ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-22 21:22:11    
ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: da
ຕາມ​ຂ່າວ​CRI: ກອງ​ປະຊຸມ​ຄັ້ງທີ 18 ຂອງ​ຄະນະ​ປະຈຳ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນສະ​ໄໝທີ 10 ທີ່​ຈະດຳ​ເນີນ​​​ໄປ​ເປັນ​ເວລາ 6 ມື້​ໄດ້​​ເລີ່​ມຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​​ໃນ​ວັນ​ທີ 22 ຕຸລາ,​ກອງ​ປະຊຸມ​ຄາດໝາຍ​ຈະ​ປະກາດ"ກົດ​ໝາຍ​ບໍລິສັດ"​ແລະ"ກົດ​ໝາຍ​ຫຼັກ​ຊັບ"ທີ່​​ໄດ້​ຜ່ານ​ການ​ປັບປຸງ​ແລ້ວ,​ແລະ​ຈະ​ພິຈາ​ລະນາ​"ກົດໝາ​ຍວ່າ​ດ້ວຍ​ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະພາ​ບຂອງ​ຜະລິດ​ຕະ​ພັນ​ກະສິກຳ"​ແລະ​"ກົດ​ໝາຍ​ກວດ​ບັນຊີ"ສະບັບ​ປັບປຸງ​.

ຕາມ​​ໄດ້​ຊາບ,ການ​ປັບປຸງ"ກົດ​ໝາຍ​ກວດສອບ​ບັນຊີ"ຄັ້ງນີ້ ມີ​ຈຸດປະສົງ​ເພີ່ມ​ທະວີ​ຜົນ​ສັກສິດ​ຂອງ​ການ​ຕິດຕາມ​ກວດ​ສອບ​ບັນຊີ​ຕື່ມ​ອີກ,ສ່ວນ"ກົດ​ໝາຍວ່າ​ດ້ວຍ​ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະພາ​ບ​ຜະລິດ​ຕະພັນ​ກະສິກຳ"ຈະ​ແກ້​ໄຂ​ບັນຫາ​ຄວາມ​ປອດ​ໄພ​ຂອງ​ຜະລິດ​ຕະພັນ​ກະສິກຳ​ທີ່​ປວງ​ຊົນ​ຈີນ​ຂ້ອນ​ຂ້າງ​ສົນ​ໃຈ​ໃນສະ​ເພາະໜ້າ​ນີ້.ກອງ​ປະຊຸມ​ຍັງ​ຈະ​ພິຈາ​ລະນາ​ຮ່າງ"ກົດ​ໝາຍ​ສິດວັດຖຸ​ສິ່ງ​ຂອງ" ທີ່​ສົນ​ໃຈ​ທີ່​ສຸດ​ນັ້ນ​ເປັນ​ຄັ້ງທີ 4 ,​ແລະ​ມີ​ຫວັງ​ຈະ​ຜ່ານ"ກົດໝາຍ​ລາຍ​ໄດ້​​ເອກະ​ຊົນ"​ສະບັບ​ປັບ​ປຸງແລະ​ຮ່າງ​ກົດ​ໝາຍ​ທີ່ກ່ຽວ​ຂ້ອງ​ກັບ​ການ​ໃຫ້​ທະນາຄານ​ກາງ​ຕ່າງປະ​ເທດ​ມີ​ສິດ​ຍົກ​ເວັ້ນທີ່​ມີ​ການ​ຈຳກັດ.