ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-21 22:02:28    
ສັນ​ຍາ​​ເພີ່ມ​ຕື່ມ​​ສະ​ບັບ​ທີ​ສອງ​ຂອງ​ການ​ຈັດ​ວາງ​ລະ​ຫວ່າງ​ເຂດ​ໃນ​ຈີນ​ກັບ​ມາ​ກາວ​ກ່ຽວ​ກັບ​ການ​ສ້າງ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ຍິ່ງ​ແໜ້ນ​​ແຟ້ນ​ກວ່າ​ເກົ່າ​ໄດ້​ເຊັນ​ກັນ​ຢູ່​ມາ​ກາວ

cri
ຕາມ​ຂ່າວCRI, ສັນຍາ​​ເພີ່ມ​ຕື່ມ​ສະບັບທີ​ສອງ​ຂອງ​ການຈັດ​ວາງ​ລະຫວ່າງ​ເຂດ​ໃນ​ຈີນກັບ​ມາ​ກາວກ່ຽວ​ກັບ​ການ​ສ້າງ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ຍິ່ງ​ແໜ້ນ​​ແຟ້ນກວ່າ​ເກົ່າພ້ອມ​ດ້ວຍ​​ເອກ​ສານ​ພະ​ໜວກ​ສອງ​ສະບັບ​ໄດ້​ເຊັນ​ກັນ​ຢູ່​ມາ​ກາວ​ໃນ​ວັນ​ທີ21​ຕຸລາ.

ສັນຍາ​​ເພີ່ມ​ຕື່ມສະບັບ​ທີ​ສອງ​ແລະ​ເອກະສານ​ພະ​ໜວກ​ສອງ​ສະບັບ​ກຳນົດ​ໄວ້​ວ່າ,​ເລີ່​ມ​ແຕ່​ວັນ​ທີ1​ມັງກອນ​ປີ2006​ເປັນ​ຕົ້ນ​ໄປ,ສິນຄ້າ​ທີ່​ຜະລິດ​ຢູ່​ມາ​ກາວ​ທັງ​ໝົດ​ລ້ວນ​ແຕ່​ສົ່ງ​ເຂົ້າ​ເຂດ​ໃນ​ຈີນ​ໂດຍ​ບໍ່​ຕ້ອງ​ເສຍ​ພາສີ,ນອກ​ນີ້,​ ເຂດ​ໃນຈີນ​ຈະ​ຜ່ອນ​ຍານ​ເງື່ອນ​ໄຂ​ອະນຸມັດ​ເຂົ້າ​ຕະ​ຫຼາດ​ຂອງ9ຂົງ​ເຂດ​ເຊັ່ນ​ກົດໝາຍ,ການບັນຊີ,ການ​ກໍ່ສ້າງ​ເປັນ​ຕົ້ນບົນ​ພື້ນຖານ​ທີ່​ມີ​ຢູ່​ແລ້ວ.

ການ​ເຊັນ​ສັນຍາ​ເພີ່ມ​ຕື່ມ​ເທື່ອ​ນີ້​ຈະ​ຍົກ​ລະດັບ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະຫວ່າງ​ເຂດ​ໃນ​ກັບ​ມາ​ກາວ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ.