ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-17 11:00:40    
ການ​ບິນ​ອະວະ​ກາດ​ບັນ​ທຸກ​ຄົນ​ຄັ້ງ​ທີ 2
ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ
​ເຕັມ​ເມັດ​ເຕັມ​ໜ່ວຍ

cri

ຕາມ​ຂ່າວCRI: ຕອນ​ຂ້ອນ​ແຈ້ງ​ວັນ​ທີ 17 ຕຸລາ, ຍານ​ອະວະ​ກາດ"​ເສີນ​ໂຈ່​ວ"​ເລກ6​ບັນທຸກ​ຄົນ​ເຊິ່ງ​ເປັນ​ຍານ​ອະວະກາດ​ບັນທຸກ​ຄົນ​ລຳ​ທີ2​ທີ່​ຈີນ​ຍິງສົ່ງ​​ຂຶ້ນ​ອະວະກາດ​ໃນ 5 ມື້ກ່ອນ​ໄດ້​ລົງ​ຈອດ​ຢູ່​ເຂດ​ມົງ​ໂກ​ໃນ​ປົກຄອງ​ຕົນ​ເອງ​ພາກ​ເໜືອ​ຈີນ​ຢ່າງ​ສະດວກ, ນັກບິນ​ອະວະກາດສອງ​ຄົນ​​ໄດ້​ລາຍ​ງານ​ວ່າ​​ສຸຂະພາບ​ຂອງຕົນ​ແຂງ​ແຮງ​ຢູ່.

ຖັດມາ, ທ່ານ​ອູ​ປ່າງ​ໂກວ,ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຕາງໜ້າ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ລັດຖະບານ​ຈີນແລະ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງຈີນ​ອ່ານ​ໂທລະ​ເລກ​ອວຍ​ພອນ. ​ໂທລະ​ເລກ​ອວຍພອນ​ຂຽນ​ວ່າ, ການ​ບິນ​ອະວະກາດ​ຂອງຍານ​ອະວະກາດ"​ເສີນ​ໂຈ່​ວ"​ເລກ6​ບັນທຸກ​ຄົນ​ໄດ້າ​ເລັດ​ຜົນ​ເປັນ​ສັນຍາ​ລັກສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ທີ່​ໄດ້​ຮັບ​ໄຊຊະນະ​ຢ່າງ​​ໃຫຍ່​ຫຼວງອັນ​ມີ​ຄວາມ​ໝາຍ​ຫຼັກ​ໝາຍ​ທາງ​ອີກໃນ​ດ້ານ​ພັດທະນາ​ເຕັກນິກ​ການບິນ​ອະວະກາດ​ບັນທຸກ​ຄົນ​ແລະ​ດຳ​ເນີນ​ການ​ທົດ​ລອງຢູ່​ອະວະກາດ​ທີ່​ມີ​ຄົນ​ເຂົ້າ​ຮ່ວມ. ຈີນ​ຈະ​ສືບ​ຕໍ່​ພັດທະນາ​ເຕັກນິກ​ການ​ບິນ​ອະວະກາດ​ບັນທຸກ​ຄົນ, ຕັ້ງໜ້າ​ພັດທະນາ​ຊັບພະຍາກອນ​ອະວະກາດ, ສ້າງ​ຄວາມສຸກ​ໃຫ້​ແກ່ມ​ວນມະນຸດ.

ຈຸດປະສົງ​ຂອງ​ການບິນ​ອະວະກາດ​ເທື່ອ​ນີ້​ແມ່ນ​ບູລະນະ​​ເຕັກນິກ​ພື້ນຖານ​ຂອງ​ການບິນ​ອະວະກາດ​ບັນທຸ​ກຄົນ, ບັນລຸ​ການບິນ​ອະວະ​ກາດ​ຫຼາຍ​ຄົນ. ​ແລະ​ຫຼາຍ​ຄົນ​ໃນ​ໄລຍະ​ບິນ​ອະວະກາດ, ນັກ​ບິນ​ອະວະກາດ​ໄດ້​ດຳ​ເນີນ​ການ​ທົດ​ລອງ​​ເຕັກນິກ​ເຊັ່ນ: ການປົ່ມ​ເພາະ​ແນວ​ພືດ ການ​ປະສົມ​ອຸປະກອນ​ຢູ່​ອະວະກາດ​ຢ່າງ​ເປັນ​ລະດັບ, ພ້ອມ​ກັນ​ນັ້ນ​ຍັງໄດ້ຄົ້ນຄວ້າກົດ​ເກນ​ການ​ກິລາ​ຂອງ​ຄົນ ​ການ​ເຕີບ​​ໂຕຂອງ​ຈຸ​ລັງ​ຊີ້ນ​ໃນ​ຫົວ​ໃຈ​ແລະ​ຈຸ​ລັງ​ກະດູກ​ຂອງ​ຄົນ​​ໃຕ້​ເງື່ອນ​ໄຂ​ເສຍ​ນ້ຳໜັກ, ​ແລະ​ໄດ້​ຮັບ​ໝາກຜົນ​ເບື້ອງ​ຕົ້ນ.

1  2