ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-20 11:04:47    
6​ເຄື່ອງ​ທີ່​ຍານ​ອະ​ວະ​ກາດ"​ເສິນ​ໂຈ່​ວ"​ເລກ​6​ບັນ​ທຸກ​ນັ້ນ​ໄດ້​ນຳ​ອອກ​ວາງ​ສະ​ແດງ

cri

ຕາມ​ຂ່າວສານ​ຊິນຮວາ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ອະວະກາດ​ຈີນ​ທີ່ສັງກັດກຸ່ມ​ວິທະຍາສາດ​ເຕັກນິກ​ການບິນ​ອະວະກາດ​ຈີນ​ວ່າ,ວັນ​ທີ19​ຕຸລາ,ສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ອະວະກາດ​ຈີນ​ໄດ້​ຈັດ​ພິທີ​ໄຂ​ຫ້ອງ​ກັບ​ຄືນ​ຂອງ​ຍານ​ອະວະກາດ​ບັນທຸກ​ຄົນ"​ເສິນ​ໂຈ່​ວ"​ເລກ6,​ເຄື່ອງ​ຂອງ8​ປະ​ເພດລວມ64ຊະນິດ​ໄດ້​​ເອົາ​ອອກ​ຈາກ​ຫ້ອງ​ກັບ​ຄືນ​.

ທຸງຊາດຈີນ

ຢູ່ສະຖານ​ທີ່​ຈັດ​ພິທີ​ໄຂ​ຫ້ອງ​ກັບ​ຄືນ,​ໄດ້​ວາງສະ​ແດງ​​ເຄື່ອງ6​ຊະນິດ​ທີ່​ຍານ​ອະວະກາດ"​ເສິນ​ໂຈ່​ວ"​ເລກ6​ບັນທຸກ​ຄື,​ທຸງ​ຊາດ​ຈີນ​ທີ່​ໃຊ້​ໃນ​ເວລາ​ສຳ​ຫຼວດ​ຂົ້ວ​ໂລກ,​ທຸງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ,​ທຸງ​ງານ​ເອັກສ​ໂປ​​ຊຽງ​ໄຮ,​ໜັງ​ສື​ພິມ​ເຊິ​ນ​ປ້າວ​ສະ​ບັບ​ພິ​ເສດ​ລະ​ລຶກ​ການ​ສ້າງ​ໜັງ​ສື​ພິມ​ຄົບ​ຮອບ​100​ປີ,ຮູບ​ແຕມ​ອະ​ວະ​ກາດ​ຂອງ​ສະ​ມາ​ຊິກ​ກອງ​ເຍົາ​ວະ​ຊົນ​ຈີນ​ແລະ​ຮູບ​ແຕ້ມ​ຂອງ​ນັກ​ແຕ້ມ​ຜູ້​ມີ​ຊື່​ສຽງ​ເປັນ​ຕົ້ນ.