ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-23 18:50:46    
ນາ​ຍົກ​ສິງ​ກະ​ໂປ​ກ່າວ​ວ່າ​ຍິນ​ດີ​ເປີດ​ກວ້າງ​ການ​ພົວ​ພັນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສິງ​ກະ​ໂປ​ຈີນ​ຕື່ມ​ອີກ

cri

ຕາມ​ຂ່າວcri,​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ທ່ານ​ຫຼີສຽນ​ລົງ,​ນາຍົກ​ສິງ ກະ​ໂປ​ກ່າວ​ວ່າ,​ນັບvແຕ່​ສິງ​ກະ​ໂປ​ສ້າງ​ການພົວ​ພັນ​ທາງ​ການ​ທູດ​ເປັນ​ຕົ້ນມາ, ການ​ພົວ​ພັນ​ໄມຕິ​ຈິດ​ຮ່ວມ​ມື​ຮອບ​ດ້ານ​ຂອງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ ຢ່າງ​ວ່ອງ​ໄວ,​ສິງກະ​ໂປ​ຍິນ​ດີ​ເປີດ​ກວ້າງ​ການພົວ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຄື​ແນວ​ນີ້​ຕື່ມ​ອີກ.

ທ່ານ​ຫຼີສຽນ​ລົງ​ແມ່ນ​ໃຫ້​ສຳ​ພາດ​ດັ່ງ​ກ່າວ​ຕໍ່​ນັກ​ຂ່າວ​ໃນ​ເວ​ລາ​ໃກ້​ຈະ​ມາຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ​7ມື້.​ທ່ານ​ກ່າວ​ວ່າ,​ຊຸມ​ປີຫຼັງ​ມາ​ນີ້,​ໂດຍ​ຜ່ານ​ຈາກ​ຄວາມ​ພະຍາ​ຍາມ​ຮ່ວມ​ຂອງ​ລັດຖະ​ບານ​ທັງ​ສອງ​ປະ​ເທດ,​ລວງ​ເລິກ​ແລະ​ລວງ​ກວ້າງ​ແຫ່ງ​ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວ​ພັນ​ສິງກະ​ໂປ​ຈີນລ້ວນ​ແຕ່​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.​ການ​ມາຢ້ຽມ​ຢາມ​ຈີນ​ຄັ້ງ​ນີ້,​ທ່ານ​ຈະ​ພົບ​ປະ​ກັບ​ຜູ້ນຳ​ຈີນ​ແລະ​ຈະ​ໄປ​ທັດສະ​ນະ​ຈອນ​ຢ້ຽມ​ຢາມ​ຢູ່​ນະ​ຄອນ​ທ່ຽນ​ສິນ​ແລະ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ,​ເພື່ອ​ເພີ່ມ​ຄວາມ​ຮັບ​ຮູ້​ຕື່ມ​ອີກ,​ສະ​ແຫວງ​ຫາ​ໂອ​ກາດ​ການ​ຮ່ວມ​ມື​ຫຼາຍ​ກວ່າ​​ເກົ່າ.

ທ່ານ​ຫຼີສຽນ​ລົງ​ກ່າວ​ເນັ້ນ​ວ່າ,​ສິງກະໂປ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ຈີນ​ດຽວ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,​ຄັດ​ຄ້ານ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ.