ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-20 22:37:27    
ວັດທະນະທຳ​ອາຫານ​ຕ່າງປະ​ເທດ​ຢູ່​ນະຄອນຫລວງປັກ​ກິ່ງ(ສຽງ)

cri

ທ່ານ​ຜູ້​ຝັງ​ທີ່​ໂຄລົບ​,​ປັກ​ກິ່ງ​​ແມ່ນນະຄອນຫລວງ​ຂອງຈີນ,ບໍ່​ພຽນ​ແຕ່​​​ແມ່ນ​ໃຈກາງ​ການ​ເມືອງ​ວັດທະນະທຳ​ຂອງ​ຈີນ,ພ້ອມ​ກັນ​ນັ້ນ​ຍັງ​ເປັນເມືອງ​ອາຫານ​ແຊບ,ຮວບ​​ໂຮມ​ອາຫານ​​ແຊບ​​ແຫ່ງ​ຕ່າງໆໃນ​ໂລກ,​ຢູ່​ຕາມສອງ​​ຝາກ​ຖະຫນົນ​ແລະ​​ເສັ້ນ​ນ້ອຍ​ເສັ້ນ​ໃຫຍ່​ໃນປັກ​ກິ່ງມີ​ຮ້ານ​ອາຫານ​ຕ່າງປະ​ເທດ​ທີ່​ມີ​ເອກະ​ລັດ​ເປັນ​ຈຳ​ນວນ​ຫລາຍ.​ໃນລາຍການ"ວັດທະນະທຳ​ຈີນ"​ເທື່ອນີ້,ພວກ​​ເຮົາ​ຈະ​ແນະນຳ​ວັດທະນະທຳ​ອາຫານຕ່າງປະ​ເທດ​ຫລາຍ​ສີ​ຫລາຍ​ສັນ​ຢູ່​ນະຄອນ​ຫລວງປັກ​ກິ່ງ​​ສູ່ທ່ານຟັງ.

ຮ້ານ​ອາ​ຫານມົດ​ສະ​ກູ​ຕັ້ງ​ຢູ່​​ເຂດຕາ​ເວັນ​ຕົກ​ຂອງ​ຫໍ​ວາງສະ​ແດງ​ປັກ​ກິ່ງ,​​ເລີ່​ມທຸລະ​ກິດໃນ​ປີ1954,ພັດທະ​ຄານ​ຮູ​ບລັດ​ເຊຍທີ່​ທັງ​ສູງ​ທັງ​ໃຫຍ່​ແລະອາຫານ​ພະ​ລາຊະ​ວັງ​ລັດ​ເຊຍ​ມີ​ສີສັນ​ພິ​ເສດ​ຕ່າງ​ຫມູ່​ຕ່າງ​ເພິ່ນ​ໃນ​ຂະ​ແຫນງ​ການ​ອາຫານຂອງ​ປັກ​ກິ່ງ,​ໃນ​​ເວ​ລາ​ນັ້ນ,ຄົນ​ຖື​ກິນ​ອາຫານ​ຢູ່​​ແຫ່ງນີ້​ເປັນ​ເລື້ອງ​ນິຍົມ.ມີຄົນ​ຂຽນ​ບົດວ່າ:ຮ້ານ​ອາຫານມົດ​ສະ​ກູ​ແມ່ນ​​ແຫ່ງ​ຫນຶ່ງທີ່​ເຮັດ​ໃຫ້​ຄົນ​ຝັກ​ໃຝ່​ໃນ​ຊຸມ​ປີ50​ແລະ60​ຂອງ​ສະ​ຕະວັດທີ່​ແລ້ວ,​​ເຮັດ​​ໃຫ້​ຄົນ​ຫວນ​ຄຶດຫາ​ລົດ​ແຊບ​ໃນ​ຊຸມ​ປີ70ຂອງ​ສະ​ຕະວັດທີ່​ແລ້ວ,​ເຮັດ​ໃຫ້​ຄົນ​ຫວນ​ຄຶດ​ໃນຊຸມ​ປີ80ສະ​ຕະວັດ​ທີ່​ແລ້ວ.ດຽວ​ນີ້,​ແຫ່ງ​ນີ້​ກໍ່ຄ້າ​ຍຄື​ກັນ​ກັບອະນຸສາວະລີ​ຂອງຍຸກ​ຫນຶ່ງ,ຄົນ​ກິນ​ອາຫານ​ຢູ່​​ແຫ່ງນີ້​ຄື​ຈັ່ງ​ວ່າ​ແມ່ນ​ເພື່ອຫວນ​ຄຶດ​ເຖິງປະຫວັດສາດ.

ຮ້ານອາຫານກຽບປັກ​ກິ່ງ​ທີ່​ຈະ​ເລີ​ນ​ໃຫມ່​ກໍມີ​ຊື່​ມີ​ສຽງ​​ໂດຍ​ຄິດ​ເຖິງ​ສະ​ໄຫມ​​ເກົ່າຄື​ກັນ,​ເຖິງ​ວ່າ​ຕັ້ງ​ຢູ່ຮ່ອມ​ທາງ​ນ້ອຍ,​ແຕ່​​ເມື່ອ​ຮອດ​ຕອນ​ຄ່ຳ​ມື້​ໃດກໍ​ແຕມ​ໄປ​ດ້ວຍຜູ່​ບໍລິ​ໂພ​ກ,ຍ້ອນ​ວ່າ​ມີ​ນັກສະ​ແດງ​ກຽດ​ຕິ​ຍົດ​ອູ​ແກຼມຮ້ອງ​​ເພງ​ຢ່າງ​ຈູບ​ຈ້າວຢູ່​ນີ້.

ຢູ່​ຫ້ອງອາຫານ​ທີ່​ກວ້າງຂວາງ​ຂອງ​ຮ້ານ​ອາຫານ​ກຽບຈົນ​ບໍ່​ມີ​ບ່ອນ​ນັ່ງ​​ເປົ່າ​ຫວ່າງ,ບັນ​ຍາ​ກາດ​​ຟົດ​ຟື້ນທີ່​ສຸດ.ທ່ານ​ຍິງ​ຜູ້​ມີ​ອາ​ຍຸ50ກວ່າ​ປີ​ຫມູ່​ຫນຶ່ງ​ພວມຮ້ອງ​ເພງ​ກັບ​ນັກສະ​ແດງ,ກອດຊົມ​​ກັນ​ແລະ​ຖ່າຍຮູບ​ນຳ​ກັນ.ນັກ​ຂ່າວ​​ໄດ້ສຳພາດ​ແຂກ​ໂຕະ​ນີ້,ພວກ​​ເຂົາລ້ວນ​ແຕ່​ຮຽນ​ພາ​ສາ​ລັດ​ເຊຍ​ໃນ​ໂຮງຮຽນ​ມັດທະຍົມ​ປາຍ,​ຫລັງ​ຈາກ​ໄດ້​ສຳ​ເລັດ​ການ​ຮຽນ​ມັດທະຍົມ​ປາຍ40ປີ​ແລ້ວ,ກໍ​ຕັ້ງ​ເລື​ອກ​ເອົາ​ຮ້ານ​ອາຫານ​ກຽບນີ້​ມາ​ຈັດ​ງານ​ຊຸມນຸມ​ມິດ​ຕິງ​​ເປັນ​ພິ​ເສດ,​ເພາະວ່າ​,ບັນຍາກາດຢູ່ແຫ່ງ​ນີ້​ແມ່ນ​ຕາມ​ໃຈ,ສ່ວນເພງ​ທີ່​ນັກສະ​ແດງ​ຮ້ອງນັ້ນ​ແມ່ນ​ເພງ​ທີ່​ພວກ​ເຂົາ​ມັກ​ຟັງ​ໃນ​40ປີ​ກ່ອນ.ທ່ານ​ນາງ​ຊຸຍ​ເອ້​ຊິນ​ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ,ມາຊຸມ​ນຸມກັນ​ຢູ່​ຮ້ານ​ອາຫານ​ກຽບປັກ​ກິ່ງ,​ເພິ່ນມີ​ຄວາມຮູ້ສຶກຫລາຍ,ທ່ານ​ນາງ​ກ່າວ​ວ່າ:

"ພວກ​ເຮົາ​ແມ່ນເຕີບ​ໃຫຍ່ຂຶ້ນ​ໃນ​ທ່າມກາງ​ສຽງ​ເພງ​ນີ້.ສະ​ນັ້ນ​ພວກ​ເຮົາ​ມາ​ແຫ່ງ​ນີ້​ຫວນ​ຄຶດ​ຊີວິດ​ໂຮງຮຽນ​ມັດທະຍົມ​​​ໃນ​ສະ​ໄຫມ​ນັ້ນ."

ຮ້ານອາຫານມັຄ໌ຊິ​ມ​​ແມ່ນຮ້ານ​ອາຫານ​​​​ຝະລັ່ງ​ທີ່​ຄົນ​ປັກ​ກິ່ງ​ຮູ້​ຈັກ,ຖືກຖືເປັນ​ສັນຍາ​ລັກ​ແຫ່ງ​ຄຼາຊິກ​ແລະ​ຄວາມ​ສຸພາບ​ສວຍ​ງາມ​ຂອງ​ອາຫານ​ຝະລັ່ງ.ຮ້ານ​ອາຫານ​ມັຄ໌ຊິ​ມ​ເປັນ​ຮ້ານ​ອາຫານ​ຊັ້ນ​ສູງ​ທີ່​ມີ​ຊຶ່ສຽງ​ແຫ່ງ​ຫນຶ່ງ​ໃນ​ໂລກ,​ໄດ້​ມີ​ປະຫວັດ​​ຮ້ອຍກວ່າ​ປີ​ແລ້ວ,​ດຽວ​ນີ້,​ເຖົ້າແກ່​ຂອງ​ຮ້ານ​ອາຫານ​​ແຫ່ງ​ນີ້​ແມ່ນ​ທ່ານ​​ເພຍ ຄາດິນ ຊ່າງ​ອອກ​​ແບບ​ເຄື່ອງນຸ່ງ​ທີ່ມີ​ຊື່​ສຽງດົງ​ດັງ.ຮ້ານ​ມັຄ໌ຊິ​ມຂອງ​ປັກ​ກິ່ງ​ເລີ່​ມທຸລະ​ກິດ​ໃນ​ປີ1983,​ແມ່ນ​ຮ້ານອາຫານ​ຝະລັ່ງ​ຊັ້ນ​ສູງ​​ແຫ່ງ​ທຳ​ອິດ​ຢູ່ປັກ​ກິ່ງ​ຫລັງຈາກ​ຈີນປະຕິ​ຮູບ​ໄຂ​ປະຕູ​ສູ່ພາຍ​ນອກ.​ເຄື່ອງ​ປະດັບ​ເອ້​​ໃນຮ້ານ​ລ້ວນ​ແຕ່​​ແມ່ນ​ຜະລິດ​ຕະພັນ​ຝະລັ່ງ,​ເຄື່ອງຄວັດ​ແກະໄມ້​ຫມາກຄາຍ​ແລະ​ແບບ​ເຄື​ອຄຳ​ຢູ່​​ເທິງ​ຝາ,​ໂຄມ​ແຂວນ​​ແບບ​ບູຮານ,ຮູບ​ແຕ້ມ​ຝາ​ຜະຫນັງ​ປະດັບ​​ເອ້​ທີ່​​ແຕ້ມຕາມ​ວັງລູ​ເວີ​ແລະ​ແກ້ວ​ປ່ອງຢ້ຽມ​ທີ່​ມີ​​ຫລາຍສີ,​ເຮັດ​ໃຫ້​ຄົນ​ຮູ້​ສຶກວ່າ​ຢູ່​ໃນ​ພະ​ລາຊະ​ວັງ​ຝະລັ່ງ​ໃນ​ສະຕະວັດ19.ຕາມ​ເວົ້າ​ກັນ​ວ່າ,ຖ່າຍຮູບ​ຢູ່​ໃນຮ້ານ​ອາຫານ​ບໍ່​ວ່າ​ຈະ​ຖ່າຍ​ແຈ​​ໃດລ້ວນ​​ແຕ່​ຄື​ກັນ​ກັບ​​ຖ່າຍຮູບໃນ​ຮ້ານ​ມັຄ໌ຊິ​ມຂອງ​ປາຣີ.ທ່ານ​ເຮີ້​ກວາງ​ອີນ ຜູ້ອຳ​ນວຍ​ການ​ຂອງ​ຮ້ານ​ອາຫານ​​ແນະນຳ​ວ່າ:

"ບໍ່​ວ່າ​ສັງຄົມ​ຈະປ່ຽນ​ແປງ​ແນວ​ໃດ,ພວກ​ຂ້າພະ​ເຈົ້າກໍ​ມີວັດຖຸປະສົງ​ຂອງ​ຕົນ,ນັ້ນກໍ່​ແມ່ນປຸງ​ແຕ່ງ​ອາຫານ​ຝຣັ່ງ​ໃຫ້​ອ້ອຍ​ຕ້ອຍຄື​ຂອງຝຣັ່ງ,ບໍ່​ວ່າ​ແມ່ນ​ຄົນ​ຝຣັ່ງຫຼື​ວ່າ​​ແມ່ນຄົນ​ຈີນ,ຜູ້​ໃດ​ມາ​ກໍ​ສາມາດ​ກິນ​ອາຫານ​ຝຣັ່ງ​ໄດ້,ບໍ່​ຕ້ອງ​ອອກຈາກ​ຈີນກໍ່​ສາມາດກິນ​ອາຫານ​ຝຣັ່ງ​ອ້ອຍ​ຕ້ອຍ​ໄດ້​ແມ່​ນ​ແທ້.ຮ້ານ​ອາຫານ​ຕ່າງໆ​ມີ​ເອກະລັກ​ຂອງ​ຕົນ,​ແຕ່ຮ້ານ​ຂອງ​ຂ້າພະ​ເຈົ້າ​ໄດ້​ຮັກສາມູນ​ເຊື້ອໃຫ້​ແຂກ​ມີ​ຄວາມ​ຮູ້ສຶກໂລ​ມັງຕິກ​ແລະ​ສະຫວາດສະ​ເຫວີຍ."
ຕາມ​ແນະນຳ​ວ່າ,​ໃນ​​ໄລຍະ​ຕົ້ນ​ຂອງຮ້ານມັກ​ຊິ​ມ,​ແຂກ 70% ​ແມ່ນ​ຄົນ​ຕ່າງປະ​ເທດ,ດຽວ​ນີ້ ພັດມີ 70% ​ແມ່ນ​ຄົນ​ຈີນ,​ແຕ່​ວ່າ ຍ້ອນ​ລາຄາ​ຂ້ອນ​ຂ້າງແພງ,​ແຂກ​ສ່ວນ​ຫຼາຍ​ແມ່ນນັກທຸລະກິດ​ທີ່​ເກັ່ງ.​ເມື່ອ​ທຽບ​​ໃສ່ກັນ​ແລ້ວ,ບໍລິສັດ​ປາຍ​ວ້ານຈ້ວງ​ຢວນ ​ເຊິ່ງ​ເປັນອາຫານ​ຝຣັ່ງທີ່ລາຄາຖືກ​ຂັ້ນ,​ແມ່ນ​ອາຫານ​ທີ່​ມະຫາຊົນຮູ້ຈັກ​ແລະ​ຮັບຮອງ​ເອົາ​ໄດ້ຫຼາຍ​ກວ່າ.​ໃນ​ສິບ​ປີ​ມາ​ນີ້,​ໃນ​ລົດ​ໄຟ​ໃຕ້​ດິນ ຮ້າ​ນຄ້າ​ແລະ​ຮ້ານກິນ​ດື່ມ,ຈະ​ເຫັນ​ຮານ​ເບີກ​ແລະ​ເຂົ້າ​ຈີ່​ເຊັນ​ວິດຢູ່​ທຸກ​​ແຫ່ງ​ທຸກ​ທົນ.ປີ 1998,ບໍລິສັດປາຍ​ວ້ານຈ້ວງ​ຢວນ​ເລີ່​ມທຸລະ​ກິດ​ຮ້ານ​ອາຫານ​ຝຣັ່ງ"ອາຫານ​ຮອບ​ໂລກ"ຫຼາຍ​ຮ້ານ,ປະຈຸ​ບັນ ​ໄດ້​ມີສາຂາ 16 ​ແຫ​່ງແລ້ວ,ຮ້ານ​ດັ່ງ​ກ່າວ​ວາງ​ແຜນຈະ​ເປີດ​ສາຂາ 77 ​ແຫ່ງ​ເມື່ອ​ຮອດ​ປີ 2008.ທ່ານ​ເສີນ​ລີ້​ຊູນ ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ປາຍ​ວ້ານຈ້ວງ​ຢວນ​ແນະນຳ​ວ່າ:

"ການ​ຂາຍອາຫານ​ຝຣັ່ງຈະ​ມີ​ແຕ່​ກິນ​ບໍ່​ໄດ້,ຂ້າພະ​ເຈົ້າຮູ້ສຶກ​ວ່າ ຕ້ອງ​ປະສານ​ສົມທົບ​ກັບ​ວັດທະນະທຳ.ພວກ​ຂ້າພະ​ເຈົ້າ​ແມ່ນ​ເຮັດ"ອາຫານ​ຮອບ​ໂລກ",ໝາຍ​ຄວາມ​ວ່າ​ອາຫານ​ແຊບ​ໃນ​ທົ່ວ​ໂລກ,ຄັນຊັ້ນ ການ​ປະດັບ​ປະດາ​ຂອງພວກ​ຂ້າພະ​ເຈົ້າກໍ​ຕ້ອງ​ປະສານນິຍາມ​ທົ່ວ​ໂລກ,​ເພາະສະນັ້ນ ສາຂາ​ແຫ່ງຕ່າງໆ​ຂອງ​ພວກ​ຂ້າພະ​ເຈົ້າມີ​ຫົວ​ຂໍ້​ຕ່າງ​ກັນ,​ໄດ້​ສະ​ແດງ​ໃຫ້​​ເຫັນ​ວັດທະນະທຳ​ຂອງ​ທົ່ວ​ໂລກ​ໃນ​ແຕ່ລະສາຂາ."

ໃນ​ຫຼາຍ​ປີ​ມາ​ນີ້,ອາຫານ​ຍີ່ປຸ່ນ​ແລະ​ອາຫານ​ປີ້ງ​ຂອງສ.​ເກົາຫຼີ​ໄດ້​ເຫີ່​ກັນ​ຢູ່​ນະຄອນ​ປັກ​ກິ່ງ.ຢູ່​ເຂດ​ຊາວ​ຢາງ ພາກ​ຕາ​ເວັນ​ອອກ​ຂອງ​ນະຄອນ​ປັກ​ກິ່ງ,​ຢູ່ຖະໜົນ​​ເສັ້ນ​ຫນຶ່ງ​ຍາວ​ບໍ່​ຮອດ 6 ກິ​ໂລ​ແມັດ,​ກໍ​ມີ​ຮ້ານ​ອາຫານ​ຍີ່ປຸ່ນ​ຫລາຍສິບ​​ແຫ່ງ,ຢູ່​ທົ່ວ​ນະຄອນ​ຫລວງປັກ​ກິ່ງ​ມີ​ຮ້ານ​ອາຫານ​ຍີ່ປຸ່ນ 200 ກວ່າ​​ແຫ່ງ.ປະຊາຊົນ​ມັກ​ກິນ​ອາຫານ​ຍີ່ປຸ່ນ,ບໍ່​ພຽງ​ແຕ່​ແມ່ນ​ຍ້ອນ​ອາຫານ​ຍີ່ປຸ່ນມີ​ລົດ​ຊາດ​ຄ້າຍຄື​ກັນ​ກັບ​ອາຫານ​ຈີນ​ທໍ່​ນັ້ນ,ຄົນ​ສ່ວນ​ຫຼາຍ​ຍັງ​ມັກ​ການ​ປະດັບ​ເອ້​ຢູ່​ໃນ​ຮ້ານ​ອາຫານ​ຍີ່ປຸ່ນມີບັນຍາ​ກາດສຸພາບ.ສ່ວນ​ຮ້ານ​ອາຫານ​ປີ້ງ​ຂອງ​ສ.​ເກົາຫຼີ​ພັດ​ມີ​ບັນຍາກາດ​ອົບ​ອຸ່ນ​ແລະ​ຟົດ​ຟື້ນ,​ເໝາະ​ກັບ​ນິດ​ໄສ​ມັກ​ຟົດ​ຟື້ນ​ຂອງ​ຄົນ​ຈີນ.​ເຊັ່ນ,ຮ້ານ​ອາຫານ​ປີ້ງ​ຮານ​ນາຊັນ​ໄດ້​ຕັ້ງສາຂາສິບ​ກວ່າ​​ແຫ່ງຢູ່​ປັກ​ກິ່ງ​ແລ້ວ,​ແຕ່ລະ​ສາຂາ​ມີ​ແຂກ​ຫຼາຍ​ຈົນ​ເຕັມ​ເຮືອນ​ເຕັມ​ທັງ​ທຸກ​ມື້.

ນອກ​ນີ້,ອາຫານ​ຕ່າງປະ​ເທດຢູ່​ປັກ​ກິ່ງ​ຄື​ແອສປາຍ ​ແມ​ກຊິກ ອິນ​ເດຍ ​ໄທ ຫວຽດນາມ​ແລະ​ອີ​ຕາ​ລີ​ເປັນຕົ້ນ,ກໍ​ລ້ວນ​ແຕ່​ມີ​ເອກະລັກ​ຂອງ​ໃຜລາວ.

ປະຈຸ​ບັນ,ຮ້ານ​ອາຫານ​ຕ່າງປະ​ເທດ​ຊະນິດ​ຕ່າງໆ​ຢູ່​ປັກ​ກິ່ງ​ມີ 1300 ກວ່າ​​ແຫ່ງ,​ໄດ້​ກວມ​ເອກະລັກ​ພິ​ເສດຂອງ​ອາຫານແຫ່ງ​ຕ່າງໆ​ທົ່ວໂລກ.