ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-22 21:31:23    
​ກອງ​ປະຊຸມເວທີ​ປາ​ໄສ​ນັກທຸລະ​ກິດ​ເພດຍິງ​ຈີນ​ອາ​ເມ​ລິ​ກາ​ຄັ້ງ​ປະຖົມມະ​ເລີກຈັດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ

cri

ຕາມ​ຂ່າວcri:ວັນ​ທີ21 ຕຸລາ,​ກອງ​ປະຊຸມເວທີ​ປາ​ໄສທຸລະກິດ​​ເພດຍິງ​ຈີນອາ​ເມ​ລິ​ກາຄັ້ງ​ປະ​ທຖົມມະ​ເລີກແລະ​ງານສັງ​ສັນໂຄງການ​ໄດ້​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ ນະຄອນຫລວງ​ອາ​ເມ​ລິ​ກາ.

ເຈົ້າ​ຫນ້າ​ທີ່​ຂອງກະຊວງຄົນ​ງານ​ແລະກະຊວງການ​ຄ້າ​ອາ​ເມ​ລິ​ກາສະຖານ​ເອກອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ​ໄດ້​ເຂົ້າ​ຮ່ວມ​ພິທີ​​ໄຂ​ໃນ​ມື້​ດຽວ​ກັນ.ຜູ້​ແທນຝ່າຍ​ອາ​ເມ​ລິ​ກາ​ຊີ້​ອອກ​ໃນ​ພິທີ​ໄຂກອງ​ປະຊຸມ​ວ່າ,​ ​ໃນ20ກວ່າປີ​ທີ່​ຜ່ານ​ມາ​ນີ້,ເສດຖະກິດ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ,ອຳ​ນວຍໂອກາດລົງທຶນ​ທີ່​ດີງາມ​ໃຫ້​​ແກ່ນັກທຸລະ​ກິດອາ​ເມ​ລິ​ກາ.ຜູ້​ແທນ​ຝ່າຍ​ຈີນ​ກ່າວ​ວ່າ,​ຄວນ​ຮຽນ​ເອົາ​ບົ​ດຮຽນ​ຄຸ້ມ​ຄອງ​ອັນ​ກ້າວຫນ້ານຳວິ​ສາ​ຫະກິດ​ອາ​ເມ​ລິ​ກາ,ຊອກ​ຫາ​ໂອກາດ​ຮ່ວມ​ມື​ກັບ​ພວກ​ເຂົາ​ເຈົ້າ.

ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ດຳ​ເນີນ2ມື້,ພາຍ​ໃຕ້​ການ​ລິ​ເລີ່​ມ​ແລະ​ເປັນ​ເຈົ້າພາບ​ໂດຍ​ມູນ​ນິທິ​ສາກົນ​ອາ​ເມ​ລິ​ກາ​ຈີນ.ມີ​ນັກ​ທຸລະກິດ​ຍິງ​ຈີນ​ອາ​ເມ​ລິ​ກາ100ກວ່າຄົນ​ເຂົ້າ​ຮ່ວມ​ກອງ​ປະຊຸມເວທີ​ປາ​ໄສ​ຄັ້ງ​ນີ້.