ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-21 11:30:29    
ພາລະກິດ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຂອງ​ຈີນ​ເຂົ້າ​ສູ່​ໄລ​ຍະ​ໃໝ່

cri Author: ສຣ
ວັນ​ທີ 17 ຕຸລາ ພາຍຫຼັງຍານ​ອະວະກາດ"​ເສີນ​ໂຈ່ວ​ເລກ 6 "ຂອງ​ຈີນ​ບິນ​ອ້ອມ​ໜ່ວຍ​ໂລກ 5 ມື້​ແລ້ວ,​ໄດ້​ລົງ​ຈອດ​ຢູ່​ເຂດ​ທີ່​ກຳນົດ​ໄວ້​ກ່ອນ​ຢ່າງ​ສະດວກ,​ນັກ​ບິນ​ອະວະກາດ​ສອງ​ຄົນ​ໄດ້​ຍ່າງ​ອອກ​ຈາກ​ຍານ​ອະວະກາດ,​ກວັກ​ມື​ຕໍ່​ຄົນ​ທັງຫຼາຍ​ຢ່າງ​ຍິ້ມ​ແຍ້ມ​ແຈ່ມ​ໃສ. ຮອດ​ນີ້,​ການບິນ​ອະວະກາດ​ບັນທຸກ​ຄົນ​ຄັ້ງທີ​ສອງ​ຂອງ​ຈີນ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ,ກໍ​ໝາຍ​ຄວາມ​ວ່າ,​ເຕັກນິກ​ການບິນ​ອະວະກາດ​ບັນທຸກ​ຄົນ​ຂອງ​ຈີນ​ໄດ້​ຢ່ວງ​ບາດກ້າວ​ໃຫຍ່.

ຍານ​ອະວະກາດ​ເສີນ​ໂຈ່​ວ​ເລກ 6 ​ແມ່ນ​ຖືກ​ຍິງ​ສົ່ງ​ຂຶ້ນສູ່​ທ້ອງຟ້າ​ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ຈິ​ວຊວນ ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ເມື່ອ 5 ມື້ກ່ອນ,​ໃນ​ນັ້ນ ມີ​ນັກ​ບິນ​ອະວະກາດ​ຂອງ​ຈີນ 2 ຄົນ. ທ່ານ​ຫູ​ຊື້​ຊຽງ ຮອງ​ຜູ້​ບັນຊາ​ການ​ໃຫຍ່ຂອງ​ກິດຈະການ​ການບິນ​ອະວະກາດ​ບັນທຸກ​ຄົນ​ຂອງ​ຈີນ​ເຫັນ​ວ່າ,​ການ​ບິນ​ອະວະກາດ​ບັນທຸກ​ຄົນ​ຂອງ​ເສີນ​ໂຈ່ວ​ເລກ 6 ​ໄດ້​ສຳ​ເລັດ​ຜົນຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ​ສາມາດ​ຖື​​ໄດ້ວ່າ​ເປັນ​ການ​ເລີ່ມ​ຕົ້ນ​ອັນ​ດີງາມ​ຂອງ​ຍຸດ​ທະ​ສາດ​ກ້າວ​ທີ​ສອງ​ຂອງ​ກິດຈະການ​ການບິນ​ອະວະກາດ​ບັນທຸກ​ຄົນ​ຂອງ​ຈີນ​.

"ກິດຈະການ​ການບິນ​ອະວະກາດ​ບັນທຸກ​ຄົນ​ແບ່ງ​ອອກເປັນ​ສາມ​ບາດກ້າວ,​ການບິນ​ເທື່ອ​ນີ້ມີ​ນັກ​ບິນ​ອະວະກາດ 2 ຄົນ,​ເຮັດ​ວຽກ​ຢູ່​ອະວະກາດ​ຫຼາຍມື້,​​ຊອກ​ຄົ້ນ​ເຕັກນິກ​ຫຼາຍຄົນ​ບິນ​ຢູ່​ອະວະກາດ​ຫຼາຍມື້. ​ນີ້​ແມ່ນ​ເນື້ອ​​ໃນ​ທີ່​ສືບ​ອັນ​ກ່ອນ​ຕໍ່​ອັນ​ລຸນ,​ເປັນ​ການ​ເລີ່​ມຕົ້ນຂອງ​ໄລຍະ​ທີ​ສອງ."

ຈີນ​ແມ່ນ​ເລີ່​ມປະຕິບັດ​ກິດຈະການ​ການບິນ​ອະວະກາດ​ບັນທຸກ​ຄົນ​​ເມື່ອ​ປີ 1992,​ເວລາ​ນັ້ນກໍ​ໄດ້​ວາງ​ຍຸດ​ທະ​ສາດ​ສາມ​ບາດກ້າວ​ແລ້ວ. ອີງ​ຕາມ​ແຜນການ​ດັ່ງກ່າວ,​ບາດ​ກ້າວ​ທີ​ໜຶ່ງ​ແມ່ນ​ບັນລຸ​ການບິນ​ອະວະກາດ​ບັນທຸກ​ຄົນ​ຄັ້ງທຳ​ອິດ,​ເຊິ່ງ​ເປັນ​ການ​ບຸກທະລຸ​ຄັ້ງ​ປະຫວັດສາດ; ​ຈາກ​ນັ້ນຈະ​ແກ້​ໄຂ​ເຕັກນິກ​ພື້ນຖານ​ຂອງ​ການບິນ​ອະວະກາດ​ບັນທຸກ​ຄົນ​ເຊັ່ນ​ນັກ​ບິນ​ອະວະກາດ​ຫຼາຍຄົນ​ບິນ​ຫຼາຍມື້,ນັກ​ບິນ​ອະວະກາດ​ອອກ​ຍານ​ອະວະກາດ​​ແລ້ວ​ຍ່າງ​ຢູ່​ອະວະກາດ,​ແລະ​ຍານ​ອະວະກາດ​ເຊື່ອມ​ຕໍ່​ເຂົ້າ​ກັນ​ເປັນຕົ້ນ; ​ສຸດທ້າຍ​ສ້າງ​ສະຖານີ​ອະວະກາດ​ທີ່​ມີ​ຄົນ​ເຝົ້າ​ຮັກສາ​ເປັນ​ເວລາ​ດົນ​ນານ. ​ເພື່ອ​ບັນລຸ​ຄວາມ​ຝັນ​ເຫຼົ່ານີ້,​ຈີນ​ໄດ້​ເລີ່​ມລົງມື​ຄົ້ນຄວ້າ​ຍານ​ອະວະກາດ​ແລະ​ລູກ​ສອນ​ໄຟ​ຍານ​ສົ່ງ​ທີ່​​ໃຊ້​ຍິງ​ສົ່ງ​ຍານ​ອະວະກາດ,​ເລີ່ມ​ກໍ່ສ້າງ​ສະໜາມ​ຍິງ​ສົ່ງ,​ສະໜາມ​ລົງ​ຈອດ​ແລະ​ຕາໜ່າງ​ວັດ​ແທກ​ຄວບ​ຄຸມ,​ແລະ​ເລີ່ມ​ອົບຮົມ​ນັກ​ບິນ​ອະວະກາດ…

​ເມື່ອ​ໄດ້​ພະຍາຍາມ 10 ກວ່າ​ປີ​​ແລ້ວ,​ເມື່ອ​ສອງ​ປີ​ກ່ອນ,ຈີນ​ໄດ້​ຍິງ​ສົ່ງ​ຍານ​ອະວະກາດ​ເສີນ​ໂ​ຈ່ວ​ເລກ 5 ຢ່າງ​ສຳ​ເລັດ​ຜົນ,​ໄດ້​ສົ່ງ​ນັກ​ບິນ​ອະວະກາດ​ຜູ້​ທຳ​ອິດ​ຂຶ້ນສູ່​ອະວະກາດ,​ແລະ​ໄດ້​ບິນ​ຢູ່​ອະວະກາດ 21 ຊົ່ວ​ໂມງ, ຈາກ​ນີ້ ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ​ສາມ​ໃນ​ໂລກ​ທີ່​ບັນລຸ​ການບິນ​ອະວະກາດ​ບັນທຸກ​ຄົນ​ໂດຍ​ຕົນ​ເອງ​ເຊິ່ງ​ຖັດ​ຈາກຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ. ໜ້າ​ທີ່​ບາດກ້າວ​ທີ​ໜຶ່ງ​ກໍ​ໄດ້​ເຮັດ​ສຳ​ເລັດ​ໃນ​ເວລາ​ນັ້ນ.

ຫຼັງຈາກ​ນັ້ນສອງ​ປີ,ຈີນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ການບິນ​ອະວະກາດ​ບັນທຸກ​ຄົນ​ອີກ​ເທື່ອ​ໜຶ່ງ​ຢ່າງ​ໄດ້​ຮັບ​ຜົນ​ເຕັມ​ເມັດ​​ເຕັມ​ໜ່ວຍ. ສິ່ງ​ທີ່​ຕ່າງ​ກັບ​ສອງ​ປີ​ກ່ອນ​ນັ້ນ​ແມ່ນ,ຍານ​ອະວະກາດ​ເສີນ​​ໂຈ່ວ​ໄດ້​​ບັນທຸກ​ນັກ​ບິນ​ອະວະກາດ​ຈາກຜູ້​ດຽວ​ເພີ່ມຂຶ້ນ​ເປັນ​ສອງ​ຄົນ; ​ເວລາ​ບິນ​ຢູ່​ອະວະກາດ​ກໍ​ໄດ້​ຈາກ​ມື້ໜຶ່ງ​ເພີ່ມ​ຂຶ້ນ​ເປັນ 5 ມື້. ນັກ​ບິນ​ອະວະກາດ​ຍັງ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ວິທະຍາສາດ​ທີ່​ມີ​ຄົນ​ເຂົ້າຮ່ວມ​ເປັນ​ຄັ້ງທຳ​ອິດ​ໃນ​ຍານ​ອະວະກາດ.

ທ່ານ​ຫວາງ​ຢົງ​ຈື້ ຊ່າງ​ອອກ​ແບບ​ໃຫຍ່​ຂອງ​ກິດຈະການ​ການບິນ​ອະວະກາດ​ບັນທຸກ​ຄົນ​ຂອງ​ຈີນ​ກ່າວ​ວ່າ,ນັກ​ບິນ​ອະວະກາດ​ບິນ​ຢູ່​ອະວະກາດ 5 ມື້​ໄດ້​ທົດ​ສອບ​ຄວາມ​ສາມາດ​ເຮັດ​ວຽກ​ຂອງ​ຍານ​ອະວະກາດ​ເສີນ​ໂຈ່ວ​ຢ່າງ​ຮອບດ້ານ. ​ທ່ານ​ເວົ້າວ່າ:

"ຍານ​ອະວະກາດ​ຂອງ​ພວກ​ເຮົາ​ແມ່ນ​ຍິງ​ສົ່ງ​ຂຶ້ນສູ່​ອະວະກາດ​ຫຼັງຈາກ​ສະຫະພາບ​​ໂຊ​ວຽດ​ແລະ​ອາ​ເມ​ລິ​ກາຍິງ​ສົ່ງ 40 ກວ່າ​ປີ​,​ແຕ່​ວ່າ,​ເມື່ອ​ທຽບ​ກັບ​ລະດັບ​ເຕັກນິກ​ຂອງ​ຍານ​ອະວະກາດ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ປັດຈຸບັນ​ແລ້ວ​ກໍ​ບໍ່​ຫຼ້າຫຼັງ."

ຍານ​ອະວະກາດ​ເສີນ​ໂຈ່ວ​ເລກ 6 ​ແມ່ນ​ຍານ​ອະວະກາດ​ທີ່​ມີ​ເສັ້ນຜ່າ​ກາງ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ​ປັດຈຸບັນ,​ສາມາດ​ບັນທຸກ​ນັກ​ບິນ​ອະວະກາດ​ສາມ​ຄົນ. ຍານ​ອະວະກາດ​ປະກອບ​ດ້ວຍ​ຫ້ອງ​ຊຸກ​ດັນ,ຫ້ອງ​ກັບ​ຄືນ​ແລະ​ຫ້ອງ​ໂຄຈອນ. ​ໃນ​ເວລາ​ຈີນດຳ​ເນີນ​ການບິນ​ອະວະກາດ​ບັນທຸກ​ຄົນ​ຄັ້ງທຳ​ອິດ,​ສະຖານ​ທີ່​ເຄື່ອນ​ໄຫວ​ຂອງ​ນັກ​ບິນ​ອະວະກາດ​ມີ​ແຕ່​ຢູ່​ໃນ​ຫ້ອງ​ກັບ​ຄືນ​ທໍ່​ນັ້ນ,​ແຕ່​ໃນ​ການບິນ​ຂອງ​ຍານ​ອະວະກາດ​ເສີນ​​ໂຈ່​ວ​ເລກ 6,ນັກ​ບິນ​ອະວະກາດ​ສອງ​ຄົນ​ບໍ່​ພຽງ​ແຕ່​ໄດ້​ຖອດ​ເສື້ອ​ການບິນ​ອະວະກາດ​ອອກ,ຈາກ​ຫ້ອງ​ກັບ​ຄືນ​ໄປ​ສູ່​ຫ້ອງ​ໂຄຈອນ​ທໍ່​ນັ້ນ,ຫາກ​ຍັງ​ໄດ້​ສຳ​ເລັດ​ການ​ທົດ​ລອງ​ວິທະຍາສາດ​ໃນ​ດ້ານ​ວິທະຍາສາດ​ຊີວິດ​ແລະ​ວິທະຍາສາດ​ອຸປະກອນ​ເປັນຕົ້ນຢູ່​ຫ້ອງ​​ໂຄຈອນ,​ແລະ​ໄດ້​ພັກຜ່ອນ​ຢູ່​​ໃນ​ຫັ້ນ.

ທ່ານ​ຈ່າງ​ປາຍ​ນານ ຊ່າງ​ອອກ​ແບບ​ໃຫຍ່​ລະບົບ​ຍານ​ອະວະກາດ​ຂອງ​ກິດຈະການ​ການບິນ​ອະວະກາດ​ບັນທຸກ​ຄົນ​ຂອງ​ຈີນ​ແນະນຳ​ວ່າ,ຢູ່​ໃນ​ຫ້ອງ​ໂຄຈອນ​ໄດ້​ມີ​ເຄື່ອງ​ຈຳ​ເປັນ​​ຊະນິດ​ຕ່າງໆໃນ​ຊີວິດ​ການ​ເປັນ​ຢູ່​ແລະ​ເຮັດ​ວຽກຂອງ​ນັກ​ບິນ​ອະວະກາດ,​ແມ່ນ​ເຮືອນ​ແທ້​ຈິງ​ຂອງ​ນັກ​ບິນ​ອະວະກາດ​ໃນ​ອະວະກາດ.

"​ໃນ​ຫ້ອງ​ໂຄຈອນ​ມີ​ເຄື່ອງ​ສະ​ສົມ​ຂອງ​ເສດ,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​​ເສດ​ອາຫານ​ຫຼືນ້ຳບິນ​ອອກ​ມາ​ແລ້ວ​ລອຍ​ໄປ​ບ່ອນ​ອື່ນ​ໃນ​ເວລາ​ນັກ​ບິນ​ອະວະກາດ​ກິນ​ເຂົ້າ,​ແລ້ວ​ກະທົບ​ກະ​ເທືອນ​ເຖິງການ​ເຮັດ​ວຽກ​ຂອງ​ອຸປະ​ກອນ​​ໃນ​ຍານ​ອະວະກາດ,​ສະນັ້ນ,​ຈຶ່ງ​ມີ​ເຄື່ອງ​ໜຶ່ງ​ຄ້າຍຄື​ເຄື່ອງ​ດູດ​ຝຸ່ນ​ສາມາດ​ຈັບ​ເອົາ​ເສດ​ອາຫານ​​; ສິ່ງ​ທີ່​ນັກ​ບິນ​ອະວະກາດ​ໃຊ້​ສຳລັບນ​ອນນັ້ນ​ແມ່ນສິ່ງ​ທີ່​ຄ້າຍຄື​ກັບ​ຖົງ​ນອນ​ທີ່​ພວກ​ເຮົາ​ໃຊ້​ໃນ​ເວລາ​ນອນ​ຢູ່​ກາງ​ແຈ້ງ."

ພາຍ​ໃນ​ເວລາ​ສອງ​ປີ​ອັນ​ສັ້ນໆ,ຈີນ​ໄດ້​ສຳ​ເລັດ​ການບິນ​ອະວະກາດ​ບັນທຸກ​ຄົນ​ສອງ​ເທື່ອ​ຢ່າງ​ສຳ​ເລັດ​ຜົນ,​ເຕັກນິກ​ການບິນ​ອະວະກາດ​ບັນທຸກ​ຄົນ​ຂອງ​ຈີນ​ພວມ​ນັບ​ມື້​ນັບ​ສຸກ​ງອມ. ທ່ານ​ຫູ​ຊື້​ຊຽງ ຮອງ​ຜູ້​ບັນຊາ​ການ​ໃຫຍ່​ຂອງ​ກິດຈະການ​ການບິນ​ອະວະກາດ​ບັນທຸກ​ຄົນ​ຂອງ​ຈີນ​ເວົ້າວ່າ,ຕໍ່​ໄປ​ພາຍ​ໜ້າ,ຈີນ​ຍັງ​ຈະ​ຄ່ອຍໆ​ຊອກ​ຄົ້ນ​ເຕັກນິກ​ພື້ນຖານ​ທີ່​ກ່ຽວຂ້ອງ​ເຊັ່ນ​ອອກ​ຍານ​ອະວະກາດ,​ຍານ​ອະວະກາດ​ເຊື່ອມ​ຕໍ່​ເຂົ້າກັນ​ແລະ​ສ້າງ​ສະຖານີ​ອະວະກາດ​ເປັນຕົ້ນ.

"ຈີນ​ມີ​ແຜນ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ອອກ​ຍານ​ອະວະກາດ​ໃນ​ປີ 2007​,​ແລະ​ຈະ​ໃສ່​ຊຸດ​ການບິນ​ອະວະກາດ​ທີ່​ຊາວ​ຈີນ​ພວກ​ເຮົາ​ຄົ້ນຄວ້າ​ຜະລິດ​ເອງ; ຮອດ​ປະມານ​ປີ 2008 ປີ 2009 ບັນລຸ​ຍານ​ອະວະກາດ​ເຊື່ອມ​ຕໍ່​ເຂົ້າກັນ,​ຮອດ​ເວລາ​ນັ້ນ,​ພວກ​ເຮົາ​ຈະ​ສົ່ງ​ນັກ​ບິນ​ອະວະກາດ​ຫຼາຍຄົນ​ຂຶ້ນສູ່​ອະວະກາດ,​ແລະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ບິນ​ອະວະກາດ​ບັນທຸກ​ຄົນ​ຢ່າງ​ເນື່ອງນິດ.