ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-18 18:29:38    
ທ່ານ​ອາ​ບາສກ່າວ​ປະນາມ​ເຫດການ​ຜູ້​ປະກອບ​ອາວຸດ​ປາ​​ເລັສຕີນ​ຫຼອນ​ໂຈມ​ຕີ​ຜູ້​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ

cri Author: cai
ຕາມ​ຂ່າວCRI:ພາຍຫຼັງ​ຜູ້​ປະກອບ​ອາວຸດປາ​​ເລັສຕີນ​ສ່ວນ​ໜຶ່ງ​ໄດ້​ຍິງ​ຜູ້​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ 3 ຄົນ​ຕາຍຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃນ​ວັນ​ທີ 16 ຕຸລາ​ແລ້ວ,ວັນ​ທີ 17 ຕຸລາ,ທ່ານ​ອາ​ບາ​ສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ໄດ້ກ່າວ​ປະນາມ​ຕໍ່​ເລື່ອງ​ນີ້.

ທ່ານ​ອາ​ບາ​ສ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ຊີຣັກ ປະທານາທິບໍດີ​ຝະຣັ່ງຢູ່​ປາລີ.ທ່ານ​ເວົ້າວ່າ,​ເຫດການ​ດັ່ງກ່າວ​ແມ່ນ​ຜູ້​ຕັ້ງ​ແກ້ງ​ທຳລາຍ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິດ​ສະລະ​ແອນ​​ແລະ​ທຳລາຍພາບ​ພົດ​ຂອງປາ​ເລັສຕີນ​ເປັນ​ຜູ້​ເຮັດ.

ຝ່າຍ​ອິດ​ສະລະ​ແອນ​ໄດ້​ກ່າວ​ວ່າຈະ​ເຊົາ​ຫາລື​ກັບ​ຝ່າຍ​ປາ​ເລັສຕີນ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ,ກອງ​ທະຫານ​ປ້ອງ​ກັນປະ​ເທດ​ອິດ​ສະລະ​ແອນ​ຍັງ​ໄດ້​ເພີ່ມ​ທະວີ​ການ​ອັດ​ຕັນ​ຕໍ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​​ແດນ​ຢ່າງຮອບດ້ານ​ໃນ​ວັນ​ທີ 17 ຕຸລາ.

ຕໍ່​ເຫດການ​ຫຼອນ​ໂຈມ​ຕີ​ເທື່ອ​ນີ້,ວັນ​ທີ 17 ຕຸລາ,ທ່ານ​ມູບາ​ລັກ ປະທານາທິບໍດີ​ເອຢິບ​ກ່າວ​ວ່າ,​ເອຢິບ​ຫວັງ​ໃຫ້​ປາ​ເລັສຕີນ​ກັບ​ອິດ​ສະລະ​ແອນ​ຫາລື​ກັນ​ຕໍ່​ໄປ​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ.

ນອກ​ນີ້,ຂ່າວ​ແຈ້ງວ່າ,ວັນ​ທີ 17 ຕຸລາ,ທ່ານ​ເມັກ​ເລ​ແລນ ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ​ປະກາດ​ວ່າ,ວັນ​ທີ 20 ຕຸລາ,ທ່າ​ນບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ຈະ​ຫາລື​ກັບ​ທ່ານ​ອາ​ບາສທີ່​ຈະ​ໄປ​ຢ້ຽມຢາມ​​ນັ້ນ​ກ່ຽວ​ກັບ​ການ​ສະກັດ​ກັ້ນການ​ເຄື່ອນ​ໄຫວຫຼອນ​ໂຈມ​ຕີ​ອິດ​ສະລະ​ແອນດ້ວຍກຳລັງ​ຮຸນ​ແຮງ ຂອງ​ອົງການ​ປະກອບ​ອາວຸດ​ປາ​​ເລັສຕີນ​ແລະ​ບັນຫາ​ອື່ນໆ.