ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-20 10:23:42    
ສານພິ​ເສດ​ອີ​ຣັກ​ໄຕ່​ສວນ​ທ່ານ​ຊັດ​ດາມ​ເປັນ​ຄັ້ງ​ທຳ​ອິດ

cri Author: li
ຕາມ​ຂ່າວCRI: ວັນ​ທີ 19 ຕຸລາ, ສານ​ພິ​ເສດ​ອີຣັກ​ໄດ້​​ໄຕ່​ສວນ​ທ່ານ​ຊັດ​ດາມ ອະດີດ​ປະທາ​ນາທິບໍດີ​ອີຣັກ​ແລະ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ 7 ຄົນ​ຂອງ​ລັດຖະບານ​ຊັດ​ດາມ.​ ລັດຖະບານ​ຂ້າມ​ຜ່ານ​ອີຣັກ​ແລະ​ລັດຖະບານ​ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ພາຍຫຼັງ​ການ​ໄຕ່​ສວນ​ສິ້ນ​ສຸດ​ແລ້ວ, ​ໂຄສົກ​ຖະ​ແຫຼ​ງຂ່າວ​ຂອງ​ລັດຖະບານ​ຂ້າມ​ຜ່ານ​ອີຣັກ​ກ່າວ​ວ່າ, ​ລັດຖະບານ​ແລະ​ປະຊາຊົນ​ອີຣັກ​ຮູ້ສຶກ​ພາກພູ​ໃຈ​ຕໍ່​ເອກ​ກະລາດ​ດ້ານ​ຕຸລາການ​ທີ່​ສະ​ແດງ​ອອກ​ໃນ​ການ​ໄຕ່​ສວນ, ນີ້​ແມ່ນ​ການ​ລິ​ເລີ່ມ​ອັນ​ດີງາມ​ທີ່​ບັນລຸ​ຕຸລາການ​ອີຣັກ​ເອກ​ກະລາດ​ຢ່າງ​ເຖິງ​ຖອງ.