ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-17 16:42:00    
ອ່ານ​ຈົດໝາຍ​ຜູ້​ຟັງ​ວັນ​ທີ14​ຕຸລາ(ສຽງ)

cri


ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ຕໍ່​ໄປ​ແມ່ນ​ໂມງ​ອ່ານ​ຈົດໝາຍ​ຜູ້​ຟັງ.

ຫວ່າງ​ແລ້ວ​ນີ້, ທ່ານ​ນາງ​ບົວ​ພາ ອຸດົມ​ສຸກ ທີ່​ສຳນັກ​ຂ່າວສານ​ປະ​ເທດ​ລາວ​ໄດ້​ຝາກ​ໃບ​ຕອບ​ຄຳ​ຖາມ​ລາຍການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​​ໄຕ້​ຫວັນ-​ເກາະ​ປະ​ເສີດ​ຂອງ​ຈີນ​ມາ​ໃຫ້​ພວກ​ເຮົາ, ​ແລະ​ໄດ້​ຝາກ​ຄວາມ​ຮູ້ສຶກ​ຂອງ​ຕົນ​ກ່ຽວ​ກັບ​ເກາະ​ໄຕ້​ຫວັນ​ມາ​ໃຫ້​ພວກ​ເຮົາ​ພ້ອມ. ​ໃນ​ລາຍການ​ມື້​ນີ້, ຂໍ​ໃຫ້​ພວກ​ເຮົາ​ພ້ອມ​ກັນ​ມາ​ສຳຜັດ​ຄວາມ​ຮູ້ສຶກ​ຂອງ​ນາງ​ບົວ​ພາ​ກ່ຽວ​ກັບ​ເກາະ​ໄຕ້​ຫວັນ:

ຂ້າພະ​ເຈົ້າ​​ເປັນ​ໜຶ່ງ​ໃນ​ຫຼາຍ​ລ້ານ​ຄົນ​ໃນ​ທົ່ວ​ໂລກ​ທີ່​ຮູ້​ເຖິງ​ຊື່ສ​ຽງຮຽງ​ນາມ​ຂອງ​ເກາະ​ໄຕ້​ຫວັນ ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ທີ່​ແຍກ​ອອກ​ຈາກ​ຈີນ​ບໍ່​ໄດ້​ນັ້ນ, ​ແຕ່​ເສຍດາຍ​ທີ່​ຂ້າພະ​ເຈົ້າ​ຍັງ​ບໍ່​ມີ​ໂອກາດ​ໄດ້​ໄປ​ເຫັນ​ປະຈັກ​ຕາ​ເກາະ​ແຫ່ງ​ນີ້​ເລີຍ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະ​ເຈົ້າ​ຫວັງ​ແລ້ວ​ຫວັງ​ອີກ​ວ່າ ​ໃນ​ອະນາຄົດ​ອາດ​ໂຊກ​ດີ​ໄດ້​ມີ​ໂອກາດ​ໄປ​ທີ່​ນັ້ນ.

ຈີນ​ແຜ່ນດິນ​ໃຫຍ່​ແລະ​ເກາະ​ໄຕ້​ຫວັນ​ຂັ້ນ​ກັນ​ດ້ວຍ​ຊ່ອງ​ແຄບ​ໄຕ້​ຫວັນ, ​ແຕ່​ຊ່ອງ​​​ແຄບ​ນັ້ນ​ກໍ​ບໍ່​ສາມາດ​ກີດ​ກັນ​ການ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ​ຈີນ​ກັບ​ເກາະ​ໄຕ້​ຫວັນ​ໄດ້, ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ໄຕ້​ຫວັນ​ເປັນ​ສ່ວນ​ໜຶ່ງ​ທີ່​ບໍ່​ສາມາດ​ແຍກ​ອອກ​ຈາກ​ຈີນ​ໄດ້. ​ໃນ​ໄລຍະ​ເວລາ​ອັນ​ໃກ້​ນີ້, ຊາວ​ຈີນ​ແຜ່ນດິນ​ໃຫຍ່​ແລະ​ຊາວ​ໄຕ້​ຫວັນ​ຍັງ​ບໍ່​ສາມາດ​ທີ່​ຈະ​ໄປມາຫາ​ສູ່​ກັນ​ໄດ້​ຢ່າງ​ເສລີ​ກໍ​ຕາມ, ​ແຕ່​ມູນ​ເຊື້ອ​ວັດທະນະທຳ​ແລະ​ຄວາມ​ຮັກ​ແພງ​ກັນ​ທີ່​ມີ​ມາ​ຕັ້ງ​ແຕ່​ດົນ​ນານ, ການ​ເຮັດ​ທຸລະ​ກິດ​ແລະ​ການ​ທຳ​ມາ​ຄ້າຂາຍ​ລະຫວ່າງ​ສອງ​ຟາກ​ນັ້ນ​ບໍ່ຫ່ອນ​ທີ່​ຈະ​ຕັດຂາດ​ອອກ​ຈາກ​ກັນ​ໄດ້. ຂ້າພະ​ເຈົ້າ​ຄິດ​ວ່າ, ​ໃນ​ອະນາຄົດ​ຂ້າງ​ໜ້າ, ບັນຫາ​ການ​ໄປມາຫາ​ສູ່​ກັນ​ຈະ​ຕ້ອງ​ໄດ້​ດັ່ງ​ສົມ​ໃຈ​ປອງ​ຂອງ​ທັງ​ຊາວ​ຈີນ​ແຜ່ນດິນ​ໃຫຍ່​ແລະ​ຊາວ​​ເກາະ​ໄຕ້​ຫວັນ​ຢ່າງ​ແນ່ນອນ.

ຂອບ​ໃຈ​ທ່ານນາງ​ບົວ​ພາ​ອຸດົມ​ສຸກທີ່​ໄດ້​​ເລົ່າ​ຄວາມ​ຮູ້ສຶກ​ຂອງ​ຕົນ​ກ່ຽວ​ກັບ​ເກາະ​ໄຕ້​ຫວັນ​ສູ່​ພວກ​ເຮົາ​ຟັງ, ຂ້າພະ​ເຈົ້າ​ກໍ​ຫວັງ​ວ່າ, ຜູ້​ຟັງ​ທັງຫຼາຍ​ອາດ​ຈະ​ຂຽນ​ຈົດໝາຍ​ມາ​ເລົ່າ​ຄວາມ​ຮູ້ສຶກ​ຂອງ​ຕົນ​ກ່ຽວ​ກັບ​ເລື່ອງ​ລາວ​ຕ່າງໆ​ກ່ຽວ​ກັບ​ການ​ຮັບ​ຟັງ​ວິທະຍຸ​ພວກ​ເຮົາ​ຫຼື​ກ່ຽວ​ກັບ​ດ້ານ​ຕ່າງໆ​ຂອງ​ຈີນ, ພວກ​ເຮົາ​ຈະ​ຈັດ​ອອກ​ອາກາດ​​ໃນ​ເວລາ​ອັນ​ແນ່ນອນ, ຊົມ​ເຊີຍ​ທ່ານ​ເຂົ້າ​ຮ່ວມ​ລາຍການ​ຂອງ​ພວກ​ເຮົາ.

ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ​ໂມງ​ອ່ານ​ຈົດໝາຍ​ຂອງ​ພວກ​ເຮົາ​ພາກ​ນີ້​ຂໍ​ຈົບ​ລົງພ​ຽງ​ເທົ່າ​ນີ້​, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ສະບາຍດີ.