ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-19 10:29:32    
ພະ​ແນກ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ຮົງ​ກົງ​ກ່າວ​ວ່າ​ຮົງ​ກົງ​ແມ່ນ​ຄູ່​ຂາ​ຮ່ວມ​ມື​ທີ່​ດີ​ຂອງ​ວິ​ສາ​ຫະ​ກິດ​ອາ​ຊຽນ​ໃນ​ການ​ພັດ​ທະ​ນາ​ຕະ​ຫຼາດ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ18​ຕຸລາ,​ໃນ​ງານ​ສົນທະນາ​ຂອງ​ນັກ​ຂ່າວ​ງານ​ເອັກສ​ໂປ​ຈີນ-ອາ​ຊຽນ​ຄັ້ງ​ທີ​ສອງ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຈີນ,​ທ່ານ​ຈູ່​ອິງ ຫົວ​ໜ້າ​ຜູ້​ແທນ​ພະ​ແນກ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ຮົງ​ກົງ​ປະຈຳ​ເຂດ​ໃນ​ຈີນ​ຊີ້​ອອກ​ວ່າ,​ໃນ​ຖານ​ເປັນ​ຜູ່​ລົງ​ທຶນ​ຫຼາຍ​ກວ່າ​ໝູ່​ຢູ່​ເຂດ​ໃຕ້​ຈີນ,​ວິ​ສາ​ຫະ​ກິດ​ຮົງ​ກົງ​ເປັນ​ຄູ່​ຂາ​ຮ່ວມ​ມື​ທີ່​ດີ​ແລະ​ແທ່ນ​ຄົນ​ກາງ​ສຳ​ລັບ​ວິ​ສາ​ຫະ​ກິດ​ອາ​ຊຽນ​ພັດ​ທະ​ນາ​ຕະ​ຫຼາດ​ຈີນ.

ທ່ານ​ຈູ່ອິງ​ກ່າວ​ວ່າ,ຮົງ​ກົງ​ກັບບັນດາປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ໄປມາຫາ​ສູ່​ກັນ​ມາ​ແຕ່​ດົນ​ແລ້ວ,ການ​ຄ້າ​ສົ່ງ​ຕໍ່​​ໄດ້​ກວມ​ອັດຕາ​ສ່ວນ​ຫຼາຍ​ສົມຄວນ​ຂອງການ​ຄ້າ​ຮົງ​ກົງ​ໂດຍ​ຕະ​ຫຼອດ.​ຮົງ​ກົງ​ຍັງ​ຄົງ​ເປັນ​ບ່ອນ​ສົ່ງຕໍ່ສຳຄັນສຳລັບ​ການ​ຄ້າ​ລະຫວ່າງ​ເຂດ​ໃນ​ຈີນ​ກັບ​ພາຍ​ນອກ.