ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-17 09:55:13    
ໜັງ​ສື​ພິມ​ເຢີນ​ມິນ​ຢື້​ປ້າວ​ໄດ້​ພິມ​ບົດ​ນຳ​ຊົມ​ເຊີຍ​ຍານ​ອະ​ວະ​ກາດ"​ເສີນ​ໂຈ່ວ"​ເລກ​6​ຂອງ​ຈີນ​ບັນ​ທຸກ​ຄົນ​ບິນ​ຢູ່​ອະ​ວະ​ກາດ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ

cri
ຕາມ​ຂ່າວcri, ໜັງ​ສືພິມ​ເຢີນ​ມິ​ນຢື້​ປ້າວ ສຽງ​ຂອງ​ສູງ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ບັບ​ວັນ​ທີ17​ຕຸລາ​ໄດ້​ພິມ​ບົດ​ນຳ, ຊົມ​ເຊີຍ​ຍານ​ອະ​ວະ​ກາດ"​ເສີນ​ໂຈ່ວ"​ເລກ​6​ຂອງ​ຈີນ​ບັນ​ທຸກ​ຄົນ​ບິນ​ຢູ່​ອະ​ວະ​ກາດ​ໄດ້ຮັບ​ຜົນ​ສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.

ບົດ​ນຳຂຽນ​ວ່າ, ຍານ​ອະ​ວະ​ກາດ"ເສີນ​ໂຈ່ວ"​ເລກ6​ບັນ​ທຸກ​ຄົນ​ບິນຢູ່​ອະ ວະກາດ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ​ອີກ​ຫຼັງ​ຈາກ​ຍານ​ອະ​ວະ​ກາດ"​ເສີນ​ ໂຈ່ວ"​ເລກ​5​ບັນ​ທຸກ​ຄົນ​ບິນຢູ່​ອະວະ​ກາດ​ເປັນ​ຄັ້ງ​ປະຖົມ​ມະ​ເລີກ​ຢ່າງ​ສຳ​ເລັດ​ຜົນ ແລ້ວ. ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ໄດ້​ຮັບ​ຄວາມ​ຄືບໜ້າ​ອັນ​ສຳ​ຄັນ​ໃນ​ຂະ​ບວນ​ວິວັດ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການ​ຊອກ​ຄົ້ນອະ​ວະ​ກາດ. ບົດ​ນຳ ກ່າວ​ລື້​ມວ່າ, ຈີນ​ດຳ​​ເນີນ​ການ​ທົດ​ລອງ​ວິທະ​ຍາ​ສາດ​ແລະ​ເຕັກ​ນິກ​ຢູ່​ອະວະ ກາດ​ແມ່ນ​ເພື່ອ​ຈຸດ​ປະສົງ​ສັນ​ຕິພາບ​ທັງ​ນັ້ນ, ​ເປັນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາລະ​ກິດ​ວິທະ​ຍາ​ສາດ​ແລະ​ສັນ​ຕິພາບ​ຂອງ​ມວນ​ມະ​ນຸດ. ຈີນ​ຍິນ​ດີ​ເກາະ​ແຂນ​ກັບ​ປະຊາ​ຊົນ​ໃນ​ໂລກ​ກ້າວ​ໄປ​ໜ້າ​ເພື່ອ​ນຳ​ໃຊ້​​ອະວະ​ກາດ​ໂດຍ​ສັນ​ຕິ.