ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-18 11:03:21    
ປະ​ເທດ​ຕ່າງໆ​ຄື​ຈີນ ມຽນ​ມ້າ​ເປັນ​ຕົ້ນ​ຮ່ວມ​ກັນ​ທັບ​ມ້າງ​ຄະ​ດີ​ການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ຂະ​ໜາດ​ໃຫຍ່​ພິ​ລຶກ

cri
ຕາມ​ຂ່າວcri, ວັນ​ທີ18​ຕຸລາ, ນັກ​ຂ່າວ​ຮັບ​ຂ່າວ​ຈາກ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ​ວ່າ, ​ໂດຍ​ຜ່ານ​ຈາກ​ການ​ຮ່ວມ​ມື​ເກືອບ​ປີ​ໜຶ່ງ, ​ຕຳ​ຫຼວດ​ແຂວງ​ຢູນນານ​ຈີນ​ກັບ​ຕຳ​ຫຼວດ​ມຽນມ້າ ລາວ ໄທ​ໄດ້​ທັບ​ມ້າງ​ຄະດີ​ການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ຂະໜາດ​ໃຫຍ່​ພິລຶກ​ຢ່າງ​ສຳ​ເລັດ​ຜົນ​ໃນ​ຫວ່າງ​ມໍ່ໆ​ນີ້.

ຕາມ​ໄດ້​ຊາບ, ຕຳຫຼວດ​ຂອງ​ສີ່​ປະ​ເທດ​ຮ່ວມ​ມື​ກັນ, ​ໄດ້​ທັບ​ມ້າງ​ກຸ່ມ​ຂ້າມ​ຊາດ​ທີ່​ດຳ​ເນີນ​ການ​ຄ້າ​ຢາ​ເສບ​ຕິດ​ຢູ່​ຕາມ​ຊາຍ​ແດນ​ສີ່​ປະ​ເທດ​ມາ​ດົນ​ແລ້ວ​ນັ້ນ​ຢ່າງ​ສິ້ນ​ເຊີງ, ໄດ້​ລົບ​ລ້າງ​ເຄືອ​ຂ່າຍ​ການ​ຄ້າ​ຢາ​ເສບ​ຕິດ​ທີ່​ກ່ຽວ​ພັນ​ເຖິງ​ຫຼາຍ​ທ້ອງ​ຖິ່ນ​ຂອງ​ສາມ​ປະ​ເທດ​ຄື​ຈີນ ມຽນມ້າ​ແລະ​ລາວ,​ໄດ້​ຈັບ​ຜູ້​ຕ້ອງ​ຫາ70ຄົນ, ​ຍຶດ​ໄດ້​ເຮ​ໂລ​ອີນ​720​ກວ່າ​ກິ​ໂລ.

ຜູ້​ຮັບຜິດ​ຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ​ກ່າວ​ວ່າ,​ການ​ທັບ​ມ້າງ​ຄະ​ດີຢ່າງ​ສຳ​ເລັດ​ຜົນ​ເທື່ອ​ນີ້, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ຂອງ​ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ປາບ​ຢາ​ເສບ​ຕິດ​ສີ່​ປະ​ເທດ​ໃນ​ການ​ຮ່ວມ​ໂຈມ​ຕີ​ການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ໃຕ້​ກົນ​ໄກ​ຮ່ວມ​ມື​ປາບ​ຢາ​ເສບ​ຕິດ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ.