ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-18 11:11:55    
ຈີນ​ພວມ​ວາງ​ແຜນ​ກຳ​ນົດ​ພັດ​ທະ​ນາ​ການ​ບິນ​ອະ​ວະ​ກາດ​ໃນ​ອະ​ນາ​ຄົດ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ເວລາ​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ​17​ຕຸ​ລາ,​ທ່ານ​ຊຸນ​ໄລ​ອຽນ ຫົວໜ້າ​ກົມ​ການບິນ​ອະວະກາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ຈີນ​ພວມ​ວາງ​ແຜນ​ກຳ​ນົດ​ພັດ​ທະ​ນາ​ການບິນ​ອະວະກາດ​ໃນ​ອະນາຄົດ,​ເນື້ອ​ໃນ​ລວມທັງ​ສືບ​ຕໍ່​ປະຕິບັດ​ໂຄງການ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ,ດຳ​ເນີນ​ໂຄງການ​ການບິນ​ອະວະກາດ​ອ້ອມ​ດວງ​ພະ​ຈັນ,​ຍົກ​ສູງ​ຄວາມ​ສາ​ມາດ​ເຂົ້າ​ສູ່​ອະ​ວະ​ກາດ​ຕື່ມ​ອີກ,​ເຮັດວຽກ​ງານ​ນຳ​ໃຊ້​ອະວະກາດ​ແລະ​ດາວ​ທຽມ​ໃຫ້​ດີ,​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະຫວ່າງ​ຊາດ.

ທ່ານ​ຊຸນ​ໄລ​ອຽນ​ກ່າວ​ວ່າ,ປັດຈຸບັນ,ຈີນ​ພວມ​ດຳ​ເນີນ​ໂຄງການ​ການບິນ​ອ້ອມ​ດວງ​ພະ​ຈັນ,​ກະ​ວ່າ​ຈະ​ຍິງ​ສົ່ງ​ດາວ​ທຽມ​ຢັ່ງ​ແທກ​ອ້ອມ​ດວງ​ພະຈັນ​ຢູ່​ລະ​ຫວ່າງ​ປີ​2007,​ບັນ​ລຸ​ການ​ບິນ​ອ້ອມ​ດວງ​ພະ​ຈັນ.

ທ່ານ​ກ່າວ​ວ່າ,ຕໍ່​ໄປ​ພາຍ​ໜ້າ,ຈີນ​ຍັງ​ຈະ​​ເຮັດ​ວຽກ​ງານ​ນຳ​ໃຊ້​ອະວະກາດ​ແລະ​ດາວ​ທຽມ​​ໃຫ້​ດີ​ຕື່ມ​ອີກ,ຍິນ​ດີ​ດຳ​ເນີນ​ການ​ຮ່ວມ​ມື​ສາກົນ​ທີ່​ກວ້າງຂວາງ​ກວ່າ​ເກົ່າ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ໃນ​ໂລກ.