ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-17 18:24:25    
ອວຍພອນ​ຄູ​ອາຈານ​ທຸກ​ຄົນ​ທັງຫຼາຍ ຈົ່ງ​ມີ​ຄວາມສຸກ​ສັນ(ສຽງ)

cri


ວັນ​ທີ 7 ຕຸລາແມ່ນ​ວັນຄູ​ຂອງ​ລາວ, ນະ​ທີ່​ນີ້, ສົມ​ບູນ​ຂໍ​ສະ​ແດງ​ຄວາມ​ອວຍພອນ​ຕໍ່​ຄູ​ອາ​ຈານ​ທີ່​ເຄົາລົບ​ນັບ​ຖື​ທຸກ​ຄົນ​ທັງ​ຫຼາຍ​ຢູ່​ລາວ, ຈົ່ງ​ມີ​ແຕ່​ຄວາມ​ສຸກ​ສັນ​ໃນ​ວັນ​ຄູ

​ໃນ​ໃຈ​ຂອງ​ຄົນ​ທັງ​ຫຼາຍ, ຄູ​ແມ່ນຜູ້​ດຸ​ໝັ່ນ​ຂະ​ຫຍັນ​ພຽນ​ສິດສອນ​ນັກຮຽນ​ຂອງ​ຕົນຢ່າງ​ຈິງ​ຈັງ, ​ບໍ່​ຮູ້​ເບື່ອ​ໜ່າຍ​​ຕະຫຼອດ​ຫຼາຍ​ສິບ​ປີໂດຍ​ບໍ່​ສະ​ແຫວ​ງຊື່​ສຽງ​ຮຽງ​ນາມ, ​ແລະ​ສິ່ງ​ຕອບ​ແທນ​​ໃດໆ, ​ແບກ​ຫາບ​ພາລະ​ໜ້າ​ທີ່​ອັນ​ສັກກາລະ​ບູຊາ​ເໝືອນ​ດັ່ງ​ວິສະ​ວະກອນ​ແຫ່ງ​ດວງ​ວິນ​ຍານ​ຂອງ​ມະນຸດ​ເຮົາ. ໃນ​ຫຼາຍ​ພັນ​ປີ​ທີ່​ຜ່ານ​ມາ, ຄົນ​ທັງ​ຫຼາຍ​ໄດ້​ໃຊ້​ຄຳ​ສັບ​ສັນ​ລະ​ເສີນ​ຕ່າງໆ​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ນັບຖືຕໍ່​ຄູ​​.

ຫຼີຈ່າງ​ອິນ ນັກ​ກະວີ​ສະ​ໄໝ​ລາຊະວົງ​ຖາງ​ຂອງ​ຈີນ​ເຄີຍ​ຂຽນ​ວ່າ​: ມ້ອນຈົນ​ຕາຍ​ຈິ່ງ​ເຊົາ​ທາວ​ໃຍ, ທຽນ, ໄໝ້ຈົນ​ໝົດ​ໄຂ​ຈຶ່ງ​ເຊົາ​ຍ້ອຍ. ​ເພິ່ນ​​ໄດ້​ຍົກ​ຍ້ອງ​ນ້ຳ​ໃຈ​ອັນ​ຈົດ​ຈໍ່ ຊື່ສັດ​ໜຽວ​ແໜ້ນ​ແລະ​ຍິນຍອມ​ອຸ​ທິດຕົນ​ຂອງ​ມ້ອນ​ຈົນ​ສຸດ​ຢຽດ, ບົດ​ກະວີ​ດັ່ງກ່າວ​ໄດ້ສືບ​ທອດກັນ​ມາພັນ​ກວ່າ​ປີ​​ແລ້ວ. ພາຍ​ລຸນມາ, ຄົນ​ທັງ​ຫຼາຍ​ປຽບ​ຄູ​ເໝືອນ​ກັບ​ມ້ອນ, ແມ່ນ​ການ​ຕີ​ລາຄາ​ຢ່າງ​ສູງ​ຕໍ່​ນ້ຳ​ໃຈ​ອຸທິດ​ຕົນ​ໂດຍ​ບໍ່​ເຫັນ​ແກ່​ຕົວ​ແລະ​ຄຸນ​ສົມ​ບັດ​ອັນ​ສູງ​ສົ່ງ​ຂອງ​ຄູ. ຄົນ​ທັງ​ຫຼາຍ​ຍ້ອງ​ຍໍ​ຄູ​ເໝືອນ​ດັ່ງ​ມ້ອນ​ທາວ​ໃຍ ໃຫ້​ຄົນ​ເອົາ​ເສັ້ນໄໝ​​​ປັ່ນ​ທໍ​ເປັນ​ແຜ່ນ​ແພ​ໃຫ້​ຄວາມ​ອຸ່ນ​ແກ່​ຄົນ​ທັງ​ຫຼາຍ, ​ຄູ​​ກໍ່​ຄື​ມ້ອນ, ພວກ​ເພິ່ນ​ອຸ​ທິດ​ຄວາມ​ຮັກ​ຂອງ​ຕົນ​ຢ່າງ​ບໍ່​ມີ​ບ່ອນ​ສ້ຽງ​ສຸດ, ບໍ່​ສະ​ແຫວງ​ຫາ​ຊື່​ສຽງ, ​ແລະ​ກໍ່ບໍ່​ມຸ່ງ​ຫວັງ​ຢາກ​ໄດ້​ຫຍັງ. ມ້ອນ​ແມ່ນຄຳ​ເອີ້ນ​ທີ່​ເຮັດ​ໃຫ້​ຄູ​ຮູ້​ສຶກ​ມີ​ກຽດ​ທີ່​ສຸດ. ທ່ານ​ຈູ່ກວ່າ​ຊຽນ, ນັກ​ການສື​ກສາ​ທີ່​ມີ​ຊື່​ສຽງຂອງ​ຈີນ​ເວົ້າ​ວ່າ: ທະ​ແນມ​ແຕ່​ຂ້າພະ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່​ມື້​ໜຶ່ງ, ຂ້າ​ພະ​ເຈົ້າ​ກໍ່​ຈະ​ທາວ​ໃຍ​ມື້​ໜຶ່ງ, ຂໍ​ແຕ່​ເສັ້ນ​ໃໝ​ທີ່​ຂ້າ​ພະ​ເຈົ້າ​ທາວ​ອອກ​ນັ້ນ​ສາມາດ​ເພິ່ມ​ຄວາມ​ອົບ​ອຸ່ນໃຫ້​ແກ່​ໂລກ​, ​ເພີ່ມ​ຄວາມ​ສຸກ​ໃຫ້​ແກ່​ຄົນ​ທັງ​ຫຼາຍ.

ມ້ອນ, ບໍລິ​ສຸດ​ຜຸດ​ຜ່ອງ, ກິນ​ແຕ່​ໃບ​ໄມ້​ຂຽວ​ຈັກ​ໃບ​ສອງ​ໃບ, ທາວ​ໃຍມັນ​ກໍ​ຫຼາກ​ຫຼາຍ, ​ໃຫ້​ຄົນ​ຕ່ຳ​​ເປັນ​ຜ້າ​ໄໝ​ອັນ​ສວຍ​ງາມ​, ຂໍ​ແຕ່​ຍັງ​ມີ​ຊີວິດ​ຢູ່, ມ້ອນ​ກໍທາວ​ໃຍຈົນບໍ່​​ເຊົາ…… ຍ້ອນວ່າ​ມ້ອນ​ມີ​ຄຸນສົມບັດ​ອັນ​ດີ​ເລີດ​​ເຫຼົ່າ​ນີ້, ສະ​ນັ້ນ, ​ຈຶ່ງມີ​ແຕ່​ຄູ​ທໍ່​ນັ້ນ​ທີ່​ສົມ​ປຽບ​ເປັນ​ມ້ອນ.

ທຽນ​​ໄຂໄໝ້​ຕົນ​ເອງຢ່າງ​ມິດງຽບ​, ​ໃຊ້ແສງ​ຂອງ​ຕົນ​ເຍືອງ​ຮຸ່ງ​ໃຫ້​ຜູ້​ອື່ນ, ຈົນ​ຮອດ​ ​ໄໝ້ຕົນ​ເອງ​ຈົນ​ໝົດ​. ຄຸນ​ສົມ​ບັດ​ແບບ​ນີ້​ຂອງ​ທຽນ​ໄຂກໍ່​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຄຶດ​​ເຖິງ​ຄູ, ຄູ​​ຖ່າຍ​ທອດ​ຄວາມ​ຮູ້​ຂອງ​ຕົນ​ໃຫ້​ນັກ​ຮຽນ, ​ເຍືອງ​ທາງ​ກ້າວ​ເດີນ​​ໃຫ້​ນັກ​ຮຽນ​ດ້ວຍ​ສະ​ຕິ​ປັນຍາ​ແລະ​ຄຸນ​ສົມ​ບັດ​ຂອງ​ຕົນ, ນ້ຳ​ໃຈ​ອຸ​ທິດ​ຕົນ​ຢ່າງ​ບໍ່​ເຫັນ​ແກ່​ຕົວ, ​ເຍືອງ​ທາງ​ໃຫ້​ຜູ້​ອື່ນ​ໂດຍ​ບໍ່​ມຸ່ງ​ຫວັງ​ຢາກ​​ໄດ້​ຫຍັງ​​ກໍ່​​ເປັນ​ການ​ປຽບ​ທຽບ​ທີ່​ດີ​ທີ່​ສຸດ​ຕໍ່​ຄູ.

ນອກຈາກ​ມ້ອນ​ແລະ​ທຽນ​​ໄຂ​ແລ້ວ, ຄົນ​ທັງ​ຫຼາຍ​ຍັງ​ມັກ​ປຽບຄູ​ຄືກັບ​ຊາວ​ສວນ, ນີ້​ແມ່ນ​ຄຳຍ້ອງຍໍ​ແບບ​ລຽບໆ​ທີ່​ສຸດ​ຈໍ່​ຄູ. ຄົນ​ທັງຫຼາຍ​ມັກ​​ຖື​ເດັກ​ນ້ອຍ​ທີ່​ໄຮ້ດຽງສາ​ເປັນ​ຄື​ກັບ​ເບ້ຍ​ໄມ້​​ແລະດອກ​ໄມ້, ສ່ວນ​ຄູ​ປູກ​ເຍ້ຍ​ໄມ້​​ແລະ​ດອກ​ໄມ້​ເຫຼົ່ານີ້ກໍ່​ເໝືອນ​ກັບ​ຄົນ​ເຮັດ​ສວນ​ທີ່ດຸ​ໝັ່ນ, ​ໃຊ້​ສະຕິ​ປັນຍາ, ຄວາມ​ຮັກ​ແລະ​ນ້ຳ​ເຫື່ອ​ນ້ຳ​ແຮງ​ຂອງ​ຕົນ, ​ຫົດສົງ, ຫຼໍ່​ລ້ຽງ​ຮັກສາ​ໃຫ້​ເຂົາ​ເຈົ້າ​ມີ​ກິ່ງ​ງ່າ​ດົກໜາ, ​ເຕີບ​ໃຫຍ່​ຢ່າງ​ສົມ​ບູນ.

ທ່ານ​ເຕິ້ງ​ສຽວພີ​ງ​ເວົ້າ​ວ່າ: ຄູ​ແມ່ນ​ຜູ້​ເຮັດ​ສວນ​ບຳ​ລຸງ​ສ້າງ​ຄົນ​ຮຸ້ນ​ຫຼັງ, ການ​ອອກ​ແຮງ​ງານຢູ່​ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ພວກ​ເພິ່ນ​ຄວນ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ຈາກ​ພັກ​ແລະ​ປະຊາຊົນ, ​ນີ້​ແມ່ນການ​ຕີ​ລາຄາ​ຢ່າງ​ສູງຂອງ​ບູລຸດຜູ້​ຍິ່ງ​​ໃຫຍ່​ທີ່​ມີ​ຕໍ່​ຄູ​.

ຄູ​ໄດ້​ປັກ​ດຳ​ຢູ່​ໃນ​ນາ​ແຫ່ງ​ພາລະກິດການ​ສື​ກສາ​ຢ່າງ​ດຸ​ໝັ່ນ​, ພວກ​ນັກຮຽນ​ທີ່ກ້າວ​ໄປ​ສູ່​ຜົນ​ສຳ​ເລັດນັ້ນ, ບໍ່​ມີ​ຜູ້​ໃດ​ທີ່​ບໍ່ແມ່ນ​​ຢຽບ​ບ່າ​ຂອງ​ຄູ​ກ້າວຂຶ້ນ​ໄປ​ສູ່​ຍອດ​ສູງ​​ແຫ່ງຊີວິດ​. ​ເມື່ອ​ເວົ້າ​ເຖິງ​​​ເຄັດ​ລັບ​ແຫ່ງ​ຜົນສຳ​ເລັດ​, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ສິລະ​ປິນ​ແລະ​ນັກ​ວັນ​ນະ​ຄະ​ດີ​ທີ່​ໄດ້​ສຳ​ເລັດ​ຜົນ​ໃນ​ໂລກ, ລ້ວນ​ແຕ່​ເຫັນ​ວ່າ ການ​ສຶກສາ​ຂອງ​ຄູ​ແມ່ນ​ພື້ນຖານ​ຂອງ​ຄວາມ​ສຳ​ເລັດ​ຜົນຂອງ​ຕົນ. ຜົນສຳ​ເລັດ​ຂອງ​ນັກຮຽນ​ແມ່ນ​ປາ​ສະ​ຈາກ​ຄູບໍ່​ໄດ້, ສ່ວນ​ຄູ, ລ້ວນ​ແຕ່ຫວັງ​​ໃຫ້​ນັກຮຽນ​​ທຸກ​ຄົນສຳ​ເລັດ​ຜົນ, ​ພວກ​ເພິ່ນ​ຍອມ​ເປັນ​ຂັ້ນ​ໄດ​ຢູ່​ສະ​ເໝີ, ຫວັງ​​ຢາກ​ຖ່າຍ​ທອດ​ຄວາມ​ຮູ້​ແລະ​ບົດຮຽນ​ທັງ​ໝົດ​ຂອງ​ຕົນ​ໃຫ້​ນັກ​ຮຽນ​ໝົດ​ທຸກ​ຄົນ​ໃນ​ເວລາ​ຕົນ​ຍັງ​ມີ​ຊີວິດ​ຢູ່.

ທ່ານ​ທາວ​ຊິງ​ຈຶ່, ນັກ​ການ​ສຶກສາ​ປະຊາ​ຊົນທີ່​ມີ​ຊື່ສ​ຽງຂອງ​ຈີນ​ເວົ້າ​ວ່າ: ຄູ​ໄດ້​ກຳ​ໂຊກ​ຊາຕາ​ນຂອງຊາດ​ແລະ​ມວນ​ມະນຸດ. ນະ​ທີ່​ນີ້, ​​ໃນ​ໂອກາດ​ວັນ​ຄູ​, ຂໍອວຍພອນ​ໃຫ້​ຄູ​ທຸກ​ຄົນ ​ເຊິ່ງ​ເປັນ​ວິສະວະກອນ​​ແຫ່ງ​ດວງວິນ​ຍານ​ຂອງ​ພວກ​ເຮົາຈົ່ງ​ສຸກ​ສັນໃນ​ວັນ​ຄູ​ແລະ​ມີ​ສຸຂະພາບ​​​ແຂງ​ແຮງ!