ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-22 19:43:16    
ກົດຫມາຍ​ອາກອນ​ລາຍ​ໄດ້​ເອກະ​ຊົນ​ທີ່​ຖືກປັບປຸງ​ມີ​ຫວັງ​ຮັບ​ຜ່ານ ມີ​ຜົນ​ດີຕໍ່ການ​ຫລຸດ​ຄວາມ​ຜິດ​ໂຕນ​ກັນ​ຂອງ​ການແຈກ​ຢາຍ​ລາຍໄດ້ຂອງ​ຄົນຈີນ

cri

ຕາມ​ຂ່າວcri:ວັນ​ທີ22 ຕຸລາ,ຮ່າງ​ດັດ​ແກ້​ຂອງ​ກົດ​ຫມາຍອາກອນ​ລາຍ​ໄດ້​​ເອກະ​ຊົນທີ່​ກ່ຽວ​ພັນ​ເຖິງ​ຊີວິດ​ຂອງ​ມວນ​ຊົນ​ຢ່າງ​ສະ​ຫນິດ​ແຫນ້ນ​ນັ້ນ​ໄດ້​ຖືກ​ນຳ​ເອົາ​ໄປ​ກອງ​ປະຊຸມ​ຄະນະ​ປະຈຳ​​ສະພາ​ປະຊາຊົນແຫ່ງ​ຊາດ​ຈີນ​ເຊິ່ງ​ເປັນ​ອົງການ​ນິຕິບັນຍັດ​ຂອງ​ຈີນ​ພິຈາລະນາ.ສະບັບ​ປັບປຸງ​ໄດ້​ຍົກ​ສູງ​ມາດຖານ​​ເກັບ​ອາກອນ​ລາຍ​ໄດ້​​ເອກະ​ຊົນ,​ແລະ​ເພີ່ມ​ຄວາມ​ແຮງ​ທີ່​​ໃການ​ເກັບ​ອາກອນ​ລາຍ​ໄດ້​ຂອງຜູ້ມີ​ລາຍ​ໄດ້ສູງ,​ເພື່ອຫລຸດ​ຄວາມ​ຜິດ​ໂຕນ​ກັນ​ຂອງແຈກ​ຢາຍ​ລາຍໄດ້ຂອງ​ຄົນຈີນ​ໃນ​ສະ​ເພາະ​ຫນ້າ​ນີ້.

ເພື່ອຂໍ​ຄວາມ​ເຫັນ​ຂອງ​ປະຊາຊົນ​ຢ່າງ​ກວ້າງຂວາງ, ກ່ອນ​ນີ້ຄະນະ​ປະຈຳ​ ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂໍ​ຄວາມ​ເຫັນກ່ຽວ​ກັບ​ມາດຖານ​ເກັບ​ເອົາ​ອາກອນ​ລາຍ​ໄດ້​ເອກະ​ຊົນ,​ແລະ​​ປັບປຸງການ​ກຳນົດ​ກ່ຽວຂ້ອງ​ຕາມ​ຄວາມ​ເຫັນ,ສະບັບ​ປັບປຸງ​ທີ່​ນຳ​​ໄປ​ພິຈາລະນາ​ຄັ້ງ​ນີ້​ຈະ​ຍົກມາດຖານແຕ່800​ຢວນຂຶ້ນ​ເປັນ1600ຢວນ,​ເພື່ອຫລຸດຜ່ອນຫາບ​ແບກຂອງຜູ້​ມີ​​ລາຍ​ໄດ້​ລະດົມກາງ​ແລະ​ຕ່ຳ.ຕາມ​ຊາບ​ວ່າ,ມາດຖານ​ເກັບ​ເອົາ​ອາກອນລາຍ​ໄດ້​ຂອງຄົນ​ຕ່າງປະ​ເທດ​ຢູ່​ຈີນກໍຈະຍົກ​ສູງຂຶ້ນ.