ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-18 11:33:34    
ກອງ​ປະຊຸມ​ສາກົນຮ່ວມ​ມື​ປາບ​ຢາ​ເສດ​ຕິບ​ຈີນ​ອາ​ຊຽນຄັ້ງ​ທີ2​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri

ຕາມ​ຂ່າວCRI: ວັນ​ທີ 18 ຕຸລາ, ກອງ​ປະຊຸ​ມລະຫວ່າງ​ຊາດການ​ຮ່ວມ​ມື​ປາບ​ຢາ​ເສດ​ຕິບ​ຈີນ​​ອາ​ຊຽນຄັ້ງ​ທີ 2 ​ໂດຍ​ລັດ​ທະ​ບານ​ຈີນ ຫ້ອງ​ການ​ວຽກ​ງານ​ບັນຫາ​ຢາ​ເສບຕິດ​ແລະ​ຕ້ອງ​ໂທດຂອງ​ອົງການ​ສະຫະ​ປະຊາ​ຊາດ​ແລະ​ອາ​ຊຽນ​ເປັນ​ເຈົ້າ​ການໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.

ຜູ່​ແທນ​​ແລະ​ຜູ່​ຊ່ຽວຊານທີ່​ມາ​ຈາກ10​ປ​ະ​ເທດ​ອາ​ຊຽນ ຈີນ ຫ້ອງ​ການ​ວຽກ​ງານ​ບັນຫາ​ຢາ​ເສບ​ຕິດ​ແລະ​ບັນຫາ​ຕ້ອງ​ໂທດຂອງ​ອົງການ​ສະຫະ​ປະຊາ​ຊາດ​​ແລະ​ປະ​ເທດ​ອື່ນໆ​ແລະ​ອົງການຈັດ​ຕັ້ງ​ສາກົນ​ຕ່າງໆ​ປະມານ 200 ທ່ານ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ຕາມ​ໄດ້​ຊາບ, ​ໃນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່ອາວຸ​ໂສ​ນັ້ນ, ຜູ່​ແທນ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຈະ​ຄົ້ນຄວ້າ​ມາດ​ຕະການ​ອັນບັງ​​ເກີດ​ຜົນ​ໃນ​ພາກ​ພື້ນ​ຕົນ​ທີ່​ເພີ່ມ​ຄວາມ​ແຮງ​ການ​ຮ່ວມ​ມື​ປາບ​ຢາ​ເສບ​ຕິດ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ເປັນ​ຈຸດ​ໜັກ, ປຶກສາ​ຫາລື"ຄຳ​ຖະ​ແຫຼ​ງການ​ປັກ​ກິ່ງ", "​ແຜນປະຕິບັດ​ງານຮ່ວມ​ມື​ປາບຢາ​ເສບ​ຕິດ​ລະ​ຫວ່າງ​ອາ​ຊຽນຈີນ"ທີ່​ດັດ​ແປງ​ໃໝ່​ແລະ"ຂໍ້​ລິ​ເລີ່​ມຂອງອາ​ຊຽນ​ຈີນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຮ່ວມ​ໂຈມ​ຕີການ​ຕ້ອງ​ໂທດ​ຢາ​ເສບ​ຕິດປະ​ເພດ Amphetamine ປີ2006" ທີ່​ຄະນະຜູ່​ແທນ​ຈີນ​ສະ​ເໜີ​ອອກ. ​ເອກ​ກະສາ​ນທີ່​ກ່ຽວ​ຂ້ອງ​ຈະ​ໄດ້​ຮັບ​ຜ່ານ​ຢ່າງ​ເປັນ​ທາງ​ການ​ໃນ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ຕຸລາ.