ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-23 20:50:24    
ຄົນ​ອີ​ຣັກ​ຫຼາຍ​ກວ່າ​80%​ຄັດ​ຄ້ານ​ກອງ​ທະ​ຫານ​ຕ່າງ​ປະ​ເທດ​ປະ​ຈຳ​ຢູ່​ອີ​ຣັກ​ຢ່າງ​ຮຸນ​ແຮງ

cri
ຕາມ​ຂ່າວສານ​ຊີນຮວາ,​ຜົນຢັ່ງປະຊາ​ມະຕິ​ຄັ້ງ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ,​ຄົນ​ອີຣັກ​ທີ່​ຮັບ​ສຳ​ຫຼວດ​82%​ຄັດຄ້ານ​ກອງ​ທະ​ຫານ​ຕ່າງປະ​ເທດ​ປະຈຳ​ຢູ່​ອີຣັກ​ຢ່າງ​ຮຸນ​ແຮງ.

ໜັງສື​ພິມຊັນ​ເດ​ເທ​ເລ​ກຼາຟ​ຂອງ​ອັງກິດ​ສະບັບ​ວັນ​ທີ22​ຕຸລາ​ລາຍ​ງານ​ວ່າ,​ການ​ຢັ່ງປະ​ຊາ​ມະ​ຕິ​ທີ່​ປິດ​ລັບຄັ້ງ​ແມ່ນ​ໜ່ວຍ​ຄົ້ນຄວ້າ ຂອງ​ມະຫາວິ​ທະຍາ​ໄລ​ແຫ່ງ​ໜຶ່ງ​ຂອງ​ອີຣັກ​ເປັນ​ຜູ້​ຈັດ​ໂດຍ​ໄດ້​ຮັບ​ຄວາມ​ມອບ​ໝາຍ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອັງກິດ.​ຜົນ​ຢັ່ງ​ປະຊາ​ມະ​ຕິ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ,​ຜູ້​ຮັບ​ສຳ​ຫຼວດ​67%​ເຫັນ​ວ່າ,​ຍ້ອນ​ທະຫານ​ອາ​ເມ​ລິ​ກາ​ຍຶດ​ຄອງ​ອີຣັກ,​ພວກ​ເຂົາ​ເຈົ້າ​ຮູ້ສຶກ​ວ່າຄວາມ​ປອດ​ໄພ​ໄດ້​ໜ້ອຍ​ລົງ.​ມີ​ແຕ່​ຜູ້​ຮັບ​ສຳ​ຫຼວດບໍ່​ຮອດ1%​ເຫັນ​ວ່າ,​ການ​ທີ່​ທະ​ຫານ​ອາ​ເມ​ລິ​ກາ​ຍຶດ​ຄອງ​ອີຣັກ​ໄດ້​ປົວ​ແປງ​ສະພາບ​ຄວາມ​ປອດ​ໄພ​ຢູ່​ອີຣັກ.​ຜູ້​ຮັບ​ສຳ​ຫຼວດ45%​ເຫັນ​ວ່າ,​ການ​ໂຈມ​ຕີ​ທະຫານ​ອາ​ເມ​ລິ​ກາ​ແລະ​ອັງກິດ​ທີ່​ປະຈຳ​ຢູ່​ອີຣັກ​ແມ່ນ​ການ​ກະທຳ​ອັນ​ຊອບ​ທຳ.