ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-17 20:38:38    
ເດືອນ​ກໍລະກົດ​ແລະ​ເດືອນ​ສິງຫາ​ປີ​ນີ້,​ແຜ່ນດິນ​ໃຫຍ່​ຈີນ​ໄດ້ນຳ​ເຂົ້າໝາກ​ໄມ້400​ໂຕນ​ຈາກ​ໄຕ້​ຫວັນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ17​ຕຸລາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເຮີ​ຈືຢາງ ຮອງ​ຫົວໜ້າ​ຫ້ອງ​ການ​ກະ​ຊວງ​ກະ​ສິ​ກຳ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,ຕາມ​ສະຖິຕິ​ທີ່​ບໍ່​ຄົບ​ຖ້ວນ​ຂອງ​ຝ່າຍ​ທີ່​ກ່ຽວ​ຂ້ອງ,​ໃນ​ເດືອນ​ກໍ​ລະ​ກົດ​ແລະ​ເດືອນ​ສິງຫາ​ປີ​ນີ້,​ແຜ່ນດິນ​ໃຫຍ່​ຈີນ​ໄດ້​ນຳ​ເຂົ້າໝາກ​​ໄມ້400​ໂຕນ​ຈາກ​ໄຕ້​ຫວັນ,​ ຕະ​ຫຼາດ​ແຫ່ງ​ຕ່າງໆ​ສ່ອງ​ແສງ​ວ່າ​ຂາຍ​ດິບ​ຂາຍ​ດີ,ຊາວນາ​ໄຕ້​ຫວັນ​ກໍ​ມີ​ປະ​ຕິ​ກິ​ລິ​ຍາ​ຢ່າງ​ຟົດ​ຟື້ນ​ຕໍ່​ເລື່ອງ​ນີ້.

ທ່ານ​ເຮີ​ຈືຢາງ​ກ່າວ​ວ່າ,​ເພື່ອ​ຊຸກ​ຍູ້​ການຈຳໜ່າຍ​ຜະລິດ​ຕະ​ພັນ​ກະ​ສິ​ກຳ​ໄຕ້​ຫວັນ​ຢູ່​ແຜ່ນ​ດິນ​ໃຫຍ່,​ຝ່າຍ​ແຜ່ນດິນ​ໃຫຍ່​ໄດ້​ໃຊ້​ຫຼາຍ​ມາດ​ຕະການ,ໜຶ່ງ​ແມ່ນ​​ເພີ່ມ​ການ​ອະ​ນຸ​ມັດ​ໝາກ​ໄມ້​ໄຕ້​ຫວັນ​ເຂົ້າ​ຕະຫຼາດ​​ແຜ່ນດິນ​ໃຫຍ່​ຈາກ12​ຊະນິດ​ຂຶ້ນ​​ເປັນ18​ຊະນິດ,​ໃນ​ນັ້ນ,​ມີ​15​ຊະ​ນິດ​ບໍ່​ເສຍ​ພາສີ.ສອງ​, ​ອຳນວຍ​ຄວາມ​ສຳ​ດວກ​ໃຫ້​ແກ່​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ໄຕ້​ຫວັນ​ໃນ​ການ​ຜ່ານ​ດ່ານພາສີ​ແລະ​ກວດ​ກາ​ພະ​ຍາດ.​ສາມ​,​ຜ່ານ​ຈາກ​ການ​ຈັດ​ການ​ເຄື່ອນ​ໄຫວ​ຫຼາຍ​ຮູບ​ການ​ເຊັ່ນ​ງານ​ວາງສະ​ແດງ​ແລະ​ຈຳໜ່າຍ​,​ງານ​ສັງ​ສັນ,ງານ​ຊິມ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ເປັນ​ຕົ້ນ,​ຊຸກ​ຍູ້​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ໝາກ​ໄມ້​ຂອງ​ໄຕ້​ຫວັນ​ຢູ່​ແຜ່ນ​ດິນ​ໃຫຍ່.