ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-16 20:28:16    
ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ11​ສະ​ໄໝ​ທີ​10​​ອັດ​ປະ​ຊຸມ

cri

ຕາມ​ຂ່າວCRI,ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ11​ສະ​ໄໝ​ທີ10​ທີ່​ຈັດຢູ່​ປັກ​ກິ່ງ​ເປັນ​ເວລາ4​ມື້​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ16​ຕຸລາ.

ທ່ານເຈຍຊິງລິນ(ກາງ)ເຂົ້າຮ່ວມກອງປະຊຸມຄະນະປະຈຳສະພາປຶກສາການ
ເມືອງປະຊາຊົນແຫ່ງຊາດຈີນຄັ້ງທີ11ສະໄໝທີ10

ທ່ານ​ເຈຍ​ຊິງ​ລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊີ້​ອອກ​ວ່າ,​ກອງ​ປະ​ຊຸມ​ຄົບ​ຄະນະ​ຄັ້ງ​ທີ5​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝ​ທີ​16​ໄດ້​ສຳ​ຫຼວດ​ພິ​ຈາ​ລະ​ນາ​ແລະ​ຜ່ານ​ຮັບ​ຮອງ​ຂໍ້​ສະ​ເໜີ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່ຽວ​ກັບ​ກນວາງ​ແຜນ​ກຳ​ນົດ​5​ປີ​ຄັ້ງ​ທີ11​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ແລະ​ສັງ​ຄົມ,​ໄດ້​ວາງ​ຜັງ​ວາດ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການ​ພັດ​ທະ​ນາ​ໃນ5​ປີ​ຂ້າງ​ໜ້າ​ຂອງ​ຈີນ,​ອັນ​ໄດ້​ຊີ້​​ທິດ​ທາງ​ຢ່າງ​ແຈ່ມ​ແຈ້ງ​ຕື່ມ​ອີກ​ໃຫ້​ສະ​ພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ຈີນ​ໃນ​ການ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ຂອງ​ຕົນ.​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ຕ້ອງ​ຕັ້ງ​ໜ້າ​ແລະ​ເປັນ​ເຈົ້າ​ການ​ກວ່າ​ເກົ່າ, ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ອຸ​ດົມ​ສົມ​ບູນ,​ອຸ​ທິດ​ສະ​ຕິ​ປັນ​ຍາ​ແລະ​ກຳ​ລັງ​ເພື່ອ​ວາງ​ແລະ​ປະ​ຕິ​ບັດ​ແຜນ​ກຳ​ນົດ​5​ປີ​ຄັ້ງ​ທີ​11​ໃຫ້​ດີ.

ໃນ​ໄລຍະ​​ໄຂ​ກອງປະຊຸມ,ບັນດາກຳມະການ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ ​ໄດ້​ຕັ້ງ​ໃຈ​ປຶກ​ສາ​ຫາ​ລື​ຂໍ້​ສະ​ເໜີ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່ຽວ​ກັບ​ການ​ວາງ​ແຜນ​ກຳ​ນົດ​5​ປີ​ຄັ້ງ​ທີ11,​ແລະ​ໄດ້​ສະ​ເໜີ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ຫຼວງ​ຫຼາຍ​ທີ່​ມີ​ຄຸນ​ຄ່າ​ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ​ຈຳ​ນວນ​ໜຶ່ງ​ໃນ​ການວາງ​ແລະ​ປະ​ຕິ​ບັດ​ແຜນ​ກຳ​ນົດ​5​ປີ​ຄັ້ງ​ທີ11.