ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-16 18:38:45    
ເອກ​ອັກຄະ​ລັດຖະທູດ​ອີ​ຣານ​ປະ​ຈຳ​ອັງ​ກິດ​ປະ​ຕິ​ເສດ​ອີ​ຣານ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ເຫດ​ການ​ຫຼອນ​ໂຈມ​ຕີ​ຢູ່​ອີ​ຣັກ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 15 ຕຸລາ ຢູ່​ລອນ​ດອນ ທ່ານ​ເຊ​ເຢັດ ​ເອກ​ອັກຄະ​ລັດຖະທູດ​ອີຣານ​ປະຈຳ​ອັງກິດ​ໄດ້​ປະຕິ​ເສດ​ຄຳ​ຕິຕຽນ​ຂອງ​ລັດຖະບານ​ອັງກິດ​ທີ່​ວ່າ​ອີຣານ​ສະໜອງ​ອາວຸດ​​ໃຫ້​ພວກ​ປະກອບ​ອາວຸດ​ຂອງ​ອີຣັກ.

​ໃນ​ກອງ​ປະຊຸມ​ປະຈຳ​ປີ​ທີ່"ຂະ​ບວນການ​ຍາດ​ແຍ່ງຫຼຸດ​ກຳລັງ​ລົບນິວ​ເຄຼຍ"ຈັດ​ຂຶ້ນ​ໃນ​ວັນ​ທີ 15 ຕຸລາ,ທ່ານ​ເຊ​ເຢັດເວົ້າວ່າ,ອີຣານບໍ່​ມີ​ການ​ພົວພັນ​ຫຍັງ​ກັບ​ການຫຼອນ​ໂຈມ​ຕີ​ທີ່​ແນ​ໃສ່​ທະຫານ​ອັງກິດ​ທີ່​ເກີດ​ຂຶ້ນຢູ່​ພາກ​ໃຕ້​ອີຣັກ​ໃນ​ຫວ່າງ​ມໍ່ໆ​ນີ້. ພ້ອມ​ກັນນັ້ນ ທ່ານ​ກ່າວ​ວ່າ,ຫວັງ​ໃຫ້​ອັງກິດ​ຢ່າ​​ເອົາເຫດການຫຼອນ​ໂຈມ​ຕີ​ມາ​ໜີບ​ເຕັງ​ອີຣານ​ໃນ​ການ​ເຈລະຈາ​ບັນຫາ​ນິວ​ເຄຼຍຂອງ​ອີຣານ.

ກ່ອນ​ໜ້າ​ນີ້ ທ່ານ​ແບຼ ນາຍົກລັດຖະມົນຕີພ້ອມດ້ວຍ​ເຈົ້າໜ້າ​ທີ່​ຊັ້ນສູງ​ອື່ນໆ​ຂອງ​ອັງກິດ​ເຄີຍ​ກ່າວ​ຢ່າ​ງ​ເປີດ​ເຜີຍ​ວ່າ,​ມີ​ຫຼັກຖານ​ສະ​ແດງ​ໃຫ້​ເຫັນ​ວ່າ,​ການຫຼອນ​ໂຈມ​ຕີ​ດ້ວຍ​ລູກ​ລະ​ເບີດ​ທີ່​ແນ​ໃສ່ກອງ​ທະຫານ​ອັງກິດ​ຢູ່​ພາກ​ໃຕ້​ອີຣັກ​ນັ້ນ​ແມ່ນ​ໄດ້​ຮັບ​ການ​ສະໜັບ​ສະໜູນ​ຈາກ​ອີຣານ.