ທ່ານອານນານຮຽກຮ້ອງໃຫ້ພະຍາຍາມບັນລຸເປົ້າໝາຍທີ່ເຮັດໃຫ້ປະຊາກອນຜູ່ທຸກຍາກໃນໂລກຫຼຸດເຄິ່ງໜຶ່ງ
cri
ຕາມຂ່າວສານຊິນຮວາ,ວັນທີ17ຕຸລາ,ທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດໄດ້ກ່າວຄຳປາໃສທາງລາຍລັກອັກສອນເພື່ອລະລຶກວັນສາກົນບຳບັດຄວາມທຸກຍາກ,ຮຽກຮ້ອງໃຫ້ບັນດາປະເທດປະຕິບັດຄຳໝັ້ນສັນຍາຂອງຕົນ,ພະຍາຍາມບັນລຸເປົ້າໝາຍທີ່ເຮັດໃຫ້ປະຊາກອນຜູ່ທຸກຍາກຂອງໂລກຫຼຸດລົງເຄິ່ງໜຶ່ງກ່ອນປີ2015.
ທ່ານອານນານຊີ້ອອກວ່າ,ມີແຕ່ເດ່ມືຊ່ອຍເຫຼືອແກ່ຜູ່ທຸກຍາກກວ່າໝູ່,ສ້າງການພົວພັນຄູ່ຂາກັບພວກເຂົາເຈົ້າ,ແລະໃຊ້ມາດຕະການກຳຈັດຄວາມຜິດໂຕນກັນລະຫວ່າງຄວາມທຸກຍາກກັບຄວາມຮັ່ງມີແລ້ວ,ຈິ່ງສາມາດບຳບັດຄວາມທຸກຍາກທຸກຮູບແບບໃນທີ່ສຸດ.
ມື້ດຽວກັນ,ທ່ານຈານເອລີອາຊູນ ປະທານສະມັດຊາໃຫຍ່ສະຫະປະຊາຊາດສະໄໝທີ60ກໍໄດ້ອອກຖະແຫຼງການ,ຮຽກຮ້ອງໃຫ້ບັນດາປະເທດປະຕິບັດຄຳໝັ້ນສັນຍາຂອງຕົນ,ຮັບປະກັນໃຫ້ກອງປະຊຸມລັດຖະມົນຕີອົງການການຄ້າໂລກທີ່ຈັດຂຶ້ນຢູ່ຮົງກົງໃນທ້າຍປີນີ້ໄດ້ຮັບໝາກຜົນ.
|
|