີນ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ກ່ອນ​ເດີນທາງ​ມາ​ຢ້ຽມຢາມ​ຈີນ,ທ່ານມາກ ກາ​ໂນ ຫົວໜ້າ​ກົມ​ການບິນ​ອະວະກາດ​ກາ​ນາ​ດາ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ ​ວ່າ,ກາ​ນາ​ດາ​ຫວັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ວິທະຍາສາດ​ການບິນ​ອະວະກາດ.

ທ່ານກາ​ໂນ​ເວົ້າວ່າ,ຍານ​ອະວະກາດ​ບັນທຸກ​ຄົນ​ເສີນ​ໂຈ່ວ​ເລກ 6 ຂຶ້ນສູ່​ອະວະກາດ​ພິສູດ​ໃຫ້​ເຫັນ​ວ່າ,ເຕັກນິກ​ການບິນ​ອະວະກາດ​ຂອງ​ຈີນ​ກ້າວໜ້າ​ໄວ​ທີ່​ສຸດ. ທ່ານ​ຊີ້​ອອກ​ວ່າ,ຈີນ​ກໍ​ມີ​ແຜນການ​ສ້າງ​ສະຖານີ​ອະວະກາດ​ເຊັ່ນ​ດຽວ​ກັນ,ສ່ວນ​ກາ​ນາ​ດາ​ມີ​ທ່າ​ແຮງ​ຫຼາຍທາງ​ເຕັກນິກ​ໃນ​ດ້ານ​ກໍ່ສ້າງ​ມື​ກົນ​ອະວະກາດ​ເປັນຕົ້ນ,ນີ້​ແມ່ນ​ດ້ານ​ໜຶ່ງ​ທີ່​ສອງ​ຝ່າຍປຶກສາ​ຮ່ວມ​ມືກັນ​ໄດ້.

ອາທິດ​ໜ້າ,ທ່ານກາ​ໂນຈະ​ນຳພາ​ຄະນະ​ຜູ້​ແທນ​ການບິນ​ອະວະກາດ​ມາ​ຢ້ຽມຢາມ​ຈີນ,​ເພື່ອ​ຊອກ​ຄົ້ນ​ເຮັດ​ແນວ​ໃດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ລະຫວ່າງ​ກາ​ນາ​ດາ​ກັບ​ຈີນ​ໃນ​ຂົງ​ເຂດ​ວິທະຍາສາດ​ການບິນ​ອະວະກາດ.