ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-17 18:05:19    
ນາງ​ຊູ​ຢຸ້ຍ​ກັບ​ເພງ​ຂອງ​ນາງ(ສຽງ)

cri Author: cai


ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ຊົມ​ເຊີຍ​ທ່ານ​ຮັບຟັງ​ລາຍ​ການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ, ຂ້າພະ​ເຈົ້າ​ແມ່ນ​ແສງ​ແກ້ວ.

​ໃນ​ລາຍການ​ມື້​ນີ້, ຂ້າ​ພະ​ເຈົ້າຈະ​ສະ​ເໜີ​ເພງ​​ຂອງນາງ​ຊູ​ຢຸ້ຍ ນັກ​ຮ້ອງ​ໄຕ້​ຫວັນ​ຈີນ​ສູ່​ທ່ານ​ຟັງ.
​​ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"​ແສງ​ຈັນ​ທີ່​ຄື​ກັນ" ຂັບ​ຮ້ອງ​ໂດຍ​ນາງ​ຊູ​ຢຸ້ຍ. ການ​ຂັບ​ຮ້ອງ​ຂອງ​ນາງ​ຊູ​ຢຸ້ຍ​ບາງ​ທີ​ສອງ​ກ້ອງ​ດັງ​ໄກ, ບາງ​ທີ​ກໍ​ອ່ອນໂຍນ​ອ້ອຍ​ອິ່ນ, ​​ສະ​ແດງ​ຄວາມ​ຮູ້​ສຶກ​ອັນ​ສຸດ​ຊຶ້ງ​ຕໍ່​ຊີວິດ​ຂອງ​ນາງ​, ​ເຮັດ​ໃຫ້​ຜູ້​ຟັງ​ກະ​ຕຸ້ນ​ໃຈ​ໄປ​ຕາມ​ສຽງ​ເພງ.

​ເນື້ອ​ເພງ​ມີ​ຄວາມ​ໝາຍວ່າ: ບໍ່​ຮູ້​​ວ່າ, ໝູ່​ຫຼິ້ນ​ນຳ​ກັນ​ແຕ່​ນ້ອຍ​ຈາກ​ໄປ​ແຕ່ຍາມໃດ? ບໍ່​ຮູ້​ວ່າ, ຄົນ​ຢູ່​ຄຽງ​ຂ້າງ​ເຫີນ​ຫ່າງ​ໄປ​ແຕ່​ຍາມ​ໃດ. ​ຝູງ​ຄົນ​ທີ່​ແອ​ອັດ, ໄດ້​ແຍກ​ພວກ​ເຮົາ​ໃຫ້ຫ່າງ​ໄກ​ກັນ. ທໍລະນີ​ທີ່​ມິດ​ງຽບ ​​​​​ໄຫ້​ສະ​ອຶ້ນໃນ​ຍາມ​ລາຕີ​ທີ່ສະ​ຫງັດ. ຂໍໃ​ຫ້​ບອກ​ຂ້ອຍແດ່, ​ແມ່ນ​ພວກ​ເຮົາ​ໄດ້ປ່ຽນ​​ແປງ​ໂລກ, ຫລື​ແມ່ນ​ໂລກ​ປ່ຽນ​ແປງ​​ເຈົ້າກັບຂ້ອຍ?

ທີ່​ຟັງ​ມານັ້ນ, ​ແມ່ນ​ເພງ​ແສງ​ຈັນ​ທີ່ຄື​ກັນ​, ຂັບ​ຮ້ອງ​ໂດຍ​ນາງ​ຊູຢຸ້ຍ. ນາງ​ຊູ​ຢຸ້ຍ​ເລີ່​ມເປັນນັກຮ້ອງ​​ເມື່ອ​ປີ 1968, ​ໃນ 15 ປີ​ທຳ​ອິດ, ນາງ​ບໍ່​ມີ​ໂອກາດ​ໃດເລີຍ, ສິ່ງທີ່ດົນຕີ​ນຳ​ມາ​ໃຫ້​ນາງ​ນັ້ນ​ມີ​ແຕ່​ຄວາມ​ພະຍາຍາມແລະຄວາມອິດ​ເມື່ອຍ​ແຕ່​ບໍ່​ມີ​ຄວາມ​ມ່ວນ​ຊື່ນຍ້ອນຜົນທີ່ໄດ້ຮັກ. ປີ 1983, ນາງ​ຊູ​ຢຸ້ຍ​ໄດ້​ອັດ​ແຜ່ນສຽງ​ແຜ່ນທຳ​ອິດ​ຂອງ​ຕົນ​ທີ່​ໃຫ້​ຊື່ວ່າ: "​ແສງ​ຈັນ​ທີ່ຄືກັນ", ​ແຜ່ນສຽງແຜ່ນ​ນີ້​ພໍຫາ​ກໍ​ນຳ​ອອກ​ຈຳໜ່າຍ, ຊື່ສຽງຂອງນາງ​ກໍດັງຂຶ້ນ​ໂລດ. ໃນ​ນັ້ນ ​ເພ​ງjiugantangmaiwu ມີຂວດເປົ່າຂາຍບໍ່ , ​ເພ​ງ​ເຊີນ​ມານຳ​ຂ້ອຍ, ​ແລະ​ເພງ​ແສງ​ຈັນ​ທີ່ຄື​ກັນ ໄດ້​​ນິຍົມ​ກັນ​ຢູ່​ທົ່ວ​ໄຕ້​ຫວັນ. ພາຍຫລັງ​ມາ, ນາງ​ຊູ​ຢຸ້ຍກໍ​ໄດ້​ອັດ​ຈຳໜ່າຍ​CD ອີກ 30 ກວ່າ​ແຜ່ນ, ​ໄດ້​ພົ້ນ​ເດັ່ນ​ຂຶ້ນ​ບົນ​ເວທີ​ເພງ​ສະ​ໄໝ​ດ້ວຍເອກະລັກ​ຂອງຕົນ​ເອງ​ແລະ​ຄວາມ​ສາມາດ​ໃນການແຕ່ງ​ເພງ​ຂອງນາງ.

ທີ່​ທ່ານ​ພວມ​ຟັງ​ຢູ່ນີ້​ແມ່ນ​​ເພງ" jiugantangmaiwu ມີຂວດເປົ່າຂາຍບໍ່" ຂັບ​ຮ້ອງ​ໂດຍ​ນາງ​ຊູ​ຢຸ້ຍ. ​ເພງ​ນີ້​ແມ່ນ​ເພງ​ເອກ​ໃນ​ຮູບ​ເງົາ​ເລື່ອງ"ຂີ່​ລົດ​ຜິດ" ຮູບ​ເງົາ​ໄຕ້​ຫວັນ​ຈີນ. ຊື່​​ເພງ​ແມ່ນ​ພາສາ​ທ້ອງ​ຖິ່ນ​ຂອງ​ໄຕ້​ຫວັນ, ​ແມ່ນ​ຄວາມທີ່​ຜູ້​ຮັບຊື້​ເຄື່ອງ​ເສດ​ຂອງເສຍເອີ້ນໃຫ້ຄົນເອົາຂອງມາຂາຍ. ເພງນີ້ໄດ້ວາດ​ພາບພະ​ເອກໃນເລື່ອງ​ປາຖະໜາ​ແລະ​ສະ​ແຫວ​ງ​ຫາຢ່າງ​ບໍ່​ຢຸດຢັ້ງ​ຕໍ່​ຊີວິດ​ແລະ​ຄວາມ​ຮັກ.

ທີ່​ຟັງ​ມານັ້ນ​ແມ່ນ​ເພງ"jiugantangmaiwu ມີຂວດເປົ່າຂາຍບໍ່". ຕໍ່​ໄປ​ເຊີນ​ຟັງ​ເພງfengxian ຂໍມອບໃຫ້ ຂັບ​ຮ້ອງ​ໂດຍ​ນາງ​ຊູ​ຢຸ້ຍ. ​ໃນ​ເພງ​ນີ້, ນາງ​ຊູ​ຢຸ້ຍ​ໄດ້​ຝາກ​ຝັງອາລົມ​ຈິດ​ອັນ​ເລິກ​ເຊິ່ງຂອງ​ນາງ​ໄວ້​ກັບສຽງ​ເພງ. ມີຄວາມໂສກ, ມີ​ນ້ຳຕາ ມີ​ຄວາມເສົ້າໝອງ, ບາງທີກໍສຸດວິໄສທີ່ການ​ເວລາຜ່ານ​ໄປປານກະແສນ້ຳໄຫຼ. ​ເຊີນ​ຟັງ​ໄດ້​​ເລີຍ: fengxian ຂໍມອບໃຫ້.

​ເນື້ອ​ເພງ​ມີ​ຄວາມ​ໝາຍວ່າ: ເອົາຫົນທາງ​ທີ່ຍາວ​ຢຽດມອບ​ໃຫ້​ໄລຍະທີ່ກວງ​ໄກ, ດອກ​ກຸຫຼາບມອບ​ໃຫ້​ຄວາມ​ຮັກ, ສຸດ​ທີ່​ຮັກ, ຂ້ອຍ​ຈະ​ເອົາ​​ຫຍັງ​ມອບ​ໃຫ້​ເຈົ້າ? ​ປອນ​ເມກ​ສີຂາວ​ມອບ​ໃຫ້​ທົ່ງ​ຫຍ້າ, ​ແມ່ນ້ຳມອບໃຫ້ທະເລ, ເພື່ອນທີ່ຮັກ, ຂ້ອຍຈະເອົາຫຍັງມອບໃຫ້ເຈົ້າ?

ທີ່ຟັງມານັ້ນແມ່ນເພງ" fengxian ຂໍມອບໃຫ້". ຕໍ່ໄປເຊີນຟັງເພງ​ເຊີນ​ມາ​ນຳ​ຂ້ອຍ ຂອງ​ນາງ​ຊູຢຸ້ຍ.
ສຸດ​ທ້າຍ, ພວກ​ເຮົາ​ມາ​ຟັງ​ເພງ"​ເດັກນ້ອຍ​ທີ່​ຮັກ" ​ເຊິ່ງ​​ແມ່ນ​ເພງ​​ເອກ​ໃນ​ແຜ່ນCD​ທີ່​ນາງ​ຊູ​ຢຸ້ຍອັດ​ອອກ​ຈຳໜ່າຍ​​​ເມື່ອ​ປີ 1985. ​ເມື່ອ​ທຽບ​ກັບ​ເພງ​ອື່ນ​ຂອງ​ນາງ​ແລ້ວ, ​ເນື້ອ​ໃນຂອງ​ເພງ​ນີ້​ບໍ່​ແມ່ນ​ຫົວຂໍ້ກ່ຽວກັບມະນຸດສະຍະພາບອີກ, ແຕ່ຫາກ​ແມ່ນ​ຄວາມຮັກໄຄ່ທີ່ບໍ່ລືມຈັກເທື່ອ. ຕໍ່​ໄປ​ເຊີນ​ຟັງ​ເພງ​ນີ້​ໄດ້​​ເລີຍ:

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ​ເພງ​ຂອງ​ນາງ​ຊູ​ຢຸ້ຍຂໍ​ສະ​ເໜີ​ພຽງ​ທໍ່​ນີ້​ກ່ອນ, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ວັນ​ເສົາ​ໜ້າ, ​ເຊີນ​ທ່ານ​ຕິດຕາມ​ລາຍ​ການ​ຢ່ອນ​ອາລົມ​ຂອງພວກເຮົາ​ອີກ. ສະບາຍດີ.