ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-19 11:27:57    
ທ່ານ​ເຈິ​ນຊິ້ນ​​ຮົງ​ພົບ​ປະຜູ້ນຳ​ແລະລັດ​ຖະມົນ​ຕີກະ​ຊວງ​​ເສດ​ຖະກິດ​ການ​ຄ້າ​ຂອງ​ປະ​ເທດ​ອາ​ຊຽນ

cri


ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ18 ຕຸລາ,ທ່ານ​ເຈິ​ນຊິ້ນ​ຮົງ​ ຮອງ​ປະ​ທານ​ປະ​ເທດ​ຈີນ​ໄດ້​ແຍກ​ອອກ​ພົບ​ປະທ່ານ​ຈຸມມະ​ລີ ​ໄຊ​ຍະ​ສອນ ຮອງ​ປະ​ທານ​ປະ​ເທດ​ລາວ,ທ່ານ​​ໂຊ​ວິນ ນາຍົກ​ລັດຖະ​ມົນຕີ​ມຽນ​ມາ,​ທ່ານ​ຫງວນ​ກິງ​ຢົງ ຮອງ​ນາຍົກ​ລັດຖະ​ມົນຕີ​ປະຈຳ​ການ​ຂອງ​ຫວຽດ​ນາມ​ແລະ​ລັດຖະມົນ​ຕີ​ກະຊວງ​​ເສດ​ຖະກິດ​ການ​ຄ້າ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນຜູ້​ທີ່​ມາ​ເຂົ້າ​ຮ່ວມ​ງານ​ເອັກສ໌​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ​ສອງ.

ໃນ​​ເວລາ​ພົບ​ປະທ່ານ​ຈຸມມະ​ລີ ​ໄຊ​ຍະ​ສອນ,ທ່ານ​ໂຊ​ວິນ​ແລະ​ທ່ານ​ຫງວນ​ກິງ​ຢົງ ,ທ່ານ​ເຈິ​ນຊິ້ນ​ຮົງ​ກ່າວ​ວ່າ,ຈີນ​ຈະ​ສື​ບຕໍ່​ເພີ່​ມທະວີ​ການ​ຮ່ວມ​ມື​ກັບ​ສາມ​ປະ​ເທດ​​ໃນ​ຂົງ​ເຂດ​ຕ່າງໆ,ຊຸກ​ຍູ້​ການ​ພົວ​ພັນລະ​ຫວ່າ​ງຈີນ​ກັບ​ສາມ​ປະ​ເທດ​ຂະຫຍາຍ​ຕົວ​ຕື່ມ​ອີກ.

ໃນ​​ເວລາ​ພົບ​ປະລັດຖະ​ມົນຕີ​ກະຊວງ​​ເສດ​ຖະກິດ​ການ​ຄ້າ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ,​ທ່ານ​ເຈິ​ນຊິ້ນ​ຮົງ​ກ່າວ​ເນັ້ນ​ວ່າ,ຈີນ​ຫວັງ​ເພີ່ມ​ທະວີການ​ໄວ້​​ເນື້ອ​ເຊື່ອ​ໃຈ​ກັນ,ລົງ​ເລິກ​ການ​ຮ່ວມ​ມື​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ໃນຂົງ​ເຂດ​ກວ້າງ​ແລະ​ຫລາຍ​ລະດັບ​,ຊຸກຍູ້​ການ​ສ້າ​ງສາ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ,ຊຸກ​ຍູ້ການ​ພົວພັນ​ຫມູ່​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ອາ​ຊຽນ​ພັດ​ທະນາ​ຢ່າງ​ລົງ​ເລິກ​ແລະ​ບໍ່​ຢຸດ​ຢັ້ງ.